莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF ກ່າວ​ວ່າ: ເສດ​ຖະ​ກິດ​​​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ເລີ່ມ​ຟື້ນ​ຄືນ​ແຕ່​ມີ​ລະ​ດັບ​ຕ່າງ​ກັນ

2020-10-22 13:44:51 cri

ວັນ​ທີ 21 ຕຸ​ລານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນຫຼື IMF ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຈ້ອງ​ເບິ່ງ​ເສ​ດ​ຖະ​ກິດ​​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ໂດຍ​ລະ​ບຸ​ວ່າ: ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ເລີ່ມ​ຟື້ນ​​ຄືນ​ຈາກ​ສະ​ພາບ​ຊຸດ​ໂຊມ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ແຕ່​ວ່າ ລະ​ດັບ​ຄວາມ​ໄວ​​ຂອງການ​ຟື້ນ​​ຄືນ​ຂອງແຕ່​ລະ​ກຸ່ມ​ເສດ​ຖະ​ກິດ​ແມ່ນ​ຕ່າງ​ກັນ.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ: ​ເຖິງວ່າເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ເລີ່ມ​ຟື້ນ​ຄືນໃນ​ໄຕ​ມາດ​ທີ​ສາມ​ປີນີ້, ແຕ່​ກຸ່ມເສດ​ຖະ​ກິດ​ໃນ​ພາກ​ພື້ນ​ມີ​ສະ​ພາບ​ການ​ຕ່າງ​ກັນ, ​ລະ​ດັບຄວາມ​ໄວ​​ຂອງການ​ຟື້ນ​​ຄືນ​ກໍ​ຕ່າງ​ກັນ. ອົງ​ການ IMF ຄາດ​ວ່າ: ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ໃນ​ປີ 2020 ອາດ​ຈະ​ຕົກ​ຕ່ຳ​ລົງ 2,2%. ໃນ​ນັ້ນ, ​​ກຸ່ມເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ​ຈະ​​ຕົກ​ຕ່ຳ​ລົງ 4%, ​ຕະຫຼາດ​ຈະ​ເລີນ​ໃໝ່​ແລະ​ກຸ່ມເສດ​ຖະ​ກິດ​ທີ່​ພວມ​ພັດ​ທະ​ນາ​ຈະ​​ຕົກ​ຕ່ຳ​ລົງ 1,6%. ​ຍ້ອນ​ວ່າ​ເສດ​ຖະ​ກິດ​ຈີນ​ສາ​ມາດ​ຟື້ນ​ຄືນ​ໄດ້ຢ່າງ​ແຂງ​ແຮງ​ໃນ​ໄຕ​ມາດ​ທີ​ສອງ​ປີນີ້, ສະ​ນັ້ນ​ໝົດ​ປີ​ນີ້​​ມີ​ຫວັງ​ຈະ​ເຕີບ​ໂຕ 1,9%, ແລະ​ຈະ​ເປັນ​​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ພຽງ​ໜຶ່ງ​ດຽວ​ທີ່​ຈະ​ບັນ​ລຸ​ການ​ເຕີບ​ໂຕ​ໃນ​ປີນີ້.

ຄຳ​ເຫັນ

0