ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂໍ້ມູນຫຼ້າສຸດທີ່ໜັງສືພິມ “ຂ່າວສານປ້ອງກັນປະເທດ”ຫຼືດີເຟນສ໊ ນິວ ອາເມຣິກາໄດ້ເປີດເຜີຍໃນວັນທີ 21 ຕຸລານີ້ວ່າງົບປະມານຂ່າວລັບຂອງທຳນຽບ 5 ແຈໃນສົກປີ 2020 ທີ່ໄດ້ຮັບຈາກລັດຖະສະພາມີເຖິງ 23,1 ຕື້ໂດລາສະຫະລັດ, ໄດ້ສ້າງສະຖິຕິສູງສຸດໃນຮອບ 9 ປີຜ່ານມາ. ງົບປະມານດັ່ງກ່າວຂອງທຳນຽບ 5 ແຈ ຫຼາຍກວ່າຍອດປະລິມານການທະຫານຂອງຕວກກີທີ່ເປັນປະເທດເຂັ້ມແຂງດ້ານການທະຫານລະດັບປານກາງຄືປະມານ 20,6 ຕື້ໂດລາສະຫະລັດ.
ຂ່າວໄດ້ລາຍງານຕື່ມວ່າ: ຕາມປົກກະຕິແລ້ວ, ອາເມຣິກາຕ້ອງລໍຖ້າຈົນສິ້ນສຸດສົກປີການເງິນແລ້ວຈຶ່ງປະກາດຕົວເລກລະອຽດກ່ຽວກັບການເບີກງົບປະມານດັ່ງກ່າວ. ທີ່ຈິງແລ້ວ, ງົບປະມານສົກປີການເງິນປີ 2020 ຂອງທຳນຽບ 5 ແຈບໍ່ຮອດ 23 ຕື້ໂດລາສະຫະລັດ, ແຕ່ຕົວເລກທີ່ປະກາດໃໝ່ໄດ້ຊີ້ໃຫ້ເຫັນວ່າ ລັດຖະສະພາເອງໄດ້ເພີ່ມງົບປະມານໃຫ້ທຳນຽບ 5 ແຈຢ່າງເປັນເຈົ້າການ.
ຄຳເຫັນ
0