趙曉虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​​ສາ​ມາດ​ຜະ​ລິດ​ຢາ​ກວດ​ນິວ​ຄະ​ເລ​ອິກ 1 ລ້ານ​ຊຸດ​ຕໍ່​ອາ​ທິດ

2020-08-06 10:10:05 cri

 

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ສິງ​ຫານີ້ ທ່ານ​ຫວາງ​ຈ່ຽງ​ຜິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ຂໍ້​ມູນ​ຂ່າວ​ສານ​ຈີນ​ກ່າວ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດແລ້ວນີ້, ຈີນ​ໄດ້​ດຳ​ເນີນ​ການກວດ​ນິວ​ຄະ​ເລ​ອິກ​ຫາ​ເຊື້ອ​ໄວ​ຣັດ​ໂຄ​ວິດ-19 ໃຫ້​ປະ​ຊາ​ຊົນ 160 ລ້ານ​ເທື່ອ​ຄົນ​ແລ້ວ, ຄວາມ​ສາ​ມາດກວດ​ຫາ​​ເຊຶ້ອຕໍ່​ມື້​ບັນ​ລຸ 4 ລ້ານ 8 ແສນ​ເທື່ອ​ຄົນ, ໄດ້​ບັນ​ລຸ​ຕາມ​ຫຼັກ​ການ​ທີ່​ວ່າ “​ຜູ້ຄວນກວດ​ຕ້ອງ​ໃຫ້​ໄດ້​ກວດ”, “ຜູ້ສະ​ໝັກ​ກວດ​ກໍ່​ກວດ​ໃຫ້”. ປັດ​ຈຸ​ບັນ ຈີນ​ສາ​ມາດ​ຜະ​ລິດ​ຢາ​ກວດ​ນິວ​ຄະ​ເລ​ອິກ​ 1 ລ້ານກວ່າ​ຊຸດ​ຕໍ່​ອາ​ທິດ​, ເຊິ່ງ​ຜະ​ລິດ​ຕະ​ພັນ​ດັ່ງ​ກ່າວ​ໃຫ້​ຜົນ​ໄວ​ທີ່​ສຸດ​ພຽງ​ແຕ່ໃຊ້​ເວ​ລາ 30 ນາ​ທີ​ເທົ່າ​ນັ້ນ.

ທ່ານ​ຫວາງ​ຈ່ຽງ​ຜິງ​ກ່າວ​ວ່າ: ໃນ​ຂັ້ນ​ຕອນ​ຕໍ່​ໄປ ຈີນ​ຈະ​ເລັ່ງ​ລັດ​ການ​ບຸກ​ທະ​ລຸ​ໃນ​ຂອດ​ຫຍຸ້ງ​ຍາກ​ໃນ​ການ​ຄົ້ນ​ຄວ້າ​ແລະ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ກວດນິວ​ຄະ​ເລ​ອິກ​ຢ່າງວ່ອງ​ໄວ. ນອກ​ຈາກ​ການກວດ​ນິວ​ຄະ​ເລ​ອິກ​ແລ້ວ, ຍັງ​ໄດ້​ຄົ້ນ​ຄວ້າ​ແລະ​ຜະ​ລິດຢາ​ກວ​ດ​ພູມ​ຕ້ານ​ທານອີກ​ດ້ວຍ, ເຊິ່ງ​ສາ​ມາດ​​ໃຫ້​ຜົນ​ກວດ​ພາຍ​ໃນເວ​ລາ 15 ນາ​ທີ​ເທົ່າ​ນັ້ນ. ​ເຊິ່ງ​ສາ​ມາດກວດພູມ​ຕ້ານ​ທານ ແລະ​ກວດ​ນິວ​ຄະ​ເລ​ອິກ​ໄປ​ພ້ອມ​ກັນ, ​ເປັນ​ການ​ຍົກ​ສູງ​ອັດ​ຕາ​ການ​ກວດ​ເຫັນ​ເຊື້ອ​ໄວ​ຣັດ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ.

ຄຳ​ເຫັນ

0