何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ມີ​ແຕ່​ພັດ​ທະ​ນາ​ຈຶ່ງ​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໄດ້

2020-10-23 16:24:04 CRI

ພິ​ທີລະ​ນຶກ​ໃນ​ໂອ​ກາດ​ທີ່ກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​ເຮັດ​ພັນ​ທະ​​ສູ້​ຮົບ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫລີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ຄົບ​ຮອບ 70 ປີໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 23 ຕຸ​ລາ​ນີ້. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກອບ​ຄຳ​ເຫັນ​ໂດຍ​ກ່າວ​ເນັ້ນ​ວ່າ, ເມື່ອ​ອ່ອນ​ແອຫຼ້າຫຼັງ​ກໍ​ຈະ​ຖືກ​ຂົ່ມ​ເຫັງ, ມີ​ແຕ່​ພັດ​ທະ​ນາ​ຈຶ່ງ​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໄດ້. ຈີນ​ຕ້ອງ​ຍຶດ​ໝັ້ນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ເພີ່ມ​ທະ​ວີ​ກຳ​ລັງ​ສັງ​ລວ​ມ​ແຫ່ງ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ,​ ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ ມີ​ປະ​ສິດ​ທິ​ພາບ​ສູງກວ່າ​ເກົ່າ, ມີ​ຄວາມ​ຍຸດ​ຕິ​ທຳ​ກວ່າ​ເກົ່າ ​ມີ​ລັກ​ສະ​ນະ​ຍືນ​ຍົງ ແລະ ມີ​ຄວາມ​ປອດ​ໄພ​ກວ່າ​ເກົ່າ, ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​​ໃຫຍ່ກວ່າ​ເກົ່າທີ່​ປະ​ຈັກ​ຕາ​​ຕໍ່ຊາວ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຈີນ​ຈະ​ບໍ່​ສ​ະ​ແຫວງ​ຫາການ​ເປັນ​ເຈົ້າ​ອຳ​ນາດ ​ແຕ່​ກໍ​ຈະເດັດ​ດ່ຽວ​ຄັດ​ຄ້າ​ນ​ການ​ເມືອງ​ແບບ​ມະ​ຫາ​ອຳ​ນາດ

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ນັບ​ແຕ່​ສົງ​ຄາມ ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫລີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​​ໄດ້​ຮັບ​ໄຊ​ຊະ​ນະ​ເປັນ​ເວ​ລາຫຼາຍ​ສິບ​ປີ​ມາ​ນີ້, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ຍຸກ​ໃໝ່, ປະ​ຊາ​ຊາດ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ທີ່​ຍິ່ງ​ໃຫຍ່​ຈາກ​ການ​ລຸກຢືນ​ຂຶ້ນ ຮັ່ງ​ມີ​ຂຶ້ນ​ຈົນ​ຮອດ​ເຂັ້ມ​ແຂງ​ຂຶ້ນ. ການ​ຈື່​ຈຳ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ໃນ​ສົງ​ຄາມ ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫລີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​, ຊຸກ​ຍູ້​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ກໍ​ຕ້ອງ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຕ້ອງ​ຍຶດ​ໝັ້ນ​ການ​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ສຸດ​ຄວາມ​ສາ​ມາດ​​ແລະ ​ມີ​ຄວາມຮັບ​ຜິ​ດ​ຊອບເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ. ຕ້ອງ​​ປະ​ສົມປະ​ສານ ​ການ​ພັດ​ທະ​ນາ ​ຄວາມ​ໝັ້ນ​ຄົງ ຄວາມ​ຮັ່ງ​ມີ​ຂອງ​ຊາດ ແລະ ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ, ເລັ່ງ​ລັດ​ການ​ຊຸກ​ຍູ້​​ວຽກ​ງານ​ປ້ອງ​ກັນປະ​ເທດ ແລະ ​ການ​ສ້າງກອງ​ທັບ​ທີ່​ທັນ​ສະ​ໄໝ.

ຄຳ​ເຫັນ

0