何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ທີ່ອາ​ເມ​ຣິ​ກາ​ຈັດ​ເອົາ​ສື່ມວນ​ຊົນ​ຈີນ​ອີກ 6 ແຫ່ງ​ເປັນ “​ເຈົ້າ​ໜ້າ​ທີ່​ການ​ທູດ” ເຊິ່ງ​ເປັນ​ການ​ໃຊ້​ຄວາມ​ກົດ​ດັນ​ທາງ​ການ​ເມືອງ

2020-10-23 16:16:26 CRI

ວັນ​ທີ 21 ຕຸ​ລາ​ນີ້, ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ວ່າໄດ້​ຈັດ​ເອົາ​ສື່ມວນ​ຊົນ​ຈີນ​ອີກ 6 ແຫ່ງ​ເປັນ “​ເຈົ້າ​ໜ້າ​ທີ່​ການ​ທູດ”. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ຕຸ​ລາ​ນີ້​ວ່າ: ນີ້​ເປັນ​ການໃຊ້​ຄວາມ​ກົດ​ດັນທາງ​ການ​ເມືອງ ແລະ ​ເປັນການ​​ສ້າງ​ຄວາມ​ເສື່ອມ​ເສຍ​ຊື່​ສຽງ​ໃຫ້​ສື່ມວນ​ຊົນ ແລະ ນັກ​ຂ່າວ​ຈີນ​ທີ່​ປະ​ຈຳ​ອາ​ເມ​ຣິ​ກາ​ຄັ້ງຫຼ້າ​ສຸດ, ຈີນ​ສະ​ແດງ​ການ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ ແລະ ການ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະ​ທຳ​ທີ່​​ບໍ່​ສົມ​ເຫດ​ສົມ​ຜົນ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ.

 

ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ອອກວ່າ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ຈຳ​ກັດ ແລະ ສ້າງ​ອຸ​ປະ​ສັກຢ່າງ​ໄຮ້​ເຫດ​ຜົນ​ຕໍ່​ການ​ເຄື່ອນ​ໄຫວ​ລາຍ​ງານ​ຂ່າວຕາມ​ປົກ​ກະ​ຕິ​ຂອງ​ສຳ​ນັກ​ງານສື່ມວນ​ຊົນ ແລະ ​ນັກ​ຂ່າວ​ຈີນ​ປະ​ຈຳ​​ຢູ່ອາ​ເມ​ຣິ​ກາ, ​ທັງ​ໄດ້ເພີ່ມ​ການ​ຈຳ​ແນກ ແລະ​ການ​​ໃຊ້​ຄວາມ​ກົດ​ດັນ​ທາງ​ການ​ເມືອງ​ຕໍ່​ສື່ມວນ​ຊົນ​ຈີນ​ຢ່າງ​ຮ້າຍ​ແຮງ​ຂຶ້ນ​ເລື້ອຍໆ. ຈີນ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ດັດ​ແກ້​ການ​ກະ​ທຳ​ທີ່​ຜິດ​ພາດ​​ຂອງ​ຕົນໃນ​ທັນ​ທີ, ຢຸດ​ຕິ​ການ​​ໃຊ້​ຄວາມ​ກົດ​ດັນ​ທາງ​ການ​ເມືອງ ແລະ ການ​ຈຳ​ກັດ​ແບບ​ໄຮ້​ເຫດ​ຜົນ​ຕໍ່​ສື່ມວນ​ຊົນ​ຈີນ.

 

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ການ​ກະ​ທຳ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາໄດ້​ເລັງ​ໃສ່ໃສ່​ສື່ມວນ​ຊົນ​ຈີນ​ເປັນ​ການ​ສະ​ເພາະ, ແມ່ນ​ສ້າງ​ຂຶ້ນ​ຢູ່​ບົນ​ພື້ນ​ຖານ​ແນວ​ຄິດກະ​ຫາຍ​ສົງ​ຄາມ​ເຢັນ ແລະ ​ແນວ​ຄິດ​ອະ​ຄະ​ຕິ​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ, ໄດ້​ທຳ​ລາຍ​ຊື່​ສຽງ ແລະ ພາບ​ພົດ​ຂອງ​ສື່ມວນ​ຊົນ​ຈີນ​ຢ່າງ​ໜັກ​ໜ່ວງ,​ເຊິ່ງ​ໄດ້ກະ​ທົບ​ເຖິງ​ການ​ເຮັດ​ວຽກ​ຢ່າງ​ເປັນ​ປົກ​ກະ​ຕິ​ຂອງ​ສື່ມວນ​ຊົນ​ຈີນ​ຢູ່​ອາ​ເມ​ຣິ​ກາ, ກະ​ທົ​ບ​ເຖິງ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຕາມ​ປົກ​ກະ​ຕິ​ລະ​ຫວ່າງ​ຈີນ ແລະ ອາ​ເມ​ຣິ​ກາ​ຢ່າງ​ຮ້າຍ​ແຮງ, ​ສິ່ງ​ນີ້​ໄດ້​ເປີດ​ເຜີຍ​ທາດ​ແທ້ຈອມ​ປອມ​ຂອງ​ອາ​ເມ​ຣິ​ກາ​ທີ່​ມັກອວດ​ອ້າງ​ມາ​ຕະຫຼອດ​ວ່າ “ເສ​ລີ​ພາບ​ໃນ​ການ​ລາຍ​ງານຂ່າວ”, ສຳລັບ​ເລື່ອງ​ນີ້, ຈີນ​ຈະ​ຕອບ​ໂຕ້​ຄືນ​ຢ່າງ​ເໝາະ​ສົມ ແລະ ​ຕາມ​ຄວາມຈຳ​ເປັນ.

ຄຳ​ເຫັນ

0