徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອີ​ຣົບ​ມີ​ຄວາມ​ສົງ​ໄສ​ຕໍ່​ຈຸດ​ປະ​ສົງ​ໃນ​ການຫ້າມ​ບໍ່​ໃຫ້​ໃຊ້ TikTok ຂອງ​ອາ​ເມ​ຣິ​ກາ

2020-08-05 16:42:46 CRI

   ຕາມ​ຂ່າວCRI: ວັນ​ທີ 15 ກັນ​ຍາ​ໜ້າ​ນີ້​ແມ່ນ​ເວ​ລາ​ກຳ​ນົດ​ສຸດ​ທ້າຍ​ຂອງທ່ານ​ໂດ​ໂນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ທີ່​ມີ​ຕໍ່ TikTok. ຖ້າ​ວ່າ​ການ​ຊື້ຂາຍ​ TikTok ຫາກ​ຍັງ​ບໍ່​ສຳ​ເລັດ, APP ວິ​ດີ​ໂອ​ສັ້ນ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຫຼາຍ​ໃນ​ທົ່ວ​ໂລກ​ນີ້​ຈະ​ຖືກ​ຫ້າມ​ບໍ່​ໃຫ້​ໃຊ້​ໃນ​ອາ​ເມ​ຣິ​ກາ. ໃນ​ເຂະ​ນະ​ດຽວກັນ, ​ທະ​ວີບ​ເອີ​ຣົບ​ກໍ​ໄດ້​ຕຳ​ໜິ​ແລະມີ​ຄວາມ​ສົງ​ໄສ​ຢ່າງ​ຫຼວງ​ຫຼາຍກ່ຽວ​ກັບ​ເລື່ອງ​ນີ້.

 

   ຍ້ອນ​ມີ​ຄຳ​ສັ່ງບັງ​ຄັບ​ຈາກ​ທ່ານ​ໂດ​ໂນ ທ​ຣຳ, ບໍ​ລິ​ສັດ​ໄບ​ດາ​ສ໌ (ByteDance)ເຊິ່ງ​ເປັນ​ບໍ​ລິ​ສັດ​ແມ່​ຂອງ TikTok ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ກຳ​ລັງ​ພິ​ຈາ​ລະ​ນະ​ກ່ຽວ​ກັບການ​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຂອງ TikTok ແຫ່ງໃໝ່​ຢູ່ນອກ​ອາ​ເມ​ຣິ​ກາ. ມີ​ສື່ມວນ​ຊົນ​ອັງ​ກິດ​ໄດ້​ລາຍ​ງານ​ວ່າ, ສະ​ຖານ​ທີ່​ໃໝ່​ນີ້​ອາດ​ຈະ​ແມ່ນ​ນະ​ຄອນຫຼວງ​ລອນດອນ​, ແລະ​ແຜນ​ການ​ດັ່ງ​ກ່າວ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ລັດ​ຖະ​ບານ​ອັງ​ກິດແລ້ວ.

 

   ໜັງ​ສື​ພິມ “​ແຟຼງ​ເພີ​ເດີ ສັນ​ຊາວ” ຂອງ​ເຢຍ​ລະ​ມັນ​ໄດ້​ລົງບົດ​ວິ​ຈານ​ວ່າ, ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້, ທ່ານ​ໂດ​ໂນ ທ​ຣຳ​ຫວັງ​ວ່າ​ຈະ​ກະ​າ​ມາດ​ຫັນ​ເຫດ​ການ​ຕຳ​ໜິ​ຕິ​ຕຽນ​ຕົນ​ຈາກ​ຜູ້​ປ່ອນ​ບັດ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ສະ​ພາບ​​ພະ​ຍາດລະ​ບາດ​ໄດ້​.

 

   ທ່ານ​ເຟຼ​ເດີ​ຣິ​ຄ ບິ​ເອ​ຣູ​ຊີ, ຜູ້​ວ່າ​ການ​ຊັ້ນ​ສູງ​ຂອງ​ບໍ​ລິ​ສັດ​ອາ​ສ​ຕົນ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ການ​ນຳ​ໃຊ້​ກົດ​ໝາຍ​ຂອງ​ອາ​ເມ​ຣິ​ກາ​ເປັນ​ອາ​ວຸດ​ໃນ​ຄົງ​ຄາມ​ເສ​ດ​ຖະ​ກິດ, ນີ້​ແມ່ນ​​ເລ​ກົນທີ່​ອາ​ເມ​ຣິ​ກາ​ມັກ​ນຳ​ໃຊ້​ເລື້ອຍໆ​ເພື່ອ​ໂຈມ​ຕີ​ຄູ່​ແຂງ​ຂັນ​ປະ​ເທດ​ອື່ນ. ພ້ອມ​ກັນ​ນັ້ນ, ທ່ານ ເຟຼ​ເດີ​ຣິ​ຄ ບິ​ເອ​ຣູ​ຊີ​ກໍ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທັງ​ໝົດ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ກັນ, ຕ້ານ​ກັບການ​ກະ​ທຳ​ທີ່​ເປັນ​ເຈົ້າ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0