徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫົວ​ໜ້າ​ບັນ​ນາ​ທິ​ການວາ​ລະ​ສານ “ເດີ ແລນ ເຊັດ”: ປະ​ເທດ​​ຕ​າ​ເວັນ​ຕົກສ້າງກະ​ແສ​ຕໍ່​ຕ້ານຈີນ​ແມ່ນ​ເພື່ອ​ປົກ​ປິດຄວາມ​ປະ​ລາ​ໄຊ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ຢູ່​ພາຍ​ໃນ​ປະ​ເທດ​ຕົນ

2020-08-05 16:43:17 CRI

ຕາມ​ຂ່າວCRI: ວັນ​ທີ 3 ສິງ​ຫາ​ນີ້, ເວັບ​ໄຊຂອງ​ໜັງ​ສື​ພິມ “​ເດີ​ກາ​ດຽນ” ຂອ​ງ​ອັງ​ກິດ​ໄດ້ລົງ​ບົດ​ຄວາມ​ຂອງ​ທ່ານ​ຮີ​ຊາດ ຮໍ​ຕັນ , ຫົວ​ໜ້າ​ບັນ​ນາ​ທິ​ການ​​ຂອງວາ​ລະ​ສານ “ເດີ ແລນ​ເຊັດ” ຂອງ​ອັງ​ກິດລົງ​ນາມ​ທີ່​ມີ​ຫົວ​ຂໍ້​ວ່າ:  “ກະ​ແສຕິ​ອາ​ລົມ​ຄວາມ​ຮູ້​ສຶກ​ຕໍ່​ຕ້ານຈີນແມ່ນ​ເພື່ອ​ປົກ​ປິດ​ຄວາມ​ປະ​ລາ​ໄຊ​ໃນ​ການ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19 ຂອງ​ບັນ​ດາ​ປະ​ເທດ​​ຕາ​ເວັນ​ຕົກ”.

 

ບົດ​ຄວາມ​ຂຽນ​ວ່າ, ບຸກ​ຄົນໃນ​ວົງ​ການ​ການ​ເມືອງ​ຕ່າງໆ​ຂອງ​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ຖື​ລັດ​ຖະ​ບານ​ອາ​ເມ​ຣິກ​ເປັນ​ຫົວໂບ່​ໄດ້​ເລື່ອນ​ຂັ້ນຂອງ​ການ​ໂຈມ​ຕີ​​ຈີນ. ຂະ​ໜາດ​ການ​ປະ​ຕິ​ບັດ​ແມ່ນ​ເພື່ອ​ຕໍ່​ຕ້ານຈີນ​ນີ້, ຖ້າ​ວ່າ​ທຽບ​ໃສ່​ກັບ​ຄວາມ​ເປັນ​ຈິງ​ທີ່​ນັກ​ວິ​ທະ​ຍາ​ສາດ​ຈີນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ອົງ​ອາດ​ກ້າ​ຫານ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ພວກ​ເຮົາ​ຮັບ​ຮູ້ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ຄັ້ງ​ນີ້ແລ້ວ, ແມ່ນ​ບໍ່​ສົມ​ເຫດ​ສົມ​ຜົນແທ້ໆ.

 

ບົດ​ຄວາມ​ຍັງ​ໄດ້​ລະ​ບຸ​ວ່າ, ໃນ​ໄລ​ຍະ​ເກີດ​ພະ​ຍາດ​ໂຄວິດ-19, ນັກ​ວິ​ທະ​ຍາ​ສາດ​ຈີນ​ໄດ້​ປະ​ຕິ​ບັດ​ການເຄື່ອນ​ໄຫວ​ຢ່າງ​ເດັດ​ດ່ຽວ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົ​ນ​ຈີນ. ເຂົາ​ເຈົ້າ​ໄດ້​ສະ​ເໜີ​ໃຫ້ “ປິດ​ເມືອງ” ໂດຍ​ໄວ​ເພື່ອ​ຕັດ​​ຊ່ອງ​ທາງ​ການ​ຕິດ​ແປດ​ພະ​ຍາດ. ແລະສ້າງ​ໂຮງ​ໝໍ​ຊົ່ວ​ຄາວ​ເພື່ອ​ເພີ່ມ​ຄວາມ​ສາ​ມາດ​ບັນ​ຈຸຂອງ​ຈຳ​ນວນ​ຂອງ​ຕຽງ​ຄົນ​ເຈັບ. ທ່ານ​ໝໍ​ຂອງ​ຈີນ​ໄດ້ແຈ້ງ​ເຕືອນ​ລັດ​ຖະ​ບານ​ຈີນ​ຢ່າງວ່ອງ​ໄວ, ແລະ​ລັດ​ຖະ​ບານຈີນ​ໄດ້​ແຈ້ງ​ເຕືອນ​ຕໍ່​ທົ່ວ​ໂລກ. ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ບໍ່​ໄດ້​ຮັບ​ຟັງ​ຄຳ​ເຕືອນ​ດັ່ງ​ກ່າວ. ການ​ຕຳ​ໜິຕິ​ຕຽນ​ວ່າ​ຈີນ​ເປັນ​ຜູ້​ສ້າງສະ​ພາ​ບ​ການ​ພະ​ຍາດ​ຄັ້ງ​ນີ້​ແມ່ນ​ເພື່ອ​ປອມ​ແປງ​ປະ​ຫວັດ​ສາດ​ຂອງ​ສະ​ພາບ​ພະ​ຍາດ​ໂຄວິດ-19 ແລະເພື່ອ​ປົກ​ປິດ​ຄວາມ​ປະ​ລາ​ໄຊຂອງ​ປະ​ເທດ​ຝ່າຍ​ຕ​າ​ເວັນ​ຕົກ.

ຄຳ​ເຫັນ

0