ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ23ຕຸລານີ້, ທ່ານຈ້າວລີ້ຈ່ຽນ,ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຂ່າວວ່າ,ຈີນມີຄວາມເຫັນຢູ່ສະເໝີວ່າ, ການພົວພັນຈີນ-ອົສຕຼາລີຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງນັ້ນ ແມ່ນສອດຄ່ອງກັບຜົນປະໂຫຍດກົກຮາກຂອງປະຊາຊົນສອງປະເທດ.
ຂ່າວແຈ້ງວ່າ,ສະມາຄົມກຳມະການບໍລິສັດອົສຕຼາລີໄດ້ປະກາດຜົນການສຳຫຼວດໃນວັນທີ22ຕຸລານີ້ໂດຍສະແດງໃຫ້ເຫັນວ່າ,ໃນ6ເດືອນຜ່ານມານີ້ ມາດຕາສ່ວນຜູ້ໃຫ້ສຳພາດທີ່ຮຽກຮ້ອງໃຫ້ລັດຖະບານອົສຕຼາລີປັບປຸງການພົວພັນກັບຈີນໃຫ້ດີຂຶ້ນນັ້ນໄດ້ເພີ່ມຂຶ້ນໜຶ່ງເທົ່າ. ໃນກຳມະການຂອງບໍລິສັດອົສຕຼາລີ1700ກວ່າທ່ານທີ່ເຂົ້າຮ່ວມການສຳຫຼວດນັ້ນ,ມີ1ສ່ວນ4ເຫັນວ່າ,ການໄປມາຫາສູ່ກັນກັບອາຊີ ໂດຍສະເພາະແມ່ນຈີນ ຄວນກາຍເປັນໜຶ່ງໃນວຽກງານສຳຄັນຂອງລັດຖະບານອົສຕຼາລີ.
ທ່ານຈ້າວລີ້ຈ່ຽນກ່າວວ່າ: “ຫວ່າງມໍ່ໆມານີ້,ຢູ່ອົສຕຼາລີ ບຸກຄົນຜູ້ມີຄວາມຮູ້ສູງພາຍໃນປະເທດອົສຕຼາລີນັບມື້ນັບຫຼາຍໄດ້ພິຈາລະນາເຖິງຜົນປະໂຫຍດແຫ່ງຊາດ,ໂດຍຮຽກຮ້ອງລັດຖະບານອົສຕຼາລີໃຫ້ສັບຊ້ອນນະໂຍບາຍຕໍ່ຈີນແລະປັບປຸງການພົວພັນຈີນ-ອົສຕຼາລີໃຫ້ດີຂຶ້ນ, ສຽງທີ່ພາວະວິໄສແລະມີສະຕິເຫຼົ່ານີ້ຄວນໄດ້ຮັບຄວາມເອົາໃຈໃສ່ແລະການພິຈາລະນາຄືນໃໝ່ຈາກລັດຖະບານອົສຕຼາລີ. ຄວາມຈິງກໍໄດ້ຢັ້ງຢືນຫຼາຍເທື່ອແລ້ວວ່າ,ການພົວພັນດ້ານການເມືອງທີ່ດີແມ່ນພື້ນຖານແລະຫຼັກປະກັນໃຫ້ແກ່ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງບັນດາປະເທດ. ຫວັງໃຫ້ຝ່າຍອົສຕຼາລີຈະເດີນທາງຕາມທິດທາງດຽວກັນກັບຈີນ,ສ້າງຄວາມໄວ້ເນື້ອເຊື່ອໃຈແລະການຮ່ວມມືເຊິ່ງກັນແລະກັນລະຫວ່າງສອງປະເທດໃຫ້ຫຼາຍ,ເພື່ອຊຸກຍູ້ການພົວພັນຈີນ-ອົສຕຼາລີໃຫ້ກັບຄືນສູ່ວົງໂຄຈອນທີ່ປົກກະຕິໂດຍໄວເທົ່າທີ່ຈະໄວໄດ້.”
ຄຳເຫັນ
0