蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂໍ​ເຊີນ​ຊວນ​ໃຫ້​ອາ​ເມ​ຣິ​ກາ​ຢຸດ​ຕິການ​ສະ​ແດງ “ງິ້ວ​ປ່ຽນ​ໜ້າ”

2020-08-06 15:11:09 CRI

ຕອນ​ເຊົ້າ​ວັນ​ທີ 28 ກໍ​ລະ​ກົດ​​ແລ້ວ​ນີ້, ອາ​ເມ​ຣິ​ກາ​ໄດ້​ປິດ​ສະ​ຖານ​ກົງ​ສຸນ​ໃຫຍ່​ອາ​ເມ​ຣິ​ກາ​ປະ​ຈຳ​ນະ​ຄອນ​ເສິງ​ຕູ​ຂອງ​ຈີນ. ເຊື່ອ​ວ່າ: ເຈົ້າ​ໜ້າ​ທີ່​ການ​ທູດຫຼາຍ​ທ່ານ​ຂອງ​ອາ​ເມ​ຣິ​ກາ​ບໍ່​ເຄີຍ​ຄິດ​ວ່າ, ຕົນ​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ຢູ່​ນະ​ຄອນ​ເສິງ​ຕູ​ດ້ວຍ​ຮູບ​ການ​ນີ້. ທີ່​ຈິງ​ແລ້ວ, ເຂົາ​ເຈົ້າ​ກໍ​ຄວນ​ຮູ້​ຕົ້ນ​ປາຍ​ສາຍ​ເຫດ​ທີ່​ພາ​ໃຫ້​ເກີດ​ສະ​ພາບ​ການ​ໃນ​ມື້​ນັ້ນ. ນັ້ນ​ກໍ​ຄື: ວັນ​ທີ 21 ກໍ​ລະ​ກົດ​ຜ່ານ​ມາ, ລັດ​ຖະ​ບານ​ທ​ຣຳ​ໄດ້​ສັ່ງ​ປິດ​ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ນະ​ຄອນ​ຮິວ​ສະ​ຕັນ​ຂອງ​ອາ​ເມ​ຣິ​ກາ​ຢ່າງ​ກະ​ທັນ​ຫັນ ເຊິ່ງ​ໄດ້​​ເປັນ​ການ​ກະ​ທຳ​ແບບ “ງິ້ວ​ປ່ຽນ​ໜ້າ” ໃນ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ.

ເປັນ​ຫຍັງ​ລັດ​ຖະ​ບານ​ທ​ຣຳ​ຈິ່ງ​ສະ​ແດງ “ງິ້ວ​ປ່ຽນ​ໜ້າ” ແບບ​ນີ້? ຈະ​ສະ​ແດງ​ໃຫ້​ຜູ້​ໃດ​ເບິ່ງ​ແທ້? ເຊື່ອ​ວ່າ: ຄົນ​ທັງຫຼາຍ​ກໍ​ຮູ້​ດີ​​ຢູ່ແລ້ວ, ນັ້ນ​ກໍ​ຄືສະ​ແດງ​ໃຫ້​ປະ​ຊາ​ຊົນ​​ອາ​ເມ​ຣິ​ກາຜູ້​ມີ​ສິດ​ປ່ອນ​ບັດ, ສາຍ​ເຫດ​ຕົ້ນ​ຕໍ​ກໍ​ຢາກ​ໃຫ້​ປະ​ຊາ​ຊົນ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງຫຼົງ​ລືມ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທີ່​ຂີ້​ຮ້າຍ​ຂອງ​ລັດ​ຖະ​ບານ​ທ​ຣຳ, ຫຼົງ​ລືມວ່າ​ລັດ​ຖະ​ບານ​ທ​ຣຳ​ຈົນ​ປັນ​ຍາ​ໃນການ​ແກ້​ໄຂ​ບັນ​ຫາ​ຈຳ​ແນກ​ເຊື້ອ​ຊາດ​​ຜິວ​ພັນ, ​ນີ້ແມ່ນ​​ການ​ຫາ​ທຶນ​ທາງ​ການ​ເມືອງ ແລະ ກູ້​ເອົາ​ການ​ສະ​ໜັບ​ສະ​ໜູນ​ທີ່​ນັບ​ມື້​ນັບ​ຕົກ​ຕ່ຳ​ລົງ​ຂອງ​ລັດ​ຖະ​ບານ​ທ​ຣຳ.

ການສ້າງ ແລະ ​ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ສອ​ງ​ຝ່າຍ​ຕ້ອງ​ການ​ໃຫ້​ສອງ​ຝ່າຍ​ມີ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເປັນຫຼາຍ​ເຊັ່ນ​ຄົນ, ແຕ່​ວ່າ: ການ​ທຳ​ລາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ມີ​ແຕ່​ຕ້ອງ​ການ​ການຫຼິ້ນ​ເລ່​ລຽມ​ເປັນ​ບາງ​ຄັ້ງ​ຄາວ​ຂອງ​ຝ່າຍ​ໜຶ່ງ​ຝ່າຍ​ດຽວ​ເທົ່າ​ນັ້ນ. ​ມັນ​ຈິ່ງບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ: ການ​ສະ​ແດງ “ງິ້ວ​​ປ່ຽນໜ້າ” ຂອງ​ລັດ​ຖະ​ບານ​ທ​ຣຳ​ເປັນ​ການ​ທຳ​ລາຍ​ຄວາມ​​ໜ້າເຊື່ອ​ຖື, ຄວາມ​ສາ​ມາດ​ດ້ານ​ຍຸດ​ທະ​ສາດ ແລະ ຄຸນ​ນະ​ພາບ​ທາງ​ການ​ທູດ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ, ທຳ​ລາຍ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ​ຂອງ​ຄະ​ນະ​ລັດ​ຖະ​ບານຫຼາຍ​ຊຸດ​ທີ່​ຜ່ານ​ມາ​ຂອງ​ອາ​ເມ​ຣິ​ກາ. ໃນ​ທີ່​ສຸດ, ມີ​ແຕ່​ຈະທຳ​ຮ້າຍ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ ແລະ ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ນັ້ນ​ເອງ, ດັ່ງ​ນັ້ນ, ຈິ່ງ​ຢາກບອກ “ພວກ​ນັກ​ສະ​ແດງ” ອາ​ເມ​ຣິ​ກາ​​ຮູ້ວ່າ: ໜຶ່ງ: ຢ່າ​ເບິ່ງ​ຂ້າມ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຝ່າຍ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ຜົນ​ປ​ະ​ໂຫຍດ​ແຫ່ງ​ຊາດ, ຈີນ​ຈະ​ບໍ່​ປັບ​ຕົວ​​ເຂົ້າ​ຫາຍ້ອນ​ການ​ສະ​ແດງ “ງິ້ວ​ພັນ​ໜ້າ” ຂອງ​ອາ​ເມ​ຣິ​ກາ; ສອງ: “ພ​ວກ​ນັກ​ສະ​ແດງ​ອາ​ເມ​ຣິ​ກາ” ຄວນ​ມີ​ຄວາມ​ສະ​ດຸ້ງ​ໄວ​ໃນທາງ​ການ​ເມືອງ ເພື່ອ​ສິ້ນ​ສຸດ​ການ​ສະ​ແດງ “ງິ້ວ​ພັນ​ໜ້າ” ແບບ​ນີ້.

ຄຳ​ເຫັນ

0