蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ມູນ​ຄ່າ​ການ​ຄ້າການ​ບໍ​ລິ​ການຈີນ​ໃນ 6 ເດືອນ​ຕົ້ນ​ປີນີ້​ບັນ​ລຸ 2200 ຕື້ຢວນ

2020-08-05 11:24:42 CRI

     ວັນ​ທີ 4 ສິງ​ຫານີ້, ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ຫຼ້າ​ສຸດໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 6 ເດືອນ​ຕົ້ນ​ປີ 2020, ຍອດ​ມູນ​ຄ່າ​ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ຈີນ​ບັນ​ລຸເຖິງ 2200 ຕື້ຢວນ ເຊິ່ງໄດ້​ຫຼຸດ​ລົງ 14,7% ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ສາ​ເຫດ​ຕົ້ນ​ຕໍ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19, ຈຳ​ນວນ​ຄົນ​ເຂົ້າ​ອອກ​ເມືອງ​ໄດ້​ຫຼຸດ​ໜ້ອຍ​ລົງ, ການ​ສະ​ໜອງ ແລະຄວາມ​ຕ້ອງ​ການດ້ານ​ການ​ບໍ​ລິ​ການລ້ວນ​ແຕ່​ໄດ້​ຫຼຸດ​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ.​

     ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ດ້ານ​ການ​ບໍ​ລິ​ການ​ການ​ທ່ອງ​ທ່ຽວ​ໄດ້​ຫຼຸດ​ໜ້ອຍ​ລົງ​ເຊິ່ງແມ່ນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ຈີນໄດ້​ຫຼຸດ​ໜ້ອຍ​ລົງ, ຖ້າບໍ່​ຄິດ​ໄລ່​ການ​ບໍ​ລິ​ການ​ການ​ທ່ອງ​ທ່ຽວ, ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ດ້ານ​ການ​ບໍ​ລິ​ການ​ຂອງ​ຈີນ​ໃນ 6 ເດືອນ​ຕົ້ນ​ປີນີ້​ໄດ້​ເພີ່ມ​ຂຶ້ນ 2,1%. ໃນ​ນັ້ນ, ການ​ຄ້າ​ການ​ບໍ​ລິ​ການດ້ານ​ວິ​ຊາ​ການໄດ້​ເພີ່ມ​ຂຶ້ນ 9,2%, ກວມ 43,7% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ການ​ບໍ​ລິ​ການ.

     ຕາມ​ຂ່າວ​ແຈ້ງໃຫ້​ຮູ້​ອີກວ່າ: ໃນ​ເດືອນ​ກັນ​ຍາ​ປີນີ້, ງານ​ຕະ​ຫຼາດນັດ​ການ​ຄ້າ​ການ​ບໍ​ລິ​ການສາ​ກົນ​ຈີນ​ປີ 2020 ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ດ້ວຍ​ຮູບ​ແບບປະ​ຊຸມ​ແລະ​ຜ່ານ​ທາງ​ອອນ​ລາຍ. ມາ​ຮອດ​ວັນ​ທີ 3 ສິງ​ຫານີ້, ງານ​ຕະ​ຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ຄັ້ງ​ນີ້​ໄດ້​ມີ​ວິ​ສາ​ຫະ​ກິດ​ແລະ​ອົງ​ການ​ທີ່​ກ່ຽວ​ຂ້ອງ 898 ແຫ່ງສະ​ໝັກ​ເຂົ້າ​ຮ່ວມ​ໂດຍ​ຜ່ານ​ທາງ​ອອນ​ລາຍ; ຍັງ​ມີວິ​ສາ​ຫະ​ກິດ​ແລະ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ອີກ 1217 ແຫ່ງ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງອອັ​ຟ​ລາຍ.

ຄຳ​ເຫັນ

0