何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ຄອງ​ລັດ​ນິວຢອກ​ອາ​ເມ​ຣິ​ກາ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ທີ່​ຊ່ວຍ​ເຫຼືອ​ວັ​ດ​ຖຸ​ຕ້ານ​ພະ​ຍາດ

2020-10-24 13:58:01 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ອັນ​ດ​ຣູ ໂຄ​ໂມ ເຈົ້າ​ຄອງ​ລັດ​ນິວຢອກ​ຂອງ​ອາ​ເມ​ຣິ​ກາ​ໄດ້​ພິມ​ຈຳ​ໜ່າຍ​ປື້ມ​ໃໝ່​ທີ່​ພາດ​ຫົວ​ເລື່​ອງວ່າ “ວິ​ກິດ​ການ​ຂອງ​ອາ​ເມ​ຣິ​ກາ”, ໂດຍ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ແລະ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ທີ່​ຊ່ວຍ​ເຫຼືອ​ວັດ​ຖຸ​ຕ້ານ​ພະ​ຍາດ​ຢ່າງຫຼວງຫຼາຍ​ໃຫ້​ອາ​ເມ​ຣິ​ກາ​ໃນ​ຂະ​ນະ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ຕຸ​ລາ​ນີ້​ວ່າ, ນີ້​ເປັນ​ການ​ວາດ​ພາບ​ອັນ​ແທ້​ຈິງ​ທີ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ຈີນ-ອາ​ເມ​ຣິ​ກາ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ແລະ​ຮ່ວມ​ກັນ​ຕ້ານ​ກັບ​ພະ​ຍາດ​.

 

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ເຊື້ອ​ພະ​ຍາດ​ແມ່ນ​ສັດ​ຕູ​ຮ່ວມ​ຂອງມວນ​ມະ​ນຸດ. ການ​ເສື່ອມ​ເສຍ​ຊື່​ສຽງ​ຂອງ​ປະ​ເທດ​ອື່ນ ແລະ ຖິ້ມ​ຄວາມ​ຮັບ​ຜິດ​ຊອ​ບ​ໃຫ້​ປະ​ເທດ​ອື່ນ​ຈະ​ບໍ່​ສາ​ມາດ​ຂັບ​ໄລ່ເຊື້ອ​ພະ​ຍາດ ແລະ ປິ່ນ​ປົວ​ຄົນ​ເຈັບ​ໄດ້. ຈີນ ແລະ ອາ​ເມ​ຣິ​ກາ​ຄວນ​ສາ​ມັກ​ຄີ​ກັນ​ຕ້ານ​ກັບ​ພະ​ຍາດ, ຮ່ວມ​ກັນ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ກໍ​ຄື​ປະ​ຊາ​ຊົນ​ທົ່ວ​ໂລກ. ຈີນ​ມີ​ຄວາມ​ຫວັງ​ທີ່​ຈິງ​ໃຈ​ວ່າ ອາ​ເມ​ຣິ​ກາ​​ຈະສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ໂດຍ​ໄວ, ພວກ​ເຮົາ​ຍິນ​ດີ​ສືບ​ຕໍ່ໃຫ້​ການ​ຊ່ວຍ​ເຫຼືອ ແລະ ການ​ສະ​ໜັບ​ສະ​ໜູນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ແກ່​ວຽກ​ງານ​ຕ້ານ​ກັບ​ພະ​ຍາດ​ຂອງ​ປະ​ຊ​າ​ຊົນ​ອາ​ເມ​ຣິ​ກາ.

 

ທ່ານ​ກ່າວ​ຕື່ມ​ວ່າ, ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ທີ່​ຈີນ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​ທີ່​ລ້ຳ​ຄ່າ​ແກ່​ຈີນ. ຄຽງ​ຄູ່​ກັບ​ພະ​ຍາດ​ແຜ່​ລ​ະ​ບາດ​ຮ້າຍ​ແຮງ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ, ຫຼາຍ​ແຂວງ ກຳ​ແພງ​ນະ​ຄອນ ວິ​ສາ​ຫະ​ກິດ ແລະ ອົງ​ກາ​ນ​ຈັດ​ຕັ້ງ​ທັ​ງ​ສັງ​ຄົມ​ກໍ​ໄດ້​ບໍ​ລິ​ຈາກວັດ​ຖຸ​ຕ້ານ​ພະ​ຍາດ​ໃຫ້​ແກ່​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0