徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ວິ​ຊາ​ການ​ອາ​ເມ​ຣິ​ກາສາ​ເຫດ​ຂອງ​ການ​ແຜ່​ລະ​ບາດ​​ພະ​ຍາດ​ໂຄວິດ-19 ແມ່ນ​ການ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​ໃນ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ບໍ່​ເປັນ​ເອ​ກະ​ພາບ​ກັນ

2020-08-06 16:26:46 cri

ຕາມ​ຂ່າວCRI: ວັນ​ທີ 5 ສິງ​ຫາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​​ອັນ​ໂຕ​ນີ ​ຟາວ​ຊີ, ​ຜູ້ຊ່ຽວ​ຊານ​ພະ​ຍາດ​ຕິດ​ແປດ​ອາ​ເມ​ຣິ​ກາໄດ້​ກ່າວເຕືອນ​ວ່າ, ​ຖ້າ​ວ່າລັດ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ບໍ່​ມີການ​ຮັບ​ມື​ກັບ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ອາ​ເມ​ຣິ​ກາ​ຈະ​ສືບ​ຕໍ່​ຜະ​ເຊີນ​ກັບ​ຄວາມ​ອັນ​ຕະ​ລາຍ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ພາຍ​ໃນ​ປະ​ເທດ​ຢ່າງກວ້າງ​ຂວາງກວ່າ​ເກົ່າ.

ທ່ານ​ອານ​ໂ​ຕ​ນີ ​ຟາວ​ຊີ​ໄດ້​ປຽບ​ທຽບ​ການ​ຮັບ​ມື​ກັບ​ພະ​ຍາດ​ຂອງ​ອາ​ເມ​ຣິ​ກາ​ຄື​ດັ່ງ​ນີ້. ທ່ານ​ໄດ້​ຊີ້​ອອກວ່າ, ຖ້າ​ວ່າ​ຢາກ​ເອົາ​ຊະ​ນະ​ໃນ​ການ​ແຂ່ງ​ຂັນ, ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນພາຍ​ເຮືອ​ທັງ​ໝົດຕ້ອງ​ຢູ່​ໃນ​ຈັງ​ຫວັດ​ທີ່​ເປັນເອ​ກະ​ພາບ​ກັນ. ທ່ານ​ອານ​ໂຕ​ນີ ​ຟາວ​ຊີເຫັນ​ວ່າ, ອາ​ເມ​ຣິ​ກາ​ມອບ​ສິດ​ການ​ຕັດ​ສິນ​ນະ​ໂຍ​ບາຍ​​ໃຫ້​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຫຼາຍ​ເກີນ​ໄປ. ແຕ່​ແຕ່​ລະ​ທ້ອງ​ຖິ່ນ​ມີການ​ຮັບ​ມື​ກັບ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ທີ່ແຕກ​ຕ່າງ​ກັນ​ຫຼາຍ. ສະ​ນັ້ນ, ວຽກ​ງານ​ກາ​ນ​​ຕ້ານກັບ​ພະ​ຍາດ​ຂອງທົ່ວ​ປະ​ເທດຈຶ່ງ​ບໍ່​ສາ​ມາດ​ມີ​ຄວາມ​ເອ​ກະ​ພາບ​ກັນ​, ນີ້​ແມ່ນແມ່ນ​ສາ​ເຫດ​ຕົ້ນ​ຕໍ​ຂອງ​ບັນ​ຫາ​ຢ່າງ​ແທ້​ຈິງ.

ທ່ານ​ອານ​ໂ​ຕ​ນີ ​ຟາວ​ຊີແນະ​ນຳ​ວ່າ, ຖ້າ​ທຽບ​ກັບ​ປະ​ເທດ​ອື່ນ​ແລ້ວ, ​ກໍ​ລະ​ນີ​ຂອງ​ຜູ້​ຕິດ​ແປດ​ພະ​ຍາດໂຄວິດ-19 ທີ່​ເພີ່ມ​ໃໝ່​ໃນແຕ່​ລະ​ມື້ຢູ່ອາ​ເມ​ຣິ​ກາ​ບໍ່​ໄດ້​ຫຼຸດ​ລົງ​ໃນ​ລະ​ດັບ​ທີ່ສາ​ມາດ​ຟື້ນ​ຟູ​ການ​ຜ​ະ​ລິດ​ແລະ​ການ​ເຮັດ​ວຽກ​ຄືນ​ໃໝ່ຢ່າງ​ປອດ​ໄພ​​ໄດ້​ຕະ​ຫຼອດ​ມາ. ມີ​ລັດ​ຈຳ​ນວນ​ໜຶ່ງ​ມີ​ສະ​ພາບ​ການ​ດີ​ສົມ​ຄວນ, ແຕ່​ວ່າ​ຖ້າ​​ພິ​ຈາ​ລະ​ນາ​ໂດຍ​ລວມ​ແລ້ວ, ໃນ​ຖາ​ນະ​ເປັນ​ປະ​ເທດ​ໜຶ່ງ, ຄົນ​ອາ​ເມ​ຣິ​ກາ​ຄວ​ນ​ພິ​ຈາ​ລະ​ນາບໍ່​ແມ່ນ​ໃນ​ລັກ​ສະ​ນະ​ຕ່າງ​ຄົນ​ຕ່າງ​ເຮັດ, ຫາກ​ແຕ່​ຕ້ອງ​ພິ​ຈາ​ລະ​ນາ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ວ່າ​ໄດ້​ບັນ​ລຸ​ມາດ​ຕະ​ຖານ​ທີ່​ວ່າ​ສາ​ມາດ​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ການ​ເຮັດ​ວຽກ​ຄືນ​ໃໝ່​ໄດ້​ຫຼື​ບໍ.

ຄຳ​ເຫັນ

0