黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ສັ່ງ​ປິດ TikTok ອີກ​ຄັ້ງ​ໜຶ່ງ​ດ້ວຍ​ຂໍ້​ອ້າງ “ຄວາມ​ໝັ້ນ​ຄົງ​ແຫ່​ງ​ຊາດ”

2020-09-27 16:52:46 cri

ໃນ​ຖາ​ນະ​ເປັນ​ແອັບ​ວິ​ດີ​ໂອ​ສັ້ນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, TikTok ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຄົນ​ທັງຫຼາຍ ແລະ ມີ​ຜູ້​ເບິ່ງ​ເຂົ້າ​ຊົມຫຼາຍກວ່າ​ຮ້ອຍ​ລ້ານ​ຄົນ​ຢູ່​ອາ​ເມ​ຣິ​ກາ. ແຕ່​ວ່າ, ນັບ​ແຕ່​ເດືອນ​ກໍ​ລະ​ກົດ​ປີ​ນີ້​ເປັນ​ຕົ້ນ​ມາ, TikTok ຖືກ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ “ຂວ້ຳ​ບາດ”: ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ບັງ​ຄັບ​ໃ​ຫ້​ບໍ​ລິ​ສັດ ByteDance ຂາຍ​ທຸ​ລະ​ກິດ TikTok ຢູ່​ອາ​ເມ​ຣິ​ກາໃຫ້ບໍ​ລິ​ສັດ​ອາ​ເມ​ຣິ​ກາ​ດ້ວຍ​ລາ​ຄາ​ຖືກ ດ້ວຍ​ຂໍ້​ອ້າງ “ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ”.

ເພື່ອ​ຮັບ​ມື​ກັບ​​ຂໍ້​ຮຽກ​ຮ້ອງ​ທີ່​ໄຮ້​ເຫດ​ຜົນ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ, ວັນ​ທີ 19 ກັນ​ຍາ​ນີ້, ​ບໍ​ລິ​ສັດ ByteDance ໄດ້​ສະ​ເໜີ​ອອກ​ມາ​ວ່າ: ຈະ​ຮ່ວມ​ມື​ກັບ​ບໍ​ລິ​ສັດ ໂອ​ຣັກ​ໂກ ແລະ ບໍ​ລິ​ສັດ​ວອນ​ມາດ​ຂອງ​ອາ​ເມ​ຣິ​ກາ ເຊິ່ງ​ໄດ້​ບັນ​ລຸ​ແຜນ​ການ​ແກ້​ໄຂ​ທີ່​ສອດ​ຄ່ອງ​ກັບ​ກົດ​ໝາຍ​ຈີນ ແລະ​ ອາ​ເມ​ຣິ​ກາ. ມື້​ດຽວ​ກັນ, ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ, ທ່ານ​ໂດ​ໂນ ທ​ຣຳ ປະ​ທານ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ໄດ້​ເຫັນ​ດີ “ໃນ​ດ້ານຫຼັກ​ການ” ຕໍ່​ແຜນ​ການ​ດັ່ງ​ກ່າວ. ແຕ່​ວ່່າ: ຍ້ອນ​ວ່າ​ແຜນ​ການ​ດັ່ງ​ກ່າວ​ບໍ່​ໄດ້​ຕອບ​ສະ​ໜອງ​​ຕໍ່​ຈຸດ​ປະ​ສົງ​ຂອງ​ລັດ​ຖະ​ບາ​ນ​ອາ​ເມ​ຣິ​ກາ​ທີ່​ຢາກ​ກືນ​ກິນ​ບໍ​ລິ​ສັດ TikTok, ວັນ​ທີ 20 ກັນ​ຍາ​ນີ້, ທ່ານ​ໂດ​ໂນ ທ​ຣຳ​ໄດ້​ກ່າວ​ອີກວ່າ: ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຈະ​ບໍ່​ອະ​ນຸ​ມັດ​ແຜນ​ການ​ຮ່ວມ​ມື​ດັ່ງ​ກ່າວ ແລະ ໃນ​ຂະ​ນະ​ດຽວ​ກັນ, ​ກໍຮຽກ​ຮ້ອງ​ໃຫ້​​ເກືອດ​ຫ້າມ​ລຶບ​ລ້າງ TikTok ອອກ​ຈາກແອັບ​ສະ​ຕໍ​ ​ເຊິ່ງຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທັນ​ທີ.

ການ​​ດຳ​ເນີນທຸ​ລະ​ກິດ​ຂອງ​ບໍ​ລິ​ສັດ TikTok ບໍ່​ມີ​ຄວາມ​ຜິດ​ພາດ​ຫຍັງ, ມີ​ແຕ່​ຍ້ອນ​ວ່າ​ທາງ​ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​​ເຮັດທຸ​ລະ​ກິດຕາມຫຼັກ​ການ “ຕະຫຼາດ​ເສ​ລີ” ຂອງ​ອາ​ເມ​ຣິ​ກາ ແລະ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ ເຊິ່ງ​ມີ​ມູນ​ຄ່າ​ທາງ​ການ​ຄ້າ​ທີ່​ໃຫຍ່​ຫຼວງ, ຈິ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຕັດ​ສິນ​ໃຈ “ຂວ້ຳ​ບາດ” ບໍ​ລິ​ສັດ​ດັ່ງ​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ. ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໃຊ້​ສິດ​ອຳ​ນາດ​ຂອງ​ລັດ “ຂວ້ຳ​ບາດ” ບໍ​ລິ​ສັດ​ແຫ່ງ​ໜຶ່ງ, ໃ​ຊ້​ຄວາມ​ກົດ​ດັນ​ທີ່​ບໍ່​​ເປັນ​ທຳ​ເພື່ອ​ບີບ​ບັງ​ຄັບ​ບໍ​ລິ​ສັດ ByteDance, ນີ້​ເປັນ​ການ​ກະ​ທຳ​ແບບ​​ຄົນ​ເຖື່ອນ​ຢ່າງ​ໂຈ່ງ​ແຈ້ງ.

ອາ​ເມ​ຣິ​ກາ​​ມັກ​ປ່າວ​ປະ​ກາດ​ວ່າ​ຕົນ​ເອງເປັນ​ຕະຫຼາດ​ເສດ​ຖະ​ກິດ​ເສ​ລີ ແລະ ມີ​​ການ​ແຂ່ງ​ຂັນ​​ຢ່າງຍຸດ​ຕິ​ທຳ​ມາ​ໂດຍ​ຕະຫຼອດ, ແຕ່​ໃນ​ເຫດ​ການບໍ​ລິ​ສັດ ByteDance​ເທື່ອ​ນີ້, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ພັດ​ໄດ້​ຫັນ​ບັນ​ຫາ​ການ​ຄ້າ​ເປັນ​ບັນ​ຫາ​ການ​ເມືອງ, ໄດ້​ປະ​ຖິ້ມ​ຄວາມ​​ໜ້າເຊື່ອ​ຖື​ຂອງ​ລັດ​ຖະ​ບານ ແລະ ​ການແຂ່ງ​ຂັນ​ແບບ​ຍຸ​ດ​ຕິ​ທຳໃນ​ຕະຫຼາດ​, ເຮັດ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ລ້ວນ​ແຕ່​ໄດ້​ເຫັນ​ພາບ​ພົດ​ອັບ​ອາຍ​​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຢ່າງ​ຈະ​ແຈ້ງ. ລັດ​ທິ​ເຈົ້າ​ອຳ​ນາດ​ຝືນ​ກັບ​ກະ​ແສ​ຂອງ​ຍຸກ​ສະ​ໄໝ, ໃນ​ຖາ​ນະ​ເປັນ​ຜູ້​ສົ່ງ​ເສີມ​ການ​ຄ້າຫຼາຍ​ຝ່າຍ ແລະ ການ​ຄ້າ​ເສ​ລີ​ໃນ​ອະ​ດີດ, ອາ​ເມ​ຣິ​ກາ​ພວມ​ເດີນ​ຕາມ​ເສັ້ນ​ທາງ​ຝືນ​ກັບ​ກະ​ແສ​ຂອງ​ຍຸກ​ສະ​ໄໝ ແລະ ຈະ​ຖືກ​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ປະ​ຖິ້ມ​ໃຫ້​ໂດດ​ດ່ຽວໃນ​ທີ່​ສຸດ.

ຄຳ​ເຫັນ

0