何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແມ່​ຍິງ​ຈີນ​ເປັນ​ພັນ​ເປັນ​ໝື່ນ​ຄົນໃຊ້​ສະ​ຕິ​ຮັບ​ຜິ​ດ​ຊອບ ແລະ ການ​ອຸ​ທິດ​ຕົນ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຊາດ​ປາ​ສະ​ຈາກ​ຜົນ​ກະ​ທົບ​ຂອງ​ພະ​ຍາດ

2020-10-02 17:35:13 CRI

ວັນ​ທີ 1 ຕຸ​ລາ​ປີ 2020, ທ່ານ​ສີ​ຈິ້​ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນໄດ້​ປະ​ກອບ​ຄຳ​ເຫັນ​ທີ່​ສຳ​ຄັນ ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ລະ​ນຶກກອງ​ປະ​ຊຸມ​ໃຫຍ່​ແມ່​ຍິງ​ໂລກ​ທີ່​ປັກ​ກິ່ງ​ຄົບ​ຮອບ 25 ປີ​ໂດຍ​ຜ່ານ​ທາງວີ​ດີ​ໂອ.

 

ທ່ານ​ສີ​ຈິ້​ນ​ຜິງ​ກ່າວ​ວ່າ: ໃນ​ຂະ​ນະສຳ​ຄັນ​ທີ່​ຈີນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຢ່າງ​ຂ້ຽວ​ຊາດທີ່​ສຸດ, ໃນ​ພະ​ນັກ​ງານ​ການ​ແພດ 4 ໝື່ນກວ່າ​ຄົນ​ທີ່​​ມາຈາກ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ​ເພື່ອ​ໄປ​ຊ່ວຍ​ເຫຼືອ​ແຂວງ​ຫູ​ເປີຍ​ນັ້ນ, ມີ 2 ສ່ວນ 3 ແມ່ນ​ເພດ​ຍິງ. ມີ​ນາງ​ພະ​ຍາ​ບານ​ຜູ້​ໜຶ່ງ​ທີ່​ມາ​ຈາກ​ແຂວງກວາງ​ຕຸ້ງ​ມີ​ອາ​ຍຸ​ບໍ່​​ຮອດ 20 ປີ. ນັກ​ຂ່າວ​ຖາມ​ລາວ​ວ່າ, ເຈົ້າ​ເອງ​ຍັງ​ເປັນ​ເດັກ​ນ້ອຍ ຍັງ​ຕ້ອງ​ການ​ຜູ້​ອື່ນ​ມາ​ຊ່ວຍ​ເຫຼືອ. ແຕ່​ລາວ​ຕອບ​ວ່າ, ເມື່ອ​ໃສ່​ຊຸດ​ປ້ອງ​ກັນ​ເຊື້ອ​ພະ​ຍາດ, ກໍ​ບໍ່​ແມ່ນ​ເດັກ​ນ້ອຍ​ອີກ​ແລ້ວ. ຄຳ​ສົນ​ທະ​ນາ​ຕອນ​ນີ້​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ​ຕື້ນ​ຕັນ​ໃຈ​ທີ່​ສຸດ. ກໍ​ແມ່ນ​ຍ້ອນ​ວ່າ​ມີ​ເພດ​ຍິງ​ຈີນ​ເປັນ​ພັນ​ເປັນ​ໝື່ນ​ຄົນຄື​ແບບ​ນີ້, ນັກ​ຮົບ​ຊຸດ​ຂາວ​ໄດ້ ບຸກ​ບືນ​ສ່ຽງ​ໄພ​ຕໍ່ຄວາມ​ອັນ​ຕະ​ລາຍ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າ​ຫານ ແລະ ການ​ເຮັດ​ວຽກ​ຢ່າງ​ລຳ​ບາກ​ຂອງ​ພະ​ນັກ​ງານ​ການ​ແພດ​ຜູ້​ທີ່​ມີ​ຄວາມ​ເມດ​ຕາ​ກະ​ລຸ​ນາ​ຕໍ່​ມວນ​ມະ​ນຸດ, ໃຊ້​ສະ​ຕິ​ຮັບ​ຜິ​ດ​ຊອບ ແລະ ການ​ອຸ​ທິດ​ຕົນ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຊາດ​ປາ​ສະ​ຈາກ​ຜົນ​ກະ​ທົບ​ຂອງ​ພະ​ຍາດ.

 

 

ຄຳ​ເຫັນ

0