莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສື່ມວນ​ຊົນ​ໂລກ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຊົມ​ເຊີຍ​ວຽກ​ງານ​ການ​ກະ​ກຽມ​ຂອງ​ງານ​ດັ່​ງ​ກ່າວ

2020-10-23 17:03:40 CRI

ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສື່ມວນ​ຊົນ​ໂລກ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຊົມ​ເຊີຍ​ວຽກ​ງານ​ການ​ກະ​ກຽມ​ຂອງ​ງານ​ດັ່​ງ​ກ່າວ_fororder_33

ກອງ​ປະ​ຊຸມ​ສື່ມວນ​ຊົນ​ໂລກ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄົນ​ພິ​ການ​ປັກ​ກິ່ງ 2022 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 - 22 ຕຸ​ລານີ້, ​ໂດຍມີ​ຜູ້​ແທນ 400 ກວ່າ​ຄົນ​ເຂົ້າ​ຮ່ວມ. ຍ້ອນ​ສາຍ​ເຫດ​ພະ​ຍາດ​ໂຄວິດ-19, ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ໂດຍ​ຜ່ານ​ທາງວິ​ດີ​ໂອ, ຜູ້​ແທນ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ຕີ​ລາ​ຄາ​​ສູງ​ຕໍ່​ຄວາມ​ຄືບ​ໜ້າ​ຂອງວຽກ​ງານ​ກະ​ກຽມ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ​ແລະຮູບ​ແບບ​ການ​ປະ​ດິດ​ສ້າງ​ໃໝ່​ຄືການ​ວາງ​ສະ​ແດງ​ຮູບ​ຈຳ​ລອງ​ເດີ່ນ​ກິ​ລາ​ທາງ​ອອນ​ລາຍ​ເປັນ​ຕົ້ນ, ເຂົາ​ເຈົ້າ​ຄອງ​ຄອຍ​ການ​ສະ​ແດງ​ທີ່​ດີ​ເດັ່ນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສື່ມວນ​ຊົນ​ໂລກ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຊົມ​ເຊີຍ​ວຽກ​ງານ​ການ​ກະ​ກຽມ​ຂອງ​ງານ​ດັ່​ງ​ກ່າວ_fororder_44

ທ່ານ ​ວິນ​ເຊັນ ອາ​ມາ​ວີ ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ຄໍ​ລຳ​ຂອງ​ຂ່າວ​ສານ​ອາ​ແອ​ຟ​ເປ​ຂອງ​ຝ​ຣັ່ງ​ກ່າວ​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ແນະ​ນຳ​ລະ​ອຽດ​ທີ່​ສຸດ, ຈະ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ກະ​ກຽມ​ການ​ລາຍ​ງານ​ຂ່າວ​ໃນ​ອະ​ນາ​ຄົດ. ທ່ານ​ມິ​ແຊວ ເຮ​ເມັນ ​ບັນ​ນາ​ທິ​ການ​ຂອງ​ສຳ​ນັກ​ງານ​ຮູບ​ພາບ​ແກດ​ຕີ​ ​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ລະ​ບົບການ​ນຳ​ສະ​ເໜີ​ຈຸດ​ຖ່າຍ​ຮູບ​ທຸກ​ມູມ​ຢູ່​ເດີ່ນ​ກິ​ລາ.

ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສື່ມວນ​ຊົນ​ໂລກ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຊົມ​ເຊີຍ​ວຽກ​ງານ​ການ​ກະ​ກຽມ​ຂອງ​ງານ​ດັ່​ງ​ກ່າວ_fororder_55

ທ່ານ​ນາງ ຢູ​ເລຍ ຜູ້​ຮັບ​ຜິດ​ຊອບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ສື່ມວນ​ຊົນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວ​ໄວໜຸ່ມ​ໂ​ລ​ຊັນ​ສະ​ວິ​ສ​ປີ 2020 ກ່າວ​ວ່າ: ກອງ​ປະ​ຊຸມ​​ທາງອອນ​ລາຍ​ໄດ້​ເຮັດ​ໃຫ້​ສື່ມວນ​ຊົນ​​ຂະ​ໜາດນ້ອຍ​ຈຳ​ນວນ​ໜຶ່ງ​ທີ່ບໍ່​ມີ​ງົບ​ພຽງ​ພໍ​ເພື່ອ​ໄປ​ສຳຫຼວດ​ຢູ່​ສະ​ຖານ​ທີ່​ຕົວ​ຈິງນັ້ນ​ກໍ​ສາ​ມາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້, ຮູບ​ແບບ​ດັ່ງ​ກ່າວ​​ອາດ​ຈະສາ​ມາດ​ນຳ​ໃຊ້​ໃນ​ການ​ກະ​ກຽມ​ຈັດ​ງານ​ໂອ​ລິມ​ປິກ​ໃນ​ອະ​ນາ​ຄົດ.

ຄຳ​ເຫັນ

0