何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຊຸກຍູ້​ໃຫ້​ບັນດາ​ປະ​ເທດ​ມີ​ສິດທິ ໂອກາດ ​ແລະ ລະບຽບ​ການ​ທີ່​ສະ​ເໝີ​ພາບ​ກັນ

2020-09-23 09:08:15 CRI

 

ວັນ​ທີ 22 ກັນຍາ ປີ 2020, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ປະກອບ​ຄຳ​ເຫັນ​ທີ່​ສຳຄັນ​ໃນ​ການ​ອະພິ​ປາຍ​ທົ່ວ​ໄປ​ຂອງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດສະ​ໄໝ​ທີ 75.

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ການ​​ບໍ​ລິ​ຫານໂລກ​ຄວນ​ຍຶດໝັ້ນ​ຫຼັກການ​ທີ່​ ປຶກສາ​ຫາລືຮ່ວມ​ກັນ​, ​ສ້າງສາຮ່ວມ​ກັນ ​ແລະ ​ຊົມ​ໃຊ້ຮ່ວມ​ກັນ, ຊຸກຍູ້​ບັນດາ​ປະ​ເທດ​ໃຫ້​ມີ​ສິດທິ ໂອກາດ ​ແລະ ລະບຽບ​ການ​ທີ່​ສະ​ເໝີ​ພາບ​ກັນ, ​ເຮັດ​ໃຫ້​ລະບົບ​ບໍ​ລິ​ຫານ​ໂລກ​ສອດຄ່ອງ​ກັບ​ການ​ເມືອງ ​ແລະ ​ເສດຖະກິດ​ໂລກທີ່​ໄດ້​ມີ​ການ​ປ່ຽນ​ແປງ, ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ​​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລັກສະນະ​ທົ່ວ​ໂລກ, ສອດຄ່ອງ​ກັບ​ທ່າ​ອຽງ​ປະຫວັດສາດ​ທີ່​ມີ​ສັນຕິພາບ ການ​ພັດທະນາ ​ແລະ ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ການ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ປະ​ເທດ​ແມ່ນ​​ເລື່ອງ​ປົກກະຕິ, ຄວນ​ແກ້​ໄຂ​ຢ່າງ​ເໝາະ​ສົມ​ໂດ​ຍຜ່ານ​ການ​ສົນທະນາ​ ​ແລະ ປຶກສາ​ຫາລື​ກັນ. ​ລະຫວ່າງ​ປະ​ເທດ​ສາມາດ​ມີ​ການ​ແຂ່ງຂັນ​ກັນ​ໄດ້, ​ແຕ່​ຕ້ອງ​ເປັນ​ການ​ແຂ່ງຂັນ​​ທາງບວກ ​ແລະ ​ດຳ​ເນີນ​ໄປ​ໃນ​ທາງ​ດີ, ຕ້ອງ​ຮັກສາ​ເສັ້ນ​ພື້ນຖານ​ດ້ານ​ຄຸນສົມບັດ ​ແລະ ລະບຽບ​ການ​ສາກົນ. ປະ​ເທດ​ໃຫຍ່​ຄວນ​ມີ​ໂສມ​ໜ້າ​ຂອງ​ປະ​ເທດ​ໃຫຍ່, ຄວນ​ສະໜອງ​ຜະລິດ​ຕະພັນ​ສາທາລະນະ​ສາກົນ​ໃຫ້​ຫຼາຍກວ່າ​ເກົ່າ, ​ແບກ​ຫາບ​​ພັນ​ທະ​ ​ແລະ ສະ​ແດງ​ໃຫ້​ເຫັນ​ເຖິງ​ສະຕິ​ຄວາມຮັບຜິດຊອບ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່.

ຄຳ​ເຫັນ

0