莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-​ລາວ-​ມຽນ​ມາ-​ໄທເລີ່ມຮ່ວມກັນ​ລາດ​ຕະ​ເວັນ​ແລະປະ​ຕິ​ບັດ​ກົດ​ໝາຍ​ຕາມ​ແມ່​ນ້ຳ​ຂອງ​ຄັ້ງ​ທີ 98

2020-10-21 14:17:50 CRI

 

ວັນ​ທີ 20 ຕຸ​ລານີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ພະ​ແນກ​ຮັກ​ສາ​ຄວາມ​ສະ​ຫງົບ​ແຂວງ​ຢຸນ​ນານ​ລາຍ​ງານ​ວ່າ: ເວ​ລາ 8 ໂມງ​ຂອງວັນ​ທີ 20 ຕຸ​ລານີ້, ​ເຮືອ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ຈີນ 3 ລຳ​ໄດ້​​ແລ່ນອອກ​ຈາກ​ທ່າ​​ເຮືອ​ກ່ວນ​ເຫຼີຍ​ຂອງ​ຈີນ, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຮ່ວມ​ກັນ​ລາດ​ຕະ​ເວັນ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ຕາມແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ-ລາວ-ມຽນ​ມາ-ໄທ ຄັ້ງ​ທີ 98 ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ແລ້ວ​ຢ່າງ​ເປັນ​ທາງ​ການ.

ກ່ອນ​ດຳ​ເນີນ​ງານ, 4 ປະ​ເທດ​​ດັ່ງ​ກ່າວໄດ້​ຈັດ​ກອງ​ປະ​ຊຸມ​ແລກ​ປ່ຽນ​ຂໍ້​ມູນ​ແລະ​ກອງ​ປະ​ຊຸມ​ຮ່ວມ​ຂອງ​ຜູ້​ບັນ​ຊາ​ການ​ໂດຍ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ແຈ້ງ​ສະ​​ພາບ​ການໃນ​ປັດ​ຈຸ​ບັນກ່ຽວ​ກັບການ​ຮັກ​ສາ​ຄວາມ​ສະ​ຫງົບ​ຮຽບ​ຮ້ອຍໃນ​ເຂດ​ລ່ອງ​ແມ່​ນ້ຳ​ຂອງ​, ໄດ້​​ປຶກ​ສາ​ຫາ​ລື​ແລະກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ປາບ​ປາມການ​ເຄື່ອນ​ໄຫວ​​ລະ​ເມີດ​ກົດ​ໝາຍ​ແລະ​ການ​ກະ​ທຳ​ຜິດ​ຂ້າມ​ຊາດ​ປະ​ເພດ​ຕ່າງໆ​ໃນ​ເຂດ​ລ່ອງ​ແມ່​ນ້ຳ​ຂອງ. ໃນ​ໄລ​ຍະ​ດຳ​ເນີນ​ງານ, ກອງລາດ​ຕະ​ເວັນແລະປະ​ຕິ​ບັດ​ກົດ​ໝາຍປະ​ສົມ ​ຈະ​​ດຳ​ເນີນ​ການ​ປາບ​ປາມ​ການ​ກະ​ທຳ​ຜິດ​ດ້ວຍ​ການ​ລັກ​​ລອກເຂົ້າ​ເມືອງ​ ເຊິ່ງ​ຈະ​ປະ​ຕິ​ບັດ​ເປັນ​ເວ​ລາຮ້ອຍ​ວັນ​ຢູ່​​ເຂດລ່ອງ​ແມ່​ນ້ຳ​ຂອງ​ຢ່າງຕໍ່​ເນື່ອງ, ​ເພື່ອ​ປາບ​ປາມ​ການ​ກະ​ທຳ​ທີ່​ລະ​ເມີດ​ກົດ​ໝາຍ​ຂ້າມ​ຊາດ​ປະ​ເພດ​ຕ່າງໆ​ຢູ່​ເຂດ​ລ່ອງ​ແມ່​ນ້ຳ​ຂອງຢ່າງ​ເຂັ້ມ​ງວດ​ເຊັ່ນ: ການ​ຄ້າ​ຂາຍ​ເຖື່ອນ, ການ​ລັກ​​ລອກເຂົ້າ​ເມືອງ, ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​, ການ​ຄ້າ​ອາ​ວຸດ​ປືນ, ແລະ​ການ​ຄ້າ​ມະ​ນຸດເປັນ​ຕົ້ນ.

ຄຳ​ເຫັນ

0