何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສອງ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່​ລີ​ບີ​ບັນ​ລຸ​ເຖິງ​ການ​ເຊັນ​ສັນ​ຍາ​ຢຸດ​ຍິງ

2020-10-24 14:28:37 CRI

ວັນ​ທີ 23 ຕຸ​ລາ​ນີ້, ທ່ານອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສອງ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່​ລີ​ບີ​ບັນ​ລຸ​ເຖິງ​ການ​ເຊັນ​ສັນ​ຍາ​ຢຸດ​ຍິງ, ແລະ​ກ່າວ​ວ່າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຝ່າຍ​ຕ່າງໆ​ສະ​ແຫວງ​ຫາ​ສັ​ນ​ຕິ​ພາບ​ຖາ​ວອນ.

 

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຍ່າດ​ທີ່​ນະ​ຄອນ​ນິວຢອກ, ທ່ານ​ກູ​ເຕີ​ເຣັ​ສ​ກ່າວ​ວ່າ, ສັນ​ຍາ​ຢຸດ​ຍິງ​ແມ່ນ​ບາດ​ກ້າວ​ໜຶ່ງ​ທີ່​ສຳ​ຄັນ​ທີ່​ລີ​ບີ​ກ້າວ​ໄປ​ສູ່​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ. ທ່ານ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ທີ່​ມີ​ຜົນ​ປະ​ໂຫຍດ​ທີ່​ກ່ຽວ​ຂ້ອງ​​ໃນ​ລີ​ບີ ແລະ ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃນ​ພາກ​ພື້ນ​​ຈົ່ງເຄົາ​ລົບ​ສັນ​ຍາ​ຢຸດ​ຍິງ ແລະ ຮັບ​ປະ​ກັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ. ທ່ານ​ຍັງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ປະ​ຕິ​ບັດ​ຕາມມາດ​ຕະ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຫ້າມ​ບໍ່​ໃຫ້​ຂົນ​ສົ່ງ​ອາ​ວຸດ​ຕໍ່​ລີ​ບີ, ເພື່ອ​ຊ່ວຍ​ເຫຼືອ​ລີ​ບີ​ບັນ​ລຸ​ການ​ຢຸດ​ຍິງ ແລະ ສິ້ນ​ສຸດ​ການ​ປະ​ທະ​ກັນ.

ຄຳ​ເຫັນ

0