秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

500 ກວ່າຍີ່ຫໍ້ສິນຄ້າທັງພາຍໃນ ແລະຕ່າງປະເທດຈະເຂົ້າຮ່ວມງານວາງສະແດງກິລາລະດູໜາວ

2020-08-06 14:42:25 cri

ງານ​ວາງ​ສະ​ແດງ​ການການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ຈ​ະ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ກັນ​ຍາ​ຢູ່​​ນະ​ຄອນຫຼ​ວງ​ປັກ​ກິ່ງ​ຂອງ​ຈີນ. ການ​ວາງ​ສະ​ແດງ​ກິລາ​ລ​ະ​ດູ​ໜາວເປັນ​ໜຶ່ງ​ໃນ 8 ລ​າຍ​ການ​ຂອງງ​ານ​ວາງ​ສະ​ແດງ​ຫົວ​ຂໍ້​ສະ​ເພາະ​ໃນ​​ງານຄັ້ງ​ນີ້ ເຊິ່ງ​ຈະ​ດຶງ​ດູດ 500 ກ​ວ່າ​ຍີ່​ຫໍ້​​ສິນ​ຄ້າ​ທີ່​ມີ​ຊື່​ສຽງທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດເຂົ້​າ​ຮ່ວມ, ໃນ​ນັ້ນ, ມີ​ເຄິ່ງ​ໜຶ່ງ​ເປັນ​ຍີ່​ຫໍ້​ສາ​ກົນ.

ການ​ວາງ​ສະ​ແດງ​ກິລາ​ລ​ະ​ດູ​ໜາວຈະ​ເນັ້ນ​​ໃສ່​ສະ​ພາບ​​ການກະ​ກຽ​ມ​ງານ​​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ 2022, ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຖາ​ນະ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ຂະ​ແໜງ​ການ​ກິ​ລາ​ລະ​ດູ​ໜາວ​ໃນ​ການ​ຄ້າ​ການ​ບໍ​ລິ​ການ​​ຂອງໂລກ​ໃນ​ຍຸກ​ປັດ​ຈຸ​ບັນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ເຂົ້າ​ກັນ​​ຂອງ​​ຂະ​ແໜງ​ການກິ​ລາ, ເຕັກ​ນິກ​ວິ​ທະ​ຍາ​ສາດ, ວັດ​ທະ​ນະ​ທຳ, ທ່​ອງ​ທ່ຽວ ແລະ​ສຸ​ຂະ​ພາບ ລະ​ຫວ່າງ​ປະ​ເທດ​ຕ່າງ​ໆ​ຂອ​ງ​ໂລກ.

ງາ​ນ​ວາງ​ສະ​ແດງ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນເປັນ​ງານ​ວາງ​ສ​ະ​ແດງ​ສັງ​ລ​ວມ​​ເທື່ອທຳ​ອິດ​ຂອງ​ໂລກ​ໃນ​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ, ເປັນ​​ປະ​ຕູ​ທີ່​ສຳ​ຄັນ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ຈີນ​ໃນ​ການ​ເປີດປະ​ຕູ​ສູ່​ພາຍ​ນອກ.

ຄຳ​ເຫັນ

0