黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ເປີດ​ກັບ​ອາ​ຖັນ​ຈ​ະ​ສ້າງ​ຜົນ​ຮ້າຍ​ຕໍ່​ຕົນ​ເອງ​ໃນ​ທີ່​ສຸດ

2020-08-06 14:33:11 cri

    ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ອາ​ເມ​ຣິ​ກາ​ຂົ່ມ​ຂູ່​ວ່າ​: ຖ້າ​ວ່າ​ບໍ​ລິ​ສັດ TikTok ບໍ່​ສາ​ມາດ​ສຳ​ເລັດ​ການ​ຂາຍ​ບໍ​ລິ​ສັດ​ໃຫ້​ອາ​ເມ​ຣິ​ກາ​ກ່ອນ​ວັນ​ທີ 15 ກັນ​ຍາ​ໜ້ານີ້, ຈະ​ປິດ​ການ​ບໍ​ລິ​ການ​ຂອງ​ບໍ​ລິ​ສັດ TikTok ຢູ່​ອາ​ເມ​ຣິ​ກາ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ບໍ່​ມີ​ຫຼັກ​ຖານ​ໃດໆ, ອາ​ເມ​ຣິ​ກາ​ໃຊ້​ແຮງ​ກົດ​ດັນ​ຕໍ່​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທ​ດ້ວຍ​ຂໍ້​ອ້າງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ໄດ້​ລະ​ເມີດ​ຫຼັກ​ການ​ເສດ​ຖະ​ກິດ​ຕະ​ຫຼາດ, ທັງ​ໄດ້​ລະ​ເມີດ​ຫຼັກ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ​ຫຼັກ​ການໂປ່ງ​ໃສ​ແລະ​ບໍ່​ມີ​​ການ​ຈຳ​ແນກ​ຂອງ​ອົງ​ການ​ການ​ຄ້າ​ໂລກ. ການ​ທີ່​ໂຈມ​ຕີ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ດ້ວຍ​ຂໍ້​ອ້າງ​ຄວາມ​ໝັ້ນ​ຄົງ​ແຫ່​ງ​ຊາດ​​ເປັນ​ການ​ກະ​ທຳ​ແບບ​ເປີດ​ກັບ Pandora ຫຼື​ ກັບ​ອາ​ຖັນ, ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ຕາມ​ປົກ​ກະ​ຕິ​ຈະ​ຖືກ​ທຳ​ລາຍ​ຈົນ​ໝົດ, ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ກໍ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ກະ​ທຳ​ດັ່ງ​ກ່າວເຊັ່ນ​ກັນ. ການ​ຄວບ​ຄຸມ​ດ້ານ​ການ​ເມືອງ​ຂ​ອງ​ອາ​ເມ​ຣິ​ກາ​ເປັນ​ການ​ກະ​ທຳ​ທີ່​​ມີ​ວິ​ໄສ​ທັດ​ຄົບ​ແຄບ​ແລະ​ມະ​ຫາ​ອຳ​ນາດ, ໄດ້​ຝືນ​ກັບ​ກະ​ແສ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ, ​ໃນ​ທີ່​ສຸດອາ​ເມ​ຣິ​ກາ​ຈະ​ໄດ້​ຮັບ​ຜົນ​ຮ້າຍ​ຍ້ອນ​ການ​ກະ​ທຳ​ຂອງ​ຕົນ​ເອງ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0