莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄ​ສົກ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ກ່າວຕອບ​ໂຕ້​ການໃສ່​ຮ້າຍ​ປ້າຍ​ສີ​ຂອງອາ​ເມ​ຣິ​ກາ​ກ່ຽວ​ກັບການ​ຮ່ວມ​ມື​ຈີນ-ລາວ

2020-10-21 14:39:14 CRI

ໂຄ​ສົກ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ກ່າວຕອບ​ໂຕ້​ການໃສ່​ຮ້າຍ​ປ້າຍ​ສີ​ຂອງອາ​ເມ​ຣິ​ກາ​ກ່ຽວ​ກັບການ​ຮ່ວມ​ມື​ຈີນ-ລາວ_fororder_2020-10-21_144002

ວັນ​ທີ 19 ຕຸ​ລານີ້, ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ “​ຂໍ້​ລິ​ເລີ່ມສາມ​ທະ​ເລ” ແລະ​ເວ​ທີ​ປຶກ​ສາ​ຫາ​ລື​ອິນ​ເຕີ​ເນັດ​ນັ້ນ, ທ່ານ​ໄມ ​ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ວ່າ: “ຢູ່​ໃນ​ແຫ່ງ​ຕ່າງໆ​​ຂອງໂລກເຊັ່ນ: ​ລາວ, ມົງ​ເຕ​ເນ​ໂກຼ ແລະ​ປາ​ກີ​ສະ​ຖານ ​ໄດ້​ເຫັນ​ຜົນ​ກະ​ທົບ​​ທີ່​ມີ​​ຄວາມ​ພິ​ນາດ​ຈາກ​ສັນ​ຍາ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຈີນ.”

ຕໍ່ຖ້ອຍ​ຄວາມ​ດັ່ງ​ກ່າວ, ໂຄ​ສົກ​​ຂອງສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ກ່າວ​​ຕອບ​ໂຕ້​ວ່າ: ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ບາງ​ຄົນ​ມັກ​ເມື່ອ​ເຫັນ​ການ​ເຄື່ອນ​ໄຫວ​ຂອງ​ຈີນ​ກໍ​ໃສ່​ຮ້າຍ​ປ້າຍ​ສີ​ໂລດ, ເຊິ່ງ​ທ່ານ​ໄມ ​ພົມ​ເພວ​ ແຮ່ງ​ເປັນ​ແນວນີ້, ຕໍ່​ຄຳ​ເວົ້າ​ທີ່​ໄຮ້​ເຫດ​ຜົນແບບນີ້, ຂ້າ​ພະ​ເຈົ້າ​​ບໍ່​ຮູ້​ວ່າ​ຊິ​ວິ​ຈານ​ແນວ​ໃດ​ດີ.

ໂຄ​ສົກ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ກ່າວຕອບ​ໂຕ້​ການໃສ່​ຮ້າຍ​ປ້າຍ​ສີ​ຂອງອາ​ເມ​ຣິ​ກາ​ກ່ຽວ​ກັບການ​ຮ່ວມ​ມື​ຈີນ-ລາວ_fororder_e4fe39ec10e32c4e66175152d9ce0117

ໃຜໆ​ກໍ​ຮູ້​​ດີ​ແລ້ວ​ວ່າ: ປະ​ເທດ​ລາວ​ແມ່ນ​ປະ​ເທດ​ທີ່ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ພຽງ​ປະ​ເທດ​ດຽວ​​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ການ​ທີ່ “​ປະ​ເທດ​ລາວ​ກຳ​ນົດ​ຍຸດ​ທະ​ສາດ​ການ​ຫັນ​ປະ​ເທດ​ທີ່ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​ທີ່​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັບ​ປະ​ເທດ​ໃກ້​ຄຽງ” ແມ່ນ​ຍຸດ​ທະ​ສາດ​​ການພັດ​ທະ​ນາ​ຂອງ​ລັດ​ຖະ​ບານ​ສ​ປ​ປ​ລາວ, ທັງ​ແມ່ນ​ຄວາມ​​ໃຟ່​ຝັນ​ອັນ​ແຮງ​ກ້າໃນ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​ລາວ. ຈີນ-ລາວ​​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ແລະ​ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​​ຕ່າງ​​​ກໍຈະ​ໃຫ້​ສຳ​ເລັດ​ແລະ​ເປີດ​ແລ່ນ​ລົດ​ໄດ້​ໃນ​ທ້າຍ​ປີ​ໜ້າ​ແລະ​ທ້າຍ​ປີນີ້, ເຊິ່ງ​ທາງ​ສອງ​ເສັ້ນ​ນີ້​ຈະ​​ຊ່ວຍ​ໃຫ້​ປະ​ເທດ​ລາວ​​ສາ​ມາດເຊື່ອມ​ໂຍງ​ເຂົ້າ​​ກັບ​ຕາ​ໜ່າງ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ໃນ​ພາກ​ພື້ນ​ດ້ວຍ​​ທ່ວງທ່າ​ອັນ​ໃໝ່​ອ່ຽມ, ເໝືອນ​ດັ່ງ “​ເສັ້ນເລືອດ​ແດງ”ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​. ​ໃນ​ສັບ​ປະ​ດາ​ແລ້ວນີ້, ຜູ້​ນຳ​ສ​ປ​ປ​ລາວ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈນຳ​ຝ່າຍ​ຈີນ​ວ່າ: ເສັ້ນ​ທາງ​ສອງ​ເສັ້ນ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ສຳ​ຄັນ​ທາງ​ດ້ານ​ຍຸດ​ທະ​ສາດ​​ສຳ​ລັບສ​ປ​ປ​ລາວ​ເພື່ອ​ຫັນ​ປ່ຽນ​ສະ​ພາບ​ທີ່​ເປັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ເຊື່ອມໂຍງ​ເຊື່ອມ​ຈອດ​ກັບຫຼາຍ​ປະ​ເທດ​ອ້ອມ​ຂ້າງ.

ປະ​ເທດ​ລາວ​ຍັງ​ແມ່ນ​ປະ​ເທດ​ໜຶ່ງ​ໃນ​ໂລກ​ທີ່​ພົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​, ໃນ​ດ້ານ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຍັງ​ບໍ່​ທັນ​ເຂັ້ມ​ແຂງ, ​ຍັງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງເສັ້ນ​ທາງຫຼວງ, ທາງ​ລົດ​ໄຟ, ຂົວ, ແລະ​ສະ​ໜາມ​ບິນ​ຢ່າງຫຼວງຫຼາຍ​. ເມື່ອສິ່ງ​ກໍ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ສ​ປ​ປ​ລາວ​ໄດ້​ຮັບ​ການ​ຍົກ​ລະ​ດັບ​ແລະ​ສົມ​ບູນ​ຂຶ້ນ​ກໍ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ປະ​ຊາ​ຊົນ​ລາວ.

ພວກ​ໄມ​ພົມ​ເພວໃສ່​ຮ້າຍ​ປ້າຍ​ສີ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ລາວຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ​​ແຕ່​ກໍ​ບໍ່​ສາ​ມາດ​ຢຸດ​ບາດ​ກ້າວ​ເດີນ​ຂອງການ​ຮ່ວມ​ມື​ຈີນ-ລາວ​ໄດ້. ຖ້າ​ພວກ​ເຂົາ​ເຈົ້າ​​ເອົາ​ໃຈ​ໃສ່​ການ​ພັດ​ທະ​ນາ​ຂອງ​ສ​ປ​ປ​ລາວ​ຢ່າງ​ແທ້​ຈິງ, ກໍ​ຄວນ​ມີ​ການ​ກະ​ທຳ​ຕົວ​ຈິງ​ໃຫ້ຫຼາຍກວ່າ​, ຢ່າ​ມີ​ພຶດ​ຕິ​ກຳ​ທຳ​ລາຍ​ອີກ. ຄວນ​ເອົາ​ໃຈ​ໃສ່​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ພາຍ​ໃນ​ປະ​ເທດ​ຂອງ​ຕົນ​ຈະ​ດີກວ່າ, ​ເພື່ອຫຼຸດ​ຄວາມ​ກົດ​ດັນ​​ທີ່​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ຊຸດ​ໂຊມ​ຍ້ອນ​​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ຢູ່​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0