ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ຕຸລານີ້, ສຳນັກງານນາຍົກລັດຖະມົນຕີອັງກິດຖະແຫຼງວ່າ: ການເຈລະຈາກ່ຽວກັບການພົວພັນກັບສະຫະພາບເອີຣົບໃນອະນາຄົດຈະເລີ່ມຕົ້ນຄືນໃໝ່ໃນວັນທີ 22 ຕຸລານີ້, ແຕ່ກໍບໍ່ປະຕິເສດຄວາມອາດເປັນໄປໄດ້ທີ່ສອງຝ່າຍອາດຈະບໍ່ສາມາດກ້າວເຖິງຂັ້ນຕົກລົງໃນສັນຍາໄດ້.
ມື້ດຽວກັນ, ສຳນັກງານນາຍົກລັດຖະມົນຕີອັງກິດຖະແຫຼງວ່າ: ອັງກິດໄດ້ກະກຽມຢ່າງດີແລ້ວກ່ຽວກັບການເຈລະຈາຄືນໃໝ່ກັບສະຫະພາບເອີຣົບ, ສອງຝ່າຍໄດ້ຮ່ວມກັນກຳນົດຫຼັກການຈຳນວນໜຶ່ງໃນໄລຍະການເຈລະຈາຢ່າງຕໍ່ເນື່ອງ. ຕາມຂ່າວໃຫ້ຮູ້ວ່າ, ການເຈລະຈາໄລຍະທີໜຶ່ງຈະຈັດຂຶ້ນຢູ່ລອນດອນແຕ່ວັນທີ 22-25 ຕຸລານີ້.
ພາຍຫຼັງຈັດການພົບປະຂອງຜູ້ນຳປະເທດໃນສະຫະພາບເອີຣົບຢູ່ບຣຸກແຊນໃນວັນທີ 15 ຕຸລາຜ່ານມາແລ້ວ, ອັງກິດເຄີຍກ່າວວ່າ: ກອງປະຊຸມສຸດຍອດຂອງສະຫະພາບເອີຣົບໄດ້ເປັນຂີດໝາຍສະແດງໃຫ້ເຫັນເຖິງການເຈລະຈາສອງຝ່າຍໄດ້ສິ້ນສຸດລົງແລ້ວ, ຖ້າສະຫະພາບເອີຣົບບໍ່ມີທ່າທີປ່ຽນແປງຫຼັກໝັ້ນຕາຍໂຕ, ກໍຈະບໍ່ມີຄວາມຈຳເປັນຕ້ອງເຈລະຈາອີກ.
ຄຳເຫັນ
0