何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຕ້ອງ​ຍົກ​ສູງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ຕໍ່​ລັດ​ຖະ​ບານ ຈຶ່ງ​ສາ​ມາດ​ຊ່ວຍ​ເຫຼືອມວນ​ມະ​ນຸດ​ເອົາ​ຊະ​ນະ​ເຊື້ອ​ພະ​ຍາດ​ໂຄວິດ-19​ໄດ້

2020-10-23 17:43:15 CRI

ຖ້າ​ວ່າ​ມີ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19ຊະ​ນິດ​ໜຶ່ງ​ທີ່​ໄດ້​ຖືກ​ຢື​ນ​ຢັນວ່າ​ມີ​ຄວາມ​ປອດ​ໄພ ແລະ ມີ​​ສັ​ບ​ພະ​ຄຸນ​ດີ, ມວນ​ມະ​ນຸດ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຈາກ​ພະ​ຍາດ​ໂຄວິດ-19​ໄດ້ຢ່າງວ່ອງ​ໄວ​ຫຼື​ບໍ່, ນີ້​ເປັນບັນ​ຫາ​ທີ່ໜ້າ​ຄິດ.

 

​ຕ້ອງ​ຍົກ​ສູງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ຕໍ່​ລັດ​ຖະ​ບານ ຈຶ່ງ​ສາ​ມາດ​ຊ່ວຍ​ເຫຼືອມວນ​ມະ​ນຸດ​ເອົາ​ຊະ​ນະ​ເຊື້ອ​ພະ​ຍາດ​ໂຄວິດ-19​ໄດ້_fororder_1535009832

 

ວັນ​ທີ 21 ຕຸ​ລາ​ນີ້, ວາ​ລະ​ສານ “ທຳ​ມະ​ຊາດ ການ​ແພດ” ເຊິ່ງ​ແມ່ນ​ວາ​ລະ​ສານ​ດ້ານ​ການ​ແພດ​ທີ່​ມີ​ຊື່​ສຽງຂອງ​ອັງ​ກິດ​ໄດ້​ເຜີຍ​ແຜ່​ຜົນ​ການສຳຫຼວດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຕໍ່​ການຍອມ​ຮັບ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ຄັ້ງ​ທຳ​ອິດ. ຜົນ​ການ​ສຳຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ມີ​ຄວາມ​​ເຫັນແຕກ​ຕ່າງ​ກັນ​ໃນ​ດ້ານ​ການຍອມ​ຮັບ​ຕໍ່​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19, ຜູ້​ໃຫ້​ສຳ​ພາດ 71,5%ກ່າວ​ວ່າ, ຖ້າ​ວັກ​ຊີນ​ຖືກ​ຢື​ນ​ຢັນ​ວ່າ​ມີ​ຄວາມ​ປອດ​ໄພ ແລະ ມີ​​ສັບ​ພະ​ຄຸນ​ດີ, ເຂົາ​ເຈົ້າ​ອາດ​ຈະ​ໄປ​ສັກ​ວັກ​ຊີນ; ຜູ້​ໃຫ້​ສຳ​ພາດ 61,4%ກ່າວ​ວ່າ, ຖ້າ​ນາຍ​ຈ້າງ​ສະ​ເໜີ​ໃຫ້ເຂົາ​ເຈົ້າ​ໄປ​ສັກ​ວັກ​ຊີນ​ກໍ​ຈະ​ໄປ​ສັກ​ວັກ​ຊີນ. ອັດ​ຕາ​ການຍອມ​ຮັບ​ວັກ​ຊີນ​ຈີນ​ມີເກືອບ 90%, ​ຣັດ​ເຊຍ55%​ເຊິ່ງ​ຢູ່​ປະ​ເທດ​ຕ່າງໆ​ກໍ​ມີ​ຄວາມ​ເຫັນແຕກ​ຕ່າງ​ກັນຫຼາຍ, ​​ຖ້າປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນຕໍ່​ລັດ​ຖະ​ບານຫຼາຍ​ເທົ່າ​ໃດ, ກໍ​ຈະ​ມີ​​ການຍອມ​ຮັບ​ວັກ​ຊີນ​ຫຼາຍເທົ່າ​ນັ້ນ.

 

​ຕ້ອງ​ຍົກ​ສູງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ຕໍ່​ລັດ​ຖະ​ບານ ຈຶ່ງ​ສາ​ມາດ​ຊ່ວຍ​ເຫຼືອມວນ​ມະ​ນຸດ​ເອົາ​ຊະ​ນະ​ເຊື້ອ​ພະ​ຍາດ​ໂຄວິດ-19​ໄດ້_fororder_254300407

 

ຜົນ​ການ​ຢັ່ງ​ຫາງ​ສຽງຫຼ້າ​ສຸດ​ທີ່​ຂ່າວ​ສານ​ອາ​ເປ​ເຜີຍ​ແຜ່​ໃນ​ໃນ​ວັນ​ທີ 21 ຕຸ​ລາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ໃຫ້​ສຳ​ພາດ 64% ກ່າວ​ວ່າ, ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ທ່ານ​ໂດ​ໂນ ທ​ຣຳພຽງ​ໜ້ອຍ​ດຽວ, ຫຼື​ວ່າ ບໍ່​ເຊື່ອ​ຖື​ເລີຍ. ອີງ​ຕາມ​ຜົນ​ການ​ສຳຫຼວດ​ທີ່​ບໍ​ລິ​ສັດ​ທີ່​ປຶກ​ສາAxios-Ipsos​ດຳ​ເນີນ​ມາແຕ່​ວັນ​ທີ 18 ຫາ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາໄດ້ສະ​ແດງ​ໃຫ້​ເຫັນ​ວ່າ, ​ຜູ້​ທີ່​ເຕັມ​ກະ​ສຽນ​ອາ​ຍຸ​ຢູ່​ອາ​ເມ​ຣິ​ກາ 60%ປະ​ຕິ​ເສດ​ການ​ສັກ​ວັກ​ຊີນ​ໃນ​ເວ​ລາ​ທຳ​ອິດ, ມີ​ແຕ່ 9%ສະ​ແດງ​ຄວາມ​ປາ​ຖະ​ໜາ​ຢ່າງ​ແຮງ​ກ້າ​ຢາກ​ສັກ​ວັກ​ຊີນ. ນີ້​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ຕໍ່​ລັດ​ຖະ​ບານ, ໄດ້​ກະ​ທົບ​ເຖິງ​​ການ​ຍອມ​ຮັບ​ຂອງ​ປະ​ຊາ​ຊົນ​ຕໍ່​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19.

 

​ຕ້ອງ​ຍົກ​ສູງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ຕໍ່​ລັດ​ຖະ​ບານ ຈຶ່ງ​ສາ​ມາດ​ຊ່ວຍ​ເຫຼືອມວນ​ມະ​ນຸດ​ເອົາ​ຊະ​ນະ​ເຊື້ອ​ພະ​ຍາດ​ໂຄວິດ-19​ໄດ້_fororder_1722702634

 

ວິ​ທະ​ຍາ​ສາດ​ໄດ້​ພິ​ສູດ​ແລ້ວ​ວ່າ, ຖ້າ​ມະ​ນຸດ​ຢາກ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19, ມີ​ແຕ່​ສັກ​ວັກ​ຊີນ​ທີ່​ປອດ​ໄພ, ເຮັດ​ໃຫ້​ຄົນ​ສ່ວນຫຼາຍທີ່​ສຸດ​ມີ​ຄວາມ​ສາ​ມາດ​ຕ້ານ​ກັບ​ເຊື້ອ​ພະ​ຍາດໄດ້, ແລະບັນ​ລຸ​ເປົ້າ​ໝາຍ​ສ້າງ​ພູມ​ຕ້ານ​ທານ​ລວມ​ໝູ່​ຢ່າງ​ແທ້​ຈິງ. ມີ​ແຕ່​ຍົກ​ສູງ​ຄວາມ​ເຊື່ອ​​ໝັ້ນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຕໍ່​ລັດ​ຖະ​ບານປະ​ເທດ​ຕົນ, ຍົກ​ສູງ​ການ​ຍອມ​ຮັບ​ຕໍ່​ວັກ​ຊີນ, ຈຶ່ງ​ຈະ​ສາ​ມາດ​ຊ່ວຍ​ເຫຼືອມວນ​ມະ​ນຸດ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19 ​ໄດ້ເປັນ​ຢ່າງ​ດີກວ່າ​ເກົ່າ.

ຄຳ​ເຫັນ

0