李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO: ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ໄດ້​ກ້າວ​ເຂົ້າ​ໃນ​ໄລ​ຍະ​ສຳ​ຄັນ​ທີ່​ສຸດ

2020-10-24 16:28:09 cri

ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ​ສ໌ ຮົບ​ກິນ​ສ໌ ອາ​ເມ​ຣິ​ກາ​ປະ​ກາດ​ຕົວ​ເລກ​ສະ​ຖິ​ຕິ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ມາ​ຮອດເວ​ລາ​ 6 ໂມງ 24 ນາ​ທີ​ຂອງວັນ​ທີ 24 ຕຸ​ລາ​ນີ້​ຕາມ​ເວ​ລາວຽງ​ຈັນ, ຢູ່​ທົ່ວ​ໂລກ ໄດ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 42070215 ກໍ​ລະ​ນີ, ​ໃນ​ນັ້ນຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ແມ່ນ 1141724 ຄົນ.

ວັນ​ທີ 23 ຕຸ​ລາ​ນີ້, ທ່ານ​ເດ​ໂຕຼ​ສ໌ ເກບ​ເຢ​ສຸສ ອາດ​ຮາ​ໂນມ, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອາ​ນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ, ສຳ​ລັ​ບ​ທົ່ວ​ໂລກ ໂດຍ​ສະ​ເພາະ​ປະ​ເທດ​ທີ່​ຢູ່​ຊີກ​ໂລກ​ເໜືອ​ແລ້ວ, ປັດ​ຈຸ​ບັນ, ​ສະ​ພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກຳ​ລັງ​ຢູ່​ໃນ​ໄລ​ຍະ​ທີ່​ສຳ​ຄັນ​ທີ່​ສຸດ, ໃນ​ຫຼາຍ​ເດືອນ​ຕໍ່​ໜ້າ​ນີ້ ຈະພົບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ. ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ ເດ​ໂຕຼ​ສ໌ ກ່າວ​ວ່າ, ປັດ​ຈຸ​ບັນ​ແມ່ນ​ເດືອນ​ຕຸ​ລາ, ລະ​ດູ​ໜາວ​ຍັງ​ບໍ່​ທັນ​ວຽນ​ມາ​ເຖິງ​ເທື່ອ, ແຕ່​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ຫຼາຍ​ປະ​ເທດ​ໄດ້​​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ໂຮງ​ໝໍ​ແລະ​ຫ້ອງ​ມໍ​ລະ​ສຸມ​ຫຼື ICU ​ຂອງ​ຫຼາຍ​ເຂດ​ມີ​ຄົນ​ເຈັບ​ເກືອບເຕັມ. ທ່ານ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ ໃຊ້​ມາດ​ຕະ​ການ​ລັກ​ສະ​ນະ​ສັງ​ລວມ​ໃນ​ທັນ​ທີ, ເພື່ອ​ຫຼຸດ​ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ທີ່​ສາ​ມາດ​ຫຼີກ​ເວັ້ນ​ໄດ້, ປ້ອງ​ກັນ​ບໍ່​ໃຫ້​ລະ​ບົບ​ການ​ປິ່ນ​ປົວ​ພະ​ຍາດ​​ພື້ນ​ຖານລົ້ມ​​ລະ​ລາຍ​ແລະ​ຫຼີກ​ເວັ້ນ​ບໍ່​ໃຫ້ປິດ​ໂຮງ​ຮຽນ ອີກ​ເທື່ອ​ໜຶ່ງ.

ວັນ​ທີ 23 ຕຸ​ລາ​ນີ້, ອົງ​ການ​ການ​ຄ້າ​ໂລກ ຫຼື WTO ໄດ້ປະ​ກາດ​ຕົວ​ເລກ​ສະ​ຖິ​ຕິ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ມູນ​ຄ່າ​ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ໂລກ​ໃນ​ໄຕ​ມາດ​ທີ 2 ປີ​ນີ້ ໄດ້​ຫຼຸດ​ລົງ 30%, ເຊິ່ງ​ເປັນ​ອັດ​ຕາ​ຫຼຸດ​ລົງ​ທີ່​ຫຼາຍກວ່າ​ໝູ່​ພາຍ​ຫຼັງເກີດ​ວິ​ກິດ​ການ​ການ​ເງິນ​ສາ​ກົນ​​ແຕ່​ປີ 2008 ຫາ​ປີ 2009 ມາ​ນີ້. ຂະ​ແໜງ​ການ​​ທີ່​ກ່ຽວ​ຂ້ອງກັບ​ການ​ຄ້າ​ການ​ບໍ​ລິ​ການ ສ່ວນ​ຫຼາຍ​ໄດ້​ຖືກ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໃນ​ນັ້ນ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ຖືກ​ກະ​ທົບ​ຮ້າຍ​ແຮງກວ່າ​ໝູ່.

ຄຳ​ເຫັນ

0