黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປ ລາວ ພົບຜູ້ຕິດເຊື້ອເພີ່ມອີກ 1 ຄົນເປັນ 24 ຄົນ

2020-10-21 16:32:57 cri

ສປປ ລາວ ພົບຜູ້ຕິດເຊື້ອເພີ່ມອີກ 1 ຄົນເປັນ 24 ຄົນ_fororder_微信圖片_20201021163205

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ລາຍງານວ່າ: ວັນທີ 21 ຕຸລາ 2020 ຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດ ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 1 ຄົນ ເປັນເພດຊາຍອາຍຸ 23 ປີ ແລະເປັນຊາວຢູ່ນະຄອນຫຼວງວຽງຈັນ ອາຊີບນັກສຶກສາ (ສຶກສາຢູ່ທີ່ປະເທດຣັດເຊຍ) ເຊິ່ງມີປະຫວັດການເດີນທາງອອກຈາກມົດສະກູ່, ຣັດເຊຍໃນວັນທີ 14 ຕຸລາ, 15 ຕຸລາ ໄປປາຣີດ ຝຣັ່ງ, 16 ຕຸລາ ໄປອິນຊອນ ສ.ເກົາຫຼີ ແລະ ເດີນທາງກັບເຂົ້າມາປະເທດລາວ ຮອດໃນວັນທີ 18 ຕຸລາ ຜູ້ກ່ຽວຖືກກັກບໍລິເວນຢູ່ທີ່ສູນກັກກັນພະຍາດ ພ້ອມທັງຖືກເກັບຕົວຢ່າງມາກວດ ແລະພົບວ່າຕິດເຊື້ອ ໂຄວິດ-19 ໃນວັນທີ 20 ຕຸລາ ແລະຖືກນໍາສົ່ງໄປປິ່ນປົວທີ່ໂຮງໝໍມິດຕະພາບເປັນທີ່ຮຽບຮ້ອຍ. ສ່ວນຜູ້ຮ່ວມເດີນທາງໃນຍົນລໍາດຽວກັນທັງໝົດ 122 ຄົນ, ມີຜູ້ໃກ້ຊິດໃນຍົນລໍາດຽວກັນມີ 14ຄົນ ແລະຮ່ວມຂີ່ລົດເມຄັນດຽວກັນ 13 ຄົນ ກໍຖືກກັກບໍລິເວນ ແລະເກັບຕົວຢ່າງມາກວດແຕ່ໃຫ້ຜົນລົບ ແລະຖືກຕິດຕາມຕໍ່ໄປຈົນກວ່າຈະຄົບວັນກໍານົດ.

ປັດຈຸບັນ ຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດມີ 24 ຄົນ ແລະຍັງປິ່ນປົວ 2 ຄົນ, ນັບແຕ່ເດືອນມັງກອນ ຮອດ ວັນທີ 20 ຕຸລາ 2020 ຄະນະສະເພາະກິດໄດ້ເກັບຕົວຢ່າງມາກວດທັງໝົດ 61,699 ຕົວຢ່າງ ແລະພົບເຊື້ອພຽງ 24 ຄົນ.

ຄຳ​ເຫັນ

0