莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄພ​ນ້ຳ​ຖ້ວມ​ຢູ່​ກຳ​ປູ​ເຈຍ​ໄດ້​ເຮັດ​ໃຫ້ເສຍ​ຊີ​ວິດ​ແລ້ວ 34 ຄົນ

2020-10-23 14:26:41 CRI

​ວັນ​ທີ 21 ຕຸ​ລານີ້, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ວ່າ, ຫວ່າງມໍ່ໆ​​ມານີ້, ໄພ​ນ້ຳ​ຖ້ວມຢູ່​ກຳ​ປູ​ເຈຍ​ໄດ້​ເຮັດ​ໃຫ້​ເສຍ​ຊີ​ວິດແລ້ວ 34 ຄົນ. ວັນ​ທີ 19 ຕຸ​ລານີ້, ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ໄພ​ພິ​ບັດ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ກ່າວ​ວ່າ: ຝົນ​​ຕົກ​ໜັກ​ໃນ​ລະ​ດູ​ຝົນ​ແລະໄພ​ນ້ຳ​ຖ້ວມ​ຍ້ອນ​ພາ​ຍຸ​​ເຂດ​ຮ້ອນ​ ໄດ້​​​ສ້າງ​ຜົນກະ​ທົບ​ຕໍ່ 19 ແຂວງ​ແລະ​ກຳ​ແພງ​ນະ​ຄອນ​ຂອງ​ກຳ​ປູ​ເຈຍ, ມີ​ປະ​ຊາ​ຊົນຫຼາຍກວ່າ 310.000 ຄົນ​ປະ​ສົບ​ໄພ, ມີ​ຕຶກ​ເຮືອນຫຼາຍກວ່າ 73.000 ຫຼັງ​ແລະເນື້ອ​ທີ່​ນາ​ສວນ 290.000 ເຮັກ​ຕາ​ຖືກ​ນ້ຳ​ຖ້ວມ, ລັດ​ຖະ​ບານ​ໄດ້​ສົ່ງ​ທະ​ຫານ​ໄປ​ຊ່ວຍ​ກູ້​ໄພ​​ຕ້ານ​ໄພ​ນ້ຳ​ຖ້ວມ, ແລະ​ຍົກ​ຍ້າຍ​ປະ​ຊ​າ​ຊົນ​​ໄປ​ຢູ່​ສະ​ຖານ​ທີ່​ປອດ​ໄພ​ ມີ​ທັງ​ໝົດ 37.000 ກວ່າ​ຄົນ.

ຄຳ​ເຫັນ

0