蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕາງ​ໜ້າ​ຈີນ​ແບ່ງ​ປັນ​ບົດ​ຮຽນໃນ​ການ​ຕ້ານກັບ​ພະ​ຍາດໃນ​ກອງ​ປະ​ຊຸມຂອງ ສ​ປ​ຊ

2020-08-06 11:11:26 CRI

     ວັນ​ທີ 5 ສິງ​ຫານີ້, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບວຽກ​ງານ​ແມ່​ຍິງ​ໄດ້​ຈັດກອງ​ປະ​ຊຸມ​ສາ​ກົນກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ຜ່ານ​ທາງ​ອອນ​ລາຍ, ຜູ້​ຕາງ​ໜ້າ​ຈີນໄດ້​ແບ່ງ​ປັນ​ບົດ​ຮຽນໃນ​ການ​ຕ້ານກັບ​ພະ​ຍາດ ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ແມ່​ຍິງ ແລະ​ດ້ານ​ອື່ນໆໃຫ້​ປະ​ເທດຕ່າງໆ​ໃນ​ໂລກ.

ໃນ​ເວ​ລາ​ກ່າວ​ປາ​ໄສ, ທ່ານ​ນາງ​ຫວງ​ສຽວ​ເວີ່ຍ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ແມ່​ແລະ​ເດັກ​ຂອງລັດ​ຖະ​ບານ​ຈີນ ທັງ​ເປັນ​ຫົວ​ໜ້າ​ກອງ​ເລ​ຂາ​ສະ​ຫະ​ພັນ​ແມ່​ຍິງ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ຢູ່​ໃນສະ​ພາບການ​ທີ່ພະ​ຍາດ​ມີ​ຄວາມ​ຮ້າຍ​ແຮງ, ຈີນ​ໄດ້​ຈັດ​ຕັ້ງແລະ​ສົ່ງ​ທິມແພດແຫ່ງ​ຊາດ 346 ທິມ​ໄປ​ຊ່ວຍ​ເຫຼືອ​ແຂວງ​ຫູ​ເປ. ໃນຈຳ​ນວນ​ພະ​ນັກ​ງານ​ແພດ​ໝໍ 4 ໝື່ນ 2000 ຄົນ​ທີ່​ໄປ​ຊ່ວຍ​ເຫຼືອ​ແຂວງ​ຫູ​ເປ, ມີຜູ້​ຍິງ 2 ໝື່ນ 8000 ຄົນ, ກວມ 2 ສ່ວນ 3. ພະ​ນັກ​ງານ​ແພດ​ໝໍ​ຍິງ​ຫຼາຍ​ລ້ານ​ຄົນ ພະ​ນັກ​ງານແລະ​ອາ​ສາ​ສະ​ໝັກ​ຄຸ້ມ​ຄອງ​ຄຸ້ມ​ຊຸມ​ຊົນ​ເພດ​ຍິງ 10 ລ້ານກວ່າ​ຄົນໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ເດັດ​ດ່ຽວ​ແລະ​ຫ້າວ​ຫັນ, ຕໍ່​ຕ້ານ​ກັບ​ພະ​ຍາດ​ດ້ວຍ​ທ່າ​ທີ​ທີ່​ຕັ້ງ​ໜ້າ​ແລະ​ມີ​ປະ​ສິດ​ທິ​ຜົນ.

ທ່ານ​​ນາງ​ພຸມ​ສິວ ມາມ​ໂບ ນູ​ຄາ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບວຽກ​ງານ​ແມ່​ຍິງ​ກ່າວ​ວ່າ: ສ​ປ​ຊ ສະ​ແດງ​ຄວາມຂອບ​ໃຈ​ນຳ​ສະ​ຫະ​ພັນ​ແມ່​ຍິງ​ແຫ່ງ​ຊາດ​ຈີນ​ທີ່​ໄດ້​ແບ່ງ​ປັນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໃນ​ການ​ປ້ອງ​ກັນ ຄວບ​ຄຸມ​ພະ​ຍາດ ແລະ​ຟື້ນ​ຟູ​ເສດ​ຖະ​ກິດ. ຫວັງ​ວ່າ​ປະ​ເທດ​ຕ່າງໆ​ຈະ​ຮ່ຳ​ຮຽນ​ແລະ​ຖອດ​ຖອນເອົາ​ເປັນ​ບົດ​ຮຽນ, ທັງເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມືນຳ​ກັນ.

ຄຳ​ເຫັນ

0