徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຫດ​ການ​ລະ​ເບີດ​ຢູ່​ລີ​ບັງ​ມີ​ຜູ້​ເສຍ​ຊີ​ວິດ​ເຖິງ 135 ຄົນ ຫຼາຍ​ປະ​ເທດ​ໃຫ້​ການ​ຊ່ວຍ​ເຫຼືອ​ຢ່າ​ງ​ຮີບ​ດ່ວນ

2020-08-06 16:27:13 cri

 ຕາມ​ຂ່າວcri:ວັນ​ທີ 4 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ທ່າ​ກຳ​ປັ່ນ​ຂອງ​ນະ​ຄອນ​ຫຼວງ​ເບ​ຣຸດ​​ລີ​ບັງ​ໄດ້​ເກີດ​ເຫດ​ການ​ລະ​ເບີດຂະ​ໜາດ​ໃຫຍ່. ນັບ​ມາ​ຮອດ​ເວ​ລາ​ 21 ໂມງ​ຂອງວັນ​ທີ 5 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ເຫດ​ການ​ລະ​ເບີດ​​ດັ່ງ​ກ່າວໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ 135 ຄົນ​ເສຍ​ຊີ​ວິດ, 5000 ກວ່າ​ຄົນ​ບາດ​ເຈັບ, ມີ​ຫຼາຍ​ສິບ​ຄົນ​ຫາຍ​ສາບ​ສູນ.

 

   ໃນ​ວັນ​ທີ 5 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ເຫດ​ການ​​ດັ່ງ​ກ່າວ​ໂດຍ​ລະ​ບຸວ່າ, ປະ​ຈຸ​ບັນ​ນີ້ສະ​ຫະ​ພາບ​ເອີ​ຣົບກຳ​ລັງ​ປະ​ສານ​ສົມ​ທົບ​ຢ່າງ​ໃກ້​ຊິດ​ເພື່ອ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ​ຕ່າງໆ​ເຊ່ນ: ​ພະ​ນັກ​ງານ​ກູ້​ໄພ​ສຸກ​ເສີນ 100 ຄົນ, ລົ, ໝາ​ກູ້​ໄພ, ວັດ​ຖຸ​ແລະ​ເຄື່ອງ​ອຸ​ປະ​ກອນ​ຕ່າງໆໄປ​ສະ​ຖານ​ທີ່​ເກີດ​ເຫດ.

 

   ໃນ​ວັນ​ທີ 5 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ລັດ​ຖະ​ບານອາ​ຣັບ​ເອ​ມີ​ເຣດ​ໄດ້​ຂົນ​ສົ່ງ​ວັດ​ຖຸ​ອຸ​ປະ​ກອນ​ປິ່ນ​ປົວ​ງວດ​ທຳ​ອິດ​ໃຫ້ແກ່​ລີ​ບັງ​ຢ່າງ​ຮີບ​ດ່ວນ. ຂ່າວ​ແຈ້ງວ່າ, ໃນ​ມື້​ດຽວ​ກັນ​ມີ​ເຮືອ​ບິນ​ທີ່​ໄດ້​ບັນ​ທຸກວັດ​ຖຸ​ອຸ​ປະ​ກອນ​ປິ່ນ​ປົວ​ທີ່​ມີ​ນ້ຳ​ໜັກ 30 ໂຕນ​ບິນ​ຈາກນະ​ຄອນ​ດູ​ບາຍ​ຫາ​ນະ​ຄອນ​ເບ​ຣຸດ.

ໃນ​ຕອນ​ແລງວັນ​ທີ 5 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ປະ​ເທດ​ຕວກ​ກີ​ໄດ້​ສົ່ງ​ເຮືອ​ບິນທະ​ຫານ 1 ລຳ​ທີ່​ໄດ້​ບັນ​ທຸກ​ພະ​ນັກ​ກ​ງານ​ແລະອຸ​ປະ​ກອນ​ກູ້​ໄພ​ເຂົ້າ​ໄປ​ຊ່ວຍ​ເຫຼືອ​ລີ​ບັງແລ້ວ.

ຄຳ​ເຫັນ

0