何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີ​ຈິ້ນ​ຜິ​ງ​ເດີນທາງ​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ແຂວງ​ຈ່ຽງຊູ່

2020-11-12 21:53:11 CRI

ທ່ານສີ​ຈິ້ນ​ຜິ​ງ​ເດີນທາງ​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ແຂວງ​ຈ່ຽງຊູ່

ຫຼັງ​ຈາກ​ການ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ການພັດທະນາ ​ແລະ​ເປີດ​ປະ​ຕູ່​ສູ່​ພາຍ​ນອກ​ຄົບຮອບ 30 ປີ​ຂອງ​ເຂດ​ພູ​ຕົ່ງ​ນະຄອນ​ຊຽງ​ໄຮ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເດີນທາງ​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ແຂວງ​ຈ່ຽງຊູ່. ຕອນ​ບ່າຍ​ວັນ​ທີ 12 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ແຖວ​ແຄມ​ທະ​ເລ​ເຂດ​ອູ​ຊ່ານ​ນະຄອນ​ນານ​ທົ່ງ, ​ເພື່ອ​ສຳ​ຫຼວດວຽກ​ງານ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ແຄມ​ແມ່​ນໍ້າ​ຢາງ​ເຊ, ສະພາບ​ການການ​ເກືອດ​ຫ້າມ​ການປະມົງ ​ແລະ ຊາວ​ປະມົງ​ປ່ຽນ​ອາຊີບຕາມ​ລ້ອງ​ແມ່​ນໍ້າ​ຢາງ​ເຊ​ຢູ່​ທ້ອງ​ຖິ່ນ​ແຫ່ງ​ນັ້ນ. ຫຼັງ​ຈາກ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງຍັງ​ໄດ້​ໄປ​ຫໍພິພິທະ​ພັນນານທົ່ງ, ​ເບິ່ງ​ການວາງສະ​ແດງ​ຊີວະ​ປະຫວັດ​ຂອງ​ທ່ານ​ຈ່າງ​ຈຽນ, ຮັບ​ຮູ້​ຜົນງານ​ຂອງ​ທ່ານ​ຈ່າງ​ຈຽນ​ທີ່ “ສ້າງ​ທຸລະ​ກິດ​ຮູບ​ປະ​ທຳ​ເພື່ອ​ກູ້​ຊາດ”, ພັດທະນາ​ພາລະກິດ​ການ​ສຶກສາ ​ແລະ ສາທາລະນະ​ປະ​ໂພ​ກສັງຄົມ.

ຄຳ​ເຫັນ

0