何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທຳ​ນຽບ​ປະ​ທ​າ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ກາ​ແດງ​ຟິ​ລິບ​ປິນ​ຟື້ນ​ຟູ​ການ​ກວດ​​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ

2020-10-22 14:11:28 CRI

ວັນ​ທີ 21 ຕຸ​ລາ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​​ຮາ​​ລີ ລອກ ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນກ່າວ​ວ່າ, ທ່ານໂຣດ​ຣີ​ໂກ ດູ​ເຕີ​ເຕ ປ​ະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ແກ້​ໄຂ​ບັນ​ຫາ​ທີ່​ບໍ​ລິ​ສັດ​ປະ​ກັນ​ສຸ​ຂະ​ພາບ​ຟິ​ລິບ​ປິນ ຫຼື Phil health ​ຕິດ​ໜີ້ ​ສະ​ພາ​ກາ​ແດງ​ຟິ​ລິບ​ປິນ931 ລ້ານເປ​ໂຊ​, ສະ​ພາ​ກາ​ແດງ​ຟິ​ລິບ​ປິນ​ຄວນ​ຟື້ນ​ຟູ​ການກວດ​​ຫາ ເຊື້ອ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ.

 

ສະ​ພາ​ກາ​ແດງ​ຟິ​ລິບ​ປິນ​ໄດ້​ຮັບ​ຜິ​ດ​ຊອບ​ວຽກ​ງານກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19​ໃຫ້​ປະ​ຊາ​ກອນ​ທັງ​ໝົດ​ຂອງປະ​ເທດ​ຟິ​ລິບ​ປິນ 25%, ຍ້ອນ​ບໍ​ລິ​ສັດ Phil health ​ຕິດ​ໜີ້ຫຼາຍ, ວຽກ​ງານ​ດັ່ງ​ກ່າວ​ຈຶ່ງ​ໄດ້​ຢຸດ​ຕິ​ລົງ​ໃນ​ອາ​ທິດ​ແລ້ວ​ນີ້.

 

ວັນ​ທີ 20 ຕຸ​ລາ​ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ​ຟິ​ລິບ​ປິນ​ກ່າວ​ວ່​າ, ​ຍ້ອນ​ສະ​ພາ​ກາ​ແດງ​ຟິ​ລິບ​ປິນ​ໄດ້​ຢຸດ​ຕິ​ການ​ກວດ​ຫາເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ລັດ​ຖະ​ບານ​​ຟິ​ລິບ​ປິນ​​ເປັນ​ຜູ້ອອກ​ທຶນ, ປະ​ຈຸ​ບັນ​ມີ​ແຮງ​ງານ​ຟິ​ລິບ​ປິນ​ທີ່​ກັບ​ຄືນ​ປະ​ເທດ​ປະ​ມານ 4000 ຄົນ​ຍັງ​ຄ້າງ​ຢູ່​ເຂດ​ກັກ​ບໍ​ລິ​ເວນ​ຂອງ​ນະ​ຄອນ​ເມ​ໂຕຼ ມາ​ນີ​ລາ.

ຄຳ​ເຫັນ

0