黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກາຍ​ເປັນ​ປະ​ເທດ​ທີ່​ລົງທຶນ​ດ້ານ​ກະສິກຳ​ຢູ່​ລາວຫຼາຍທີ່​ສຸດ

2020-10-23 10:20:13 CRI

ສື່​ມວນ​ຊົນ​ລາວ​ໄດ້​ລາຍ​ງານ​ວ່າ: ມາ​ຮອດ​ປັດຈຸບັນ​ມີ​ບໍລິສັດ​ພາຍ​ໃນ​ແລະ​ຕ່າງປະ​ເທດ ຈຳນວນ 1.562 ​ແຫ່ງ​ລົງທຶນ​ໃນ​ຂົງ​ເຂດ​ກະສິກຳ​ແລະ​ປ່າ​ໄມ້ຢູ່​ລາວ ມີທັງ​ໝົດ 4,2 ຕື້​ໂດ​ລາ​ສະຫະລັດ. ​ໃນ​ນີ້​ບໍລິສັດຕ່າງປະ​ເທດ​ມີ 515 ​ແຫ່ງ, ລົງທຶນ 2,2 ຕື້​ໂດ​ລາ​ສະຫະລັດ, ປະ​ເທດ​ລົງທຶນ​ຕົ້ນຕໍ​ແມ່ນ​ປະ​ເທດ​ໃນ​ສະຫະພາບ​ເອີຣົບ, ຈີນ, ຫວຽດນາມ, ​ໄທ, ຍີ່ປຸ່ນ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ສ.​ເກົາຫຼີ ​ແລະ ຝຣັ່ງ​ເປັນ​ຕົ້ນ. ​ໃນ​ນີ້, ຈີນ​ເປັນ​ປະ​ເທດ​ລົງທຶນຫຼາຍອັນ​ດັບ​ໜຶ່ງ ມີທັງ​ໝົດ 239 ບໍລິສັດ ລົງທຶນ​ປະມານ 590 ລ້ານ​ໂດ​ລາ​ສະຫະລັດ. ປີ 2020, ຜະລິດ​ຕະພັນ​ກະສິກຳ​ທີ່​ລາວ​ສົ່ງ​ອອກ​ໄປ​ໃຫ້​ຕ່າງປະ​ເທດຫຼາຍອັນ​ດັບ​ໜຶ່ງ​ແມ່ນ​ອ້ອຍ, ​ໄດ້​ສົ່ງ​ອອກ​ໄປ​ໃຫ້​ຈີນ 3 ​ແສນ​ໂຕນ, ຖັດມາ​ແມ່ນ​ມັນ​ຕົ້ນ, ​ສາລີ, ກ້ວຍ, ໝາກ​ໂມ ​ແລະ​ອື່ນໆ. ນອກ​ນີ້, ລາວ​ຈະ​ສົ່ງ​ອອກ​ເຂົ້າສານ​ໄປ​ໃຫ້​ຈີນ 5 ໝື່ນ​ໂຕນ, ປັດຈຸບັນ​ໄດ້​ສຳ​ເລັດ​ການ​ສົ່ງ​ອອກແລ້ວ 15.000 ​ໂຕນ.

ຄຳ​ເຫັນ

0