莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ພິ​ທີ​ເປີດ​ສົກ​ຮຽນ​ 2020 ສຳ​ລັບ​ທຶນ​ການ​ສຶກ​ສາ​ຜູ້​ດີ​ເດັ່ນ​ຈີນ-ອາ​ຊຽນ

2020-10-21 14:21:58 CRI

​ພິ​ທີ​ເປີດ​ສົກ​ຮຽນ​ 2020 ສຳ​ລັບ​ທຶນ​ການ​ສຶກ​ສາ​ຜູ້​ດີ​ເດັ່ນ​ຈີນ-ອາ​ຊຽນ ທີ່​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອາ​ຊຽນ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ໂດຍ​ຜ່ານ​ທາງວິ​ດີ​ໂອ. ທ່ານ​ລິມ​​ຈອກ​ຮອຍ ເລ​ຂາ​ທິ​ການ​ໃຫຍ່​​ອາ​ຊຽນ, ທ່ານ​ລໍ​ຈ້າວ​ຮຸ່ຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ທຶນ​ການ​ສຶກ​ສາ​ຜູ້​ດີ​ເດັ່ນ​ຈີນ-ອາ​ຊຽນ​ແມ່ນ​ຂໍ້​ລິ​ເລີ່ມ​​ສຳ​ຄັນທີ່​ຜູ້​ນຳ​ຈີນ​ປະ​ກາດ​ໃນ​ກອງ​ປະ​ຊຸມ​ຜູ້​ນຳ​ຈີນ-ອາ​ຊຽນ​ຄັ້ງ​ທີ 21 ທີ່​ຈັດ​ຂຶ້ນ​ໃນ​ປີ 2018, ​ເຊິ່ງໄດ້​ຮັບ​ການ​ຊຸກ​ຍູ້​​ກາ​ນ​ຈັດ​ຕັ້ງປະ​ຕິ​ບັດ​ໂດຍ​ຜ່ານ “ຊ່ອງ​ທາງ​ຈາ​ກາ​ຕາ”. ໂຄງ​ການ​ດັ່ງ​ກ່າວ​ໄດ້​ເລີ່ມ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2019, ຊາວ​ໜຸ່ມ​ຂອງ​ປະ​ເທດ​ອາ​ຊຽນ​ເກືອບຮ້ອຍ​ຄົນ​ໄດ້​​ສຶກ​ສາຮ່ຳ​ຮຽນ​ໃນ​ລະ​ດັບ​ປະ​ລິ​ຍາ​ໂທ​ແລະ​ປະ​ລິ​ຍາ​ເອກ​ຢູ່​ຈີນ, ຫຼື​ດຳ​ເນີນ​ການ​ຝຶກ​ອົບ​ຮົມ​ໄລ​ຍະ​ສັ້ນ ຫຼື​ການ​ຝຶກ​ອົບ​ຮົມ​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​. ປີ 2020, ​ສອງ​ຝ່າຍ​ໄດ້​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19, ໄດ້​ຮັບ​ເອົາ​ຊາວ​ໜຸ່ມ​ອາ​ຊຽນ​ເກືອບ 40 ຄົນ​​ໄປ​ສຶກ​ສາ​ຢູ່​ຈີນ.

ຄຳ​ເຫັນ

0