黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຕາມຫຼັກ​ວິ​ທະ​ຍາ​ສາດ ຈິ່ງ​ແມ່ນ​ວິ​ທີ​ທີ່​ຖືກ​ຕ້ອງທີ່​ສຸດ

2020-10-10 22:44:28 cri

ວັນ​ທີ 1 ຫາ​ວັນທີ 8 ຕຸ​ລາ​ນີ້, ຈີນ​ໄດ້​ພັກ​​ວັນ​ຊາດ​ແລະ​ບຸນ​ໄຫວ້​ພະ​ຈັນເປັນ​ເວ​ລາ 8 ມື້ ເຊິ່ງ​ເປັນ​​ໄລ​ຍະພັກ​ຍາວ​ຄັ້ງ​ທຳ​ອິດ ຫຼັງ​​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ໃນ 8 ມື້​ດັ່ງ​ກ່າວ, ຈີນ​ມີ​ປະ​ຊາ​ຊົນ 600 ລ້ານ​ເທື່ອ​ຄົນ​ໄປ​ທ່ອງ​ທ່ຽວ, ລາຍ​ຮັບ​ດ້ານ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ມີ​ເຖິງ 466,56 ຕື້ຢວນ, ລວມຍອດ​ມູນ​ຄ່າ​ການ​ຈຳ​ໜ່າຍ​ຂອງວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ ແລະ ວິ​ສາ​ຫະ​ກິດ​​ທີ່​ມີ​ການ​ຕິດ​ຕາມ​ເປັນ​ຈຸດ​ສຸມ​ໃນ​ຂະ​ແໜງ​ການ​ກິ​ນ​ດື່ມ​​ໄດ້​ບັນ​ລຸ​ປະ​ມານ 1600 ຕື້ຢວນ. ສິ່ງ​ທີ່​ຄວນ​ເວົ້າ​ເຖິງ​ນັ້ນ​ກໍ​ຄື, ເຖິງ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈຳ​ນວນ​ມະ​ຫາ​ສານ ແລະ ການ​ບໍ​ລິ​ໂພກ​​ມີ​ຄວາມ​ຄຶກ​ຄື້ນ​ປານ​ນີ້​ກໍ​ຕາມ, ແຕ່​​ກໍ​ບໍ່​ໄດ້​ເກີດ​ມີ​​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ອີກ.

ວັນ​ທີ 2 ຕຸ​ລາ​ນີ້, ພໍ​ດີ​ແມ່ນ​ບຸນ​ອອກ​ພັນ​ສາ​ຂອງ​ລາວ​​ໄດ້ໝູນ​ວຽນ​ມາ​ເຖິງ, ຢູ່​ນະ​ຄອນຫຼວງ​ພະ​ບາງ​ກໍ​ໄດ້​ຈັດ​ບຸນ​ໄຫຼ​ເຮືອ​ໄຟ ເພື່ອ​ສະຫຼອງ​ບຸນ​ປະ​ເພ​ນີ​ດັ່ງ​ກ່າວ. ຕອນ​ຄ່ຳ​ມື້​ດຽວ​ກັນ, ປະ​ຊາ​ຊົນ​ນະ​ຄອນຫຼວງວຽງ​ຈັນ​ກໍ​ໄດ້​ພາ​ກັນ​ໄປ​ສະຫຼອງ​ບຸນ​ຢູ່​ຕາມ​ແຄມ​ແມ່​ນ້ຳ​ຂອງ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນເຊັ່ນ​ກັນ​, ກໍ​​ບໍ່​ມີ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເຊັ່ນ​ກັນ.

ແຕ່​ວ່າ, ໃນ​ໄລ​ຍະ​ດຽວ​ກັນ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ພັດ​ມີຫຼາຍກວ່າ 7 ລ້ານ​ກໍ​ລະ​ນີ​ແລ້ວ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ມີຫຼາຍກວ່າ 2 ແສນ​ຄົນ. ຈົນ​ທ່ານ​ໂດ​ໂນ ທ​ຣຳ ທີ່​ເຄີຍ​ກ່າວ​ແບບອວດ​ໂຕວ່າ: “ບໍ່​ມີ​ໃຜ​ຮູ້ພະ​ຍາດ​ໂຄວິດ-19 ດີກວ່າ​ຕົນ” ນັ້ນ ກໍ​ຖືກ​ບົ່ງ​ມະ​ຕິ​​ວ່າຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເຊັ່ນກັນ ແລະ ຈຳ​ເປັນ​ຕ້ອງ​ຖືກ​ກັກ​ບໍ​ລິ​ເວນ​ເພື່ອ​ປິ່ນ​ປົວ. ຕົວ​ເລກ​ໜ້າ​ຕົກ​ໃຈ​ແບບ​ນີ້​​ຢູ່​ອາ​ເມ​ຣິ​ກາ ໄດ້​ແຕກ​ຕ່າງ​ກັນ​ກັບ​ສະ​ພາບ​ການ​ສະຫຼອງ​​ບຸນ​ແບບ​​ຄຶກ​ຄື້ນ​ມ່ວນ​ຊື່ນຢູ່​ຈີນ ແລະ ລາວຫຼາຍ.

ຈີນ ແລະ ລາວ ລ້ວນ​ແຕ່​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ, ລັດ​ຖະ​ບານ​ຈີນ ແລະ ລັດ​ຖະ​ບານ​ລາວ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ ພ້ອມ​ທັງ​ໄດ້​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຕາມຫຼັກ​ວິ​ທະ​ຍາ​ສາດ, ຈີນ ແລະ ລາວ​ຈິ່ງ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ຈິ່ງ​ສາ​ມາດ​ສະຫຼອງ​ບຸນ​ປະ​ເພ​ນີ ແລະ ຟື້ນ​ຟູ​ຊີ​ວິດ​​ການ​ເປັນ​ຢູ່​ໃຫ້​ຄືນ​ສູ່​ສະ​ພາບປົກ​ກະ​ຕິ​​ໄດ້ໂດຍ​ໄວ.

ຈີນ​ມີປະ​ຊາ​ຊົນ 600 ລ້ານ​ເທື່ອ​ຄົນ​ອອກ​ໄປ​ທ່ອງ​ທ່ຽວ ກໍ​ຍ້ອນ​ວ່າ​ມີ​ປະ​ຊາ​ຊົນ​ຈີນ 1,4 ຕື້​ຄົນ​ໄດ້​ຮ່ວມ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ບໍ່​ລົດ​ລະ, ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ລາວ​​ໄດ້​ຮ່ວມ​ກັນ​ສະຫຼອງ​ບຸນ​ອອກ​ພັນ​ສາ​ຢ່າງ​ຄຶກ​ຄື້ນ​ນັ້ນ ກໍ​ເປັນ​ຍ້ອນ​ວ່າລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ລາວ​​ໄດ້​ສາ​ມັກ​ຄີ​ກັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຈີນ ແລະ ລາວ​ລ້ວນ​ແຕ່​ໄດ້​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຕາມຫຼັກ​ວິ​ທະ​ຍາ​ສາດ​ຕັ້ງ​ແຕ່​ຫົວ​ທີ ໃນ​ໄລ​ຍະ​​ຫາ​ກໍ່​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ແຕ່​ອາ​ເມ​ຣິ​ກາ ທີ່​ເປັນ​ປະ​ເທດ​ທີ່​ມີ​ເງື່ອນ​ໄຂ​ທາງ​ການ​ແພດ​ທີ່​ດີ​ທີ່​ສຸດ​ໃນ​ໂລກ, ​ພັດ​ປະ​ສົບກັບ​ຄວາມຫຼົ້ມ​ເຫຼວ ພາຍ​ໃຕ້​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ຝືນ​ກັບຫຼັກ​ວິ​ທະ​ຍາ​ສາດ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ເອງ. ສະ​ນັ້ນ, ຈິ່ງ​ພິ​ສູດ​ໃຫ້​ເຫັນ​ວ່າ: ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຕາມຫຼັກ​ວິ​ທະ​ຍາ​ສາດ ແມ່ນ​ວິ​ທີ​ທີ່​ຖືກ​ຕ້ອງ​ທີ່​ສຸດ.

ຄຳ​ເຫັນ

0