徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລີ​ບັງ​ເກີດ​ເຫດ​ການ​ລະ​ເບີດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 100 ຄົນ 3000 ຄົນ​ບາດ​ເຈັບ

2020-08-05 16:42:09 CRI

ຕາມ​ຂ່າວCRI:ໃນ​ເວ​ລາປະ​ມານ 6 ໂມງ​ແລງຂອງວັນ​ທີ 4 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ເຂດທ່າ​ກຳ​​ປັ່ນ​ໃນນະ​ຄອນ​ຫຼວງ​ເບ​ຣຸດ​ຂອງ​ລີ​ບັງ​ໄດ້​ເກີດ​ເຫດ​ ​ລະ​ເບີດ​ຂະ​ໜາດ​ໃຫຍ່, ເຫດ​ລະ​ເບີດ​ໄດ້​ເກີດ​ຂຶ້ນ 2 ເທື່ອ​ລຽນ​ຕິດ, ເຊິ່ງ​ເຮັດ​ໃຫ້​ເຮືອນ​ຫຼາຍ​ຫຼັງຖືກ​ທຳ​ລາຍ. ມີ​ຜູ້​ເສຍ​ຊີ​ວິດແລ້ວຫຼາຍກວ່າ 100 ຄົນ, 3000 ກວ່າ​ຄົນໄດ້​ຮັບ​ບາດ​ເຈັບ.

 

     ທ່ານ​ອາ​ບາ​ສ ອິບ​ຣາ​ຫິມ, ຜູ້​ຮັບ​ຜິດ​ຊອບ​ຂອງ​ພາກ​ສ່ວນ​ຄວາມ​ປອດ​ໄພ​ຂອງ​ລີ​ບັງ​ກ່າວ​ວ່າ, ​ສາງ​ທ່າ​ກຳ​ປັ່ນ​ໄດ້​ສະ​ສົມວັດ​ຖຸ​ໄຟ​ຟ​ໝ້​ໄດ້​ງ່າຍ​. ນາ​ຍົກ​ລັດ​ຖະ​ມົນ​ຕີ​ລີ​ບັງ​ໄດ້​ຢືນ​ຢັນ​ວ່າ,ສາ​ເຫດ​ຂອງ​ການ​ລະ​ເບີດ​ຄັ້ງ​ນີ້​ແມ່ນ​ເກີດ​ຈາກນິ​ຕຼິກ​ອານຽມ​ອາ​ຊິດ​ຂະ​ໜາດ​ນ້ຳ​ໜັກ​ 2700 ໂຕນ.

 

ທ່ານ​ມີ​ເຊນ ໂອນ, ປະ​ທາ​ນາ​ທິ​ບໍ​ດີ​ລີ​ບັງ​ໄດ້​ຈັດ​ກອງ​ປະ​ຊຸມ​ຄວາມ​ປອດ​ໄພ​ສຸກ​ເສີນ​ໃນ​ວັນ​ທີ 4 ສິງ​ຫາ​ນີ້, ທ່ານ​ໄດ້​ສົ່ງ​ໃຫ້​ຝ່າຍ​ທະ​ຫານ​ເຂົ້າ​ໄປ​ດຳ​ເນີນ​ງານຮັບ​ມື​​ພາຍ​ຫຼັງ​ການ​ລະ​ເບີດ​, ທ່ານ​ຍັງ​ໄດ້ຮຽ​ກ​ຮ້ອງ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ສະ​ໜອງ​ການ​ປິ່ນ​ປົວ​ໂດຍ​ບໍ່​ເສຍ​ຄ່າ​ແກ່​ຜູ້​ບາດ​ເຈັບ, ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຄອບ​ຄົວ​ທີ່​ປະ​ສົບ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ​ແລະ​ເສຍ​ບ່ອນ​ເພິ່ງ​ພາ​ອາ​ໄສ.

ຄຳ​ເຫັນ

0