鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຫ່ງຕ່າງໆ​ຂອງ​ຈີນ​ເລີ່ມ​ເບີກ​ເງິນ​ອຸດ​ໜູນ​ຊົ່ວ​ຄາວ 19,09 ຕື້ຢວນໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ

2020-10-24 17:28:44 cri

   ໃນກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ໄຕ​ມາດ​ທີ 4 ປີ 2020 ​ທີ່ກະ​ຊວງປະ​ຊາ​ສົງ​ເຄາະ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ຕຸ​ລານີ້​ໄດ້​ເຜີຍ​ໃຫ້​ຮູ້​ວ່າ, ນັບແຕ່​ເດືອນ​​ມັງ​ກອນ​ເຖິງ​ເດືອນ​ກັນ​ຍາປີນີ້, ​ແຫ່ງຕ່າງໆ​ທົ່ວ​ປະ​ເທດ​ໄດ້​ເບີກ​ເງິນ​ອຸດ​ໜູນ​ຊົ່ວ​ຄາວ 19,09 ຕື້ຢວນໃຫ້​ປະ​ຊາ​​ຊົນ​ຜູ້​ທຸກ​ຍາກ ເຊັ່ນ: ຜູ້​ທີ່​ຖືກຮັບ​ປະ​ກັນ​ຊີ​ວິດຕ່ຳສຸດ​ແລະຜູ້​ທຸກ​ຍາກເປັນພິ​ເສດ ​ໃນ​ຈຳ​ນວນ 310 ລ້ານ​ເທື່ອຄົນ. ຂະ​ນະ​ດຽວ​ກັນ, ນັບແຕ່​ເດືອນມິ​ຖຸ​ນາ​ຫາ​ເຖິງ​ສິງ​ຫາ ຜູ້ທີ່​ຖືກ​ຮັບ​ປະ​ກັນ​ຊີ​ວິດ​ຕ່ຳ​ສຸດຍ້ອນ​ຖືກ​ຜົນ​ສະ​ທ້ອນ​ຈາກ​ສະ​ພາບ​ພະ​ຍາດ​ໂຄວິດ19 ໄດ້​ເພີ່ມ​ຂຶ້ນ 2 ລ້ານ 5 ໝື່ນ 5 ພັນ​ຄົນ,ໄດ້​ຊ່ວຍ​ເຫຼືອ 1,993 ລ້ານເທື່ອ​ຄົນ​ເປັນ​ຊົ່ວ​ຄາວ.

   ຂ່າວ​ແຈ້ງວ່າ, ກະ​ຊວງ​ປະ​ຊາ​ສົງ​ເຄາະ​ໄດ້​ຊີ້​ນຳ​ທ້ອງ​ຖິ່ນຕ່າງໆ​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ “​ແຈ້ງການ​ກ່ຽວ​ກັບ​ການ​ເຮັດວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຕື່ມ​ອີກ”, ໂດ​ໄດ້​ຈັດ​ເອົາຄົນ​ເຈັບ​ສາ​ຫັດ, ຄົນ​ເປັນ​ພະ​ຍາດ​ໜັກໃນ​ຄອບ​ຄົວ​ທີ່​ມີ​ລາຍ​ໄດ້​ຕ່ຳ​ເຂົ້າ​ໃນ​ຂອບ​ເຂດ​ຜູ້​ຖືກຮັບ​ປ​ະ​ກັນ​ຊີ​ວິດ​ຕ່ຳສຸດ. ຕໍ່​ຄົນຕົກ​ງານ​ທີ່​ບໍ່​ມີ​ການ​ປະ​ກັນ​ໄພ​​ເຊັ່ນ: ກຳ​ມະ​ກອນ​ເຄື່ອນ​ຍ້າຍ​ທີ່​ບໍ່​ສາ​ມາດ​ກັບ​ຄືນ​ໄປ​ເຮັດ​ວຽກຍ້ອນສະ​ພາບ​ພະ​ຍາດ​ໂຄວິດ19 ແລະ​ຜູ້​ທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ທີ່​ມີ​ຄວາມ​ທຸກ​ຍາກ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ນັ້ນ, ລ້ວນ​ແຕ່​ຈະ​ເບີກ​ເງິນ​ອຸດ​ໜູນ​ຊົ່ວ​ຄາວໃນ​ບາດ​ດຽວ, ເພື່ອ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່.

ຄຳ​ເຫັນ

0