趙曉虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮົງ​ກົງ​ຈະ​​ເຮັດ​ວຽກແຂ່ງ​ກັບ​ເວ​ລາເພື່ອ​ຕ້ານ​ກັບ​ພະ​ຍາດ​ຢ່າງ​ສຸດ​ຂີດ

2020-08-05 10:55:27 cri

 

ໃນ​ໂອ​ກາດ​ທີ່​ຮົງ​ກົງ​ປະ​ສົບ​ກັບ​ຄວາມ​ຂ້ຽວ​ຂາດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ພະ​ນັກ​ງານ​ແພດ​ໝໍ​ທີ່​ມີ​ບົດ​ຮຽ​ນ​ຢ່າງ​ອຸ​ດົມ​ສົມ​ບູນ​ຈາກ​ແຜ່ນ​ດິນ​ໃຫຍ່​ຈີນ​ໄດ້​ເດີນ​ທາງ​ໄປ​ຮອດ​ຮົງ​ກົງ, ເຮັດ​ໃຫ້​ວົງ​ການ​ແພດ​ໝໍ​ຂອງ​ຮົງ​ກົງ​ມີ​ກຳ​ລັງ​ໃຈ​ຂຶ້ນ​ຕື່ມ ໂດຍ​ໄດ້​ພາ​ກັນ​ກ່າວ​ວ່າ, ຈະ​ຮ່ວມ​ກັບ​ພະ​ນັກ​ງານ​ແພດ​ໝໍ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ ​ເຮັດ​ວຍກແຂ່ງ​ກັບ​ເວ​ລາ, ​ອອກ​ແຮງ​ຕ້ານ​ກັບ​ພະ​ຍາດ​ຢ່າງ​ສຸດ​​ຂີດ.

ຮົງ​ກົງ​ຈະ​​ເຮັດ​ວຽກແຂ່ງ​ກັບ​ເວ​ລາເພື່ອ​ຕ້ານ​ກັບ​ພະ​ຍາດ​ຢ່າງ​ສຸດ​ຂີດ_fororder_微信圖片_20200805105423

ທ່ານ​ຖານ​ເຈິ້ນ​ໂກ ຮອງ​​ຜູ້ຳ​ນວຍ​ການໂຮງ​ໝໍ​ຕົງ​ຫວາ​ເລກ 3 ກ່າວ​ວ່າ, ແຜ່ນ​ດິນ​ໃຫຍ່​ຈີນ​ມີ​ຊັບ​ພະ​ຍາ​ກອນ​ຕ້ານ​ພະ​ຍາດ​ຢ່າ​ງ​ອຸ​ດົມ​ສົມ​ບຸນ, ແລະ​ມີ​ບົດ​ຮຽນ​ທີ່​ກ້າວ​ໜ້າ​ທີ່​ສຸດ​ໃນ​ດ້ານນີ້, ທັງ​ມີ​ຫ້ອງ​ທົດ​ລອງ​ຂະ​ໜາດ​ໃຫຍ່ທີ່​ສາ​ມາດ​ຮັບ​ຜົນ​ກວດ​ພະ​ຍາດ​ໄດ້​ຢ່າງວ່ອງ​ໄວ​, ນີ້ມ່​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ປ້ອງ​ກັນ​ແລະ​​ຄວບ​ຄຸມ​ພະ​ຍາດ.

ຮົງ​ກົງ​ຈະ​​ເຮັດ​ວຽກແຂ່ງ​ກັບ​ເວ​ລາເພື່ອ​ຕ້ານ​ກັບ​ພະ​ຍາດ​ຢ່າງ​ສຸດ​ຂີດ_fororder_微信圖片_20200805105418

ທ່ານ​ຊຸຍ​ຈຸ້ນ​ມິງ ປະ​ທານ​ສະ​ຫະ​ພັນແພດໝໍ​ການ​ຢາ​ຂອງ​ໂຮງ​ໝໍ​ຮົງ​ກົງ​ຊີ້​ອອກວ່າ, ການ​ເພີ່ມ​ທະ​ວີ​ການກວດ​ຫາ​ເຊື້ອ​​ດ້ວຍນິວ​ຄະ​ເລ​ອິກ​ແມ່ນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ຮົງ​ກົງ​ໃນ​ການ​ຕ້ານ​ກັບ​ພະ​ຍາດ, ​ເພື່ອ​ຊອກ​ໃຫ້​ເຫັນ​ຜູ້​ຕິດ​ເຊື້ອ​ໄວ​ຣັດ​ໂດຍ​ໄວ​ເພື່ອ ຕັດ​ຕ່ອງ​ໂສ້​​ຂອງ​ການແຜ່​ລະ​ບາດ.

ຄຳ​ເຫັນ

0