徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ສົ່ງ​ສານ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງປະ​ທາ​ນາ​ທິ​ບໍ​ດີ​ລີ​ບັງ​ກ່ຽວ​ກັບ​ເຫດ​ການ​ລະ​ເບີດ​ຂະ​ໜາດໃຫຍ່​ຢູ່​ລີ​ບັງ

2020-08-06 16:26:12 cri

ຕາມ​ຂ່າວCRI:ວັນ​ທີ 5 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງ​ທ່ານ​ມີ​ເຊນ ໂອນ, ປະ​ທາ​ນາ​ທິ​ບໍ​ດີ​ລີ​ບັງ​ກ່ຽວ​ກັບ​ເຫດ​ການ​ລະ​ເບີດ​ຂະ​ໜາດໃຫຍ່​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ເບ​ຣຸດ​​ປະ​ເທດລີ​ບັງ.

 

​ເນື້ອ​ໃນ​ສານ​ຂອງທ່ານ​ສີ​ຈິ້ນ​ຜີງ​ໄດ້​ຂຽນ​ວ່າ, ​ຂ້າ​ພະ​ເຈົ້າ​ຕື່ນ​ຕົກ​ໃຈ​ເມື່ອ​ໄດ້​ຮັບ​ຮູ້​ວ່າ​ຢູ່ນະ​ຄອນ​ຫຼວງ​ເບ​ຣຸດ​ຂອງ​ລີ​ບັງ​ໄດ້​ເກີດ​ເຫດ​ການ​ລະ​ເບີດຂະ​ໜາດ​ໃຫຍ່, ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ຈຳ​ນວນຫຼວງ​ຫຼາຍ. ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ, ແລະ​ໃນ​ນາມ​​ສ່ວນ​ຕົວ, ຂໍສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ສຸດ​ຊື້ງ​ຕໍ່​ຜູ້​ເສຍ​ຊີ​ວິດ, ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ເຖິງຄອບ​ຄົວ​ຂອງ​ຜູ້​ບາດ​ເຈັບ, ແລະ​ອວຍ​ພອນ​ໃຫ້​ຜູ້​ບາດ​ເຈັບ​ຟື້ນ​ຟູ​ສຸ​ຂະ​ພາບ​ໂດຍ​ໄວ.

 

 

ຄຳ​ເຫັນ

0