黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ເປັນ​ພິ​ເສດ

2020-09-18 19:25:22 cri

ວັນ​ທີ 16 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ກາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໄປ​​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ແຂວງ​ຫູ​ໜານ, ມື້​ທຳ​ອິດ, ທ່ານ​​ໄດ້​ເດີນ​ທາງ​ໄປ​ບ້ານ​ຊ່າ​ໂຈ່ວ​ຕາ​ແສງ​ເວີນ​ມິນ​ເມືອງ​ຢູ​​ເສິງ ເຊິ່ງ​ຕັ້ງ​ຢູ່ທາງ​ພາກ​ໃຕ້​ແຂວງ​ຫູ​ໜານ. ບ້ານ​ຊ່າ​ໂຈ່ວ​ເຄີຍ​ເປັນ​ບ້ານ​ທຸກ​ຍາກ​ທີ່​ລັດ​ຖະ​ບານ​ຈີນ​​ໄດ້​ໃຫ້​ການຊ່ວຍ​ເຫຼືອ​ເປັນ​ພິ​ເສດ ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​. 10 ກວ່າ​ປີ​ກ່ອນ, ຄອບ​ຄົວ​ຜູ້​ທຸກ​ຍາກ​ໃນ​ບ້ານກວມ​ປະ​ຊາ​ກອນຂອງ​ບ້ານ 2 ສ່ວນ 3. ເມື່ອ​ຮອດ​ປີ 2000, ໃນ​ບ້ານ​​ແຫ່ງ​ນີ້​ຈິ່ງ​ມີ​ທາງ​ເບ​ຕົງ​ເສັ້ນ​ທຳ​ອິດ. ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ໜ່ວ​​ຍງານ​ປະ​ຈຳ​ບ້ານ, ທາງ​ບ້ານ​ໄດ້​ຕັ້ງ​ໜ້າ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ປະ​ຕິ​ວັດ, ຍັງ​ໄດ້​ສ້າງ​ສູນສາ​ທິດ​ການ​ທ່ອງ​ທ່ຽວ​ຊົນ​ນະ​ບົດ​ທັນ​ສະ​ໄໝ​ຊ່າ​ໂຈ່ວ, ພັດ​ທະ​ນາ​ຂະ​ແໜງ​ການ​ປູກ​ຝັງ. ເມື່ອ​ຮອດ​ທ້າຍ​ປີ 2018, ​ໝົດບ້ານ​ຊ່າ​ໂຈ່ວ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.

ວັນ​ທີ 3 ພະ​ຈິກ​ປີ 2013, ​ຢູ່​ບ້ານ​ສິບ​ແປດ​ຖ້ຳ​ເມືອງ​ຮ​ວາ​ຢວນ ທາງ​ພາກ​ຕາ​ເວັນ​ຕົກ​ແຂວງ​ຫູ​ໜານ, ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ: “ຕ້ອງ​ເຮັດ​ວຽກ​ງາ​ນຢາງ​ລະ​ອຽດ​ຮອບ​ຄອບ, ອີງ​ຕາມ​ສະ​ພາບ​ຕົວ​ຈິງ, ຊີ້​ນຳ​ວຽກ​ງານ​​ໂດຍ​ແບ່ງ​ເປັນ​ປະ​ເພດ ແລະ ຫຼຸດ​ຜ່​ອນ​ຄວາມ​ທຸກ​ຍາກ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ”. ຫຼັງ​ຈາກ​ນັ້ນ, ​ແນວ​ຄວາມ​ຄິດ “ຫຼຸດ​ຜ່ອນ​ຄວາມ​ທຸ​ກ​ຍາກ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ” ກໍ​ໄດ້​ເຜີຍ​ແຜ່​ໄປ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈີນ. ຈາກ​ປີ 2013 ຮອດ​ປີ 2020, ຈາກ​ບ້ານ​ສິບ​ແປດ​ຖ້ຳ​ຈົນ​ຮອດ​ບ້ານ​ຊ່າ​ໂຈ່ວ, ສອງ​ບ້າ​ນ​ຊົນ​ນະ​ບົດ​​ທຳ​ມະ​ດາ​ຂອງແຂວງ​ຫູ​ໜານ​​ກໍ​ກາຍ​ເປັນ​ສອ​ງ​ຈຸດ​ຍຸດ​ທະ​ສາດ​ສຳ​ລັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ໃນ​ການ​ບັນ​ຊາ​ບັ້ນ​ຮົບອັນ​ໃຫຍ່ຫຼວງ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຈີນ.

ນັບ​ແຕ່​ຕົ້ນ​ປີ​ມາ​ນີ້, ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຕ້ອງ​​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຕາມ​ເວ​ລາ​ກຳ​ນົດ, ບໍ່​ມີ​ທາງ​ຖອຍຫຼັງ ແລະ ບໍ່​ມີ​ການ​ໂຍະ​ຍານ​ເດັດ​ຂາດ. ໃນ​ປີ​ສຸດ​ທ້າຍ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ການ​​ລຶບ​ລ້າງ​ຄວາມ​ທຸ​ກ​ຍາກ​ຢ່າ​ງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ​ເປັນ​ຍຸດ​ທະ​ສາດ​ສຳ​ຄັນ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ແຂວງ​ຫູ​ໜານ​ອີກ​ຕື່ມ​ໃນ​ຮອບ 7 ປີ ເຊິ່ງ​ສ່ອງ​ແສງ​ໃຫ້​ເຫັນ​ວ່າ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່​​ໄດ້ໃຊ້​ການ​ການ​ກະ​ທຳ​ຕົວ​ຈິງ ເພື່ອ​ສະ​ທ້ອນ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຂອງ​ຈີນ ​ໃນ​ການ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸ​ກ​ຍາກ.

ຄຳ​ເຫັນ

0