蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຂວ້ຳ​ບາດ TikTok ເປັນ​ການ​ກະ​ທຳ​ທີ່​ເຮັດ​ໃຫ້​ຕະຫຼາດ​ເສ​ລີ​ເສື່ອມ​ເສຍ

2020-08-05 16:08:43 CRI

ວັນ​ທີ 3 ສິງ​ຫາ​ນີ້, ຜູ້​ນຳ​ອາ​ເມ​ຣິ​ກາ​ໄດ້​ຂູ່​ອີກວ່າ: “ຕ້ອງ​ຂາຍ TikTok ໃຫ້​ອາ​ເມ​ຣິ​ກາ​ກ່ອນ​ວັນ​ທີ 15 ກັນ​ຍາ​ໜ້າ​ນີ້, ຖ້າ​ບໍ່​ດັ່ງ​ນັ້ນ, ຈະ​ປິດ TikTok ເລີຍ.” ທ່ານ​ຍັງ​ປ່າວ​ປະ​ກາດ​ອີກວ່າ: ຕ້ອງ​ຈ່າຍ “ຄ່າ​ທຳ​ນຽມ” ງວດ​ໃຫຍ່​ໃຫ້​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໃນ​ການ​ຄ້າ​ຂາຍ TikTok. ການ​ສະ​ແດງ​ທ່າ​ທີ​​ອຳ​ນາດ​ບາດ​ໃຫຍ່​ຢ່າງເປີດ​ແປນ​ແບບ​ນີ້​ເຮັດ​ໃຫ້​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ ແລະ ຫຼາຍ​ປະ​ເທດ​ໃນ​ສາ​ກົນ​ສະ​ແດງ​ຄວາມ​ສົງ​ໄສ ແລະ ກ່າວ​ປະ​ນາມ​ຢ່າງກວ້າງ​ຂວາງ ແລະ ໄດ້​ດຶງ​ໜ້າ​ກາກ​ອັນ​ຈອມ​ປອມ​ແຫ່ງ “ການ​ແຂ່ງ​ຂັນ​ແບບ​ຍຸດ​ຕິ​ທຳ” ທີ່​ອາ​ເມ​ຣິ​ກາ​ສົ່ງ​ເສີມ​ມາ​ໂດຍ​ຕະຫຼອດ​ນັ້ນ​ອອກ​ໝົດ.

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ມາກ ເລມ​ລີ ສາ​ສະ​ດາ​ຈານ​ມະ​ຫາ​ວິ​ທະ​ຍາ​ໄລ​ສະ​​ແຕນ​ຟອດ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ສຳ​ພາດ​ຕໍ່ CNN ຂອງ​ອາ​ເມ​ຣິ​ກາ, ທ່ານ​ໄດ້​ກ່າວ​ຢ່າງ​ກົງ​ໄປ​ກົງ​ມາວ່າ: ບໍ່​ມີຫຼັກ​ຖານ​ຕົວ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ: TikTok ໄດ້​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​​ຄົງ​ແຫ່ງ​ຊ​າດ​ຂອງ​ອາ​ເມ​ຣິ​ກາ. ສື່ມວນ​ຊົນ​ຕາ​ເວັນ​ຕົກ​ກໍ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ: ອັນ​ທີ່​ວ່າ “ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ” ພຽງ​ແຕ່​ເປັນ​ຂໍ້​ອ້າງ​ສຳ​ລັບ​ອາ​ເມ​ຣິ​ກາ ໃນ​ການ​ໂຈມ​ຕີ​ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນ​ສູງ​ຂອງ​ຈີນ ຈົນ​ເຖິງ​ຂັ້ນ “ກໍ່​ສົງ​ຄ​າມ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ” ​ກັບ​ຈີນ​ເທົ່າ​ນັ້ນ.

ໃນ​ໄລ​ຍະ​ທີ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ອາ​ເມ​ຣິ​ກາ​ເປັນ​ອັນ​ດັບ​ສຸດຍອດ​ຂອງ​ໂລກ ແລະ ມີ​ທ່າ​ແຮງ​ເດັດ​​ຖານ​ຢູ່​ນັ້ນ, ອາ​ເມ​ຣິ​ກາ​​ໄດ້ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອື່ນໆ​ເປີດ​ປະ​ຕູ​​ໃຫ້ອາ​ເມ​ຣິ​ກາ ດ້ວຍ​ຂໍ້​ອ້າງ “ເສດ​ຖະ​ກິດ ແລະ ​ຕະຫຼາດ​ເສ​ລີ” ເພື່ອ​​ຫວັງ​ຄວ້າ​ເອົາ​ຜົນ​ກຳ​ໄລ​ສູງ​ສຸດ; ​ແຕ່​ເມື່ອ​ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​​ໄດ້ເລັ່ງ​ລັດ​ການ​ພັດ​ທະ​ນາ​ຂຶ້ນ​ມາ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​​ສາ​ມາດເປັນ​ຄູ່​ແຂ່ງ​ຂອງວິ​ສາ​ຫະ​ກິດອາ​ເມ​ຣິ​ກາ, ອາ​ເມ​ຣິ​ກາ​ກໍ​ໄດ້​​ປະ​ຖິ້ມ​ສິ່ງ​ຈອມ​ປອມ​ຕາມ​ຂໍ້​ອ້າງ​ທີ່​ວ່າ “ຕະຫຼາດ​ເສ​ລີ” ນັ້ນ​ອອກ​ໝົດ, ໂດຍ​ຜ່ານ​ຈາກ​ການ “ປິດ​ປະ​ຕູ​ເມືອງ” ຈົນ​ເຖິງ​ໃຊ້​ວິ​ທີ​ບໍ່​ໄດ້​ດ້ວຍ​ເລ່​ກໍ​ເອົາ​ດ້ວຍ​ກົນ, ບໍ່​ໄດ້​ດ້ວຍ​ມົນ​ກໍ​ເອົາ​ດ້ວຍ​ຄາ​ຖາ ເພື່ອ​ປົກ​ປ້ອງ​ຄວາມ​ເປັນມະ​ຫາ​ອຳ​ນາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ອາ​ເມ​ຣິ​ກາ. ການ​ກະ​ທຳ​​ທີ່ໃຊ້​ສິດ​​ຂອງມະ​ຫາ​ອຳ​ນາດ ແລະ ລັດ​ທິ​ປົກ​​ປ້ອງ​ທາງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ອາ​ເມ​ຣິ​ກາ ​ໄດ້​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ແບບ​ຢ່າ​ງ​ທີ່​ຂີ້​ຮ້າຍ​ທີ່​ສຸດ​ຂອງ​ອາ​ເມ​ຣິ​ກາ, ​ຖ້າປະ​ເທດ​ອື່ນໆ​ລ້ວນ​ແຕ່​​ມີການ​ກະ​ທຳ​​ໃນ​ລັກ​ສະ​ນະ​ດຽວ​ກັນນີ້, ອາດ​ຈະ​ເຮັດ​ໃຫ້​ຕະຫຼາດ​ເສ​ລີ​ຖືກ​ເສື່ອມ​ເສຍ. ຂໍ​ຖາມ​ວ່າ: ໃນ​ອະ​ນາ​ຄົດ​, ຍັງ​ຈະ​ມີ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ແຫ່ງ​ໃດ​​ອີກ​ທີ່ຍິນ​ດີ​ເຂົ້າ​ສູ່​ຕະຫຼາດ​ອາ​ເມ​ຣິ​ກາ ເພື່​ອ​ລໍ​ຖ້າ​ໃຫ້ອາ​ເມ​ຣິ​ກາ​ຍຶດ​ຄອງ? ຖ້າ​ຜູ້​ປະ​ດິດ​ສ້າງ​ໃໝ່​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຫ່າງ​ເຫີນ​ຈາກ​ອາ​ເມ​ຣິ​ກາ​ແລ້ວ, ຕະຫຼາດ​ອາ​ເມ​ຣິ​ກາ​ຍ່ອມ​ຈະ​​ສູນເສຍ​ແຮງ​ດຶງ​ດູດ​ຄື​​ທີ່​ມີ​ມາ​ກ່ອນ ແລະ ຈະກ້າວ​ໄປ​ສູ່​ຄວາມ​ຊຸດ​ໂຊມ​ລົງ​ເທື່ອ​ລະ​ກ້າວ.

ຄຳ​ເຫັນ

0