ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫວ່າງມໍ່ໆມານີ້ ທ່ານ ເດຣຟິນ ໂລເຣັນຊານາ ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນກ່າວວ່າ, ອີງຕາມຄຳສັ່ງຂອງທ່ານດູເຕີເຕ ປະທານາທິບໍດີຟິລິປິນ, ຟິລິບປິນຈະບໍ່ເຂົ້າຮ່ວມການຊ້ອມຮົບຮ່ວມກັບປະເທດອື່ນທີ່ຈັດຂຶ້ນຢູ່ທະເລຈີນໃຕ້, ເພື່ອຫຼີກເວັ້ນບໍ່ໃຫ້ສະຖານະການໃນທະເລຈີນໃຕ້ເຄັ່ງຕຶງຂຶ້ນຕື່ມ. ຟິລິບປິນໄດ້ຍຶດໝັ້ນໃນການແກ້ໄຂຄວາມຂັດແຍ່ງກັນດ້ວຍສັນຕິວິທີຕາມກົດໝາຍ, ແລະຫວັງຢາກຂະຫຍາຍການພົວພັນມິດຕະພາບກັບ ຈີນ.
ກ່ຽວກັບຄຳເຫັນດັ່ງກ່າວ, ທ່ານຫວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດໄດ້ສະແດງຄວາມຄິດເຫັນໃນວັນທີ 5 ສິງຫານີ້ ໂດຍກ່າວວ່າ, ການສະແດງທ່າທີຂອງຟິລິບປິນໄດ້ສ່ອງແສງໃຫ້ເຫັນຄວາມປາຖະໜາຮ່ວມຂອງບັນດາປະເທດຢູ່ພາກພື້ນແຫ່ງນີ້ທີ່ຢາກສະແຫວງຫາສັນຕິພາບແລະຊຸກຍູ້ການພັດທະນາ. ພາຍໃຕ້ຄວາມພະຍາຍາມຮ່ວມກັນລະຫວ່າງຈີນແລະອາຊຽນ, ໃນຕົ້ນປີນີ້ ການຄ້າການລົງທຶນລະຫວ່າງຈີນ-ອາຊຽນໄດ້ມີທ່ວງທ່າເຕີບໂຕພາຍໃຕ້ສະພາບການດ້ານເສດຖະກິດທີ່ຊຸດໂຊມ, ສອງຝ່າຍໄດ້ເປີດຊ່ອງທາງເພື່ອອຳນວຍຄວາມສະດວກໃນການໄປມາຫາສູ່ກັນດ້ານບຸກຄະລາກອນ ແລະດ້ານການຂົນສົ່ງສິນຄ້າ, ເພື່ອຊ່ວຍປະເທດຕ່າງໆໃຫ້ສາມາດຟື້ນຟູການຜະລິດຄືນໃໝ່. ຈີນມີຄວາມໝັ້ນໃຈໃນການຮ່ວມກັບປະເທດຕ່າງໆໃນພາກພື້ນນີ້ ເພື່ອເອົາຊະນະໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະຮ່ວມກັນປົກປັກຮັກສາຄວາມຜາສຸກຂອງປະຊາຊົນໃນພາກພື້ນແຫ່ງນີ້.
ຄຳເຫັນ
0