黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ມຸ່ງ​ໜ້າ​​ສູ່​ຊີ​ວິດ​ໃໝ່

2020-12-09 17:16:05 cri

ໃນ​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ຕັ້ງຫຼາຍ​ພັນ​ປີ​ຂອງ​ຊົນ​ຊາດ​ຈີນ, ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ມຸ່ງ​ໜ້າ​​ສູ່​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ ​ເປັນ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ປະ​ຊາ​ຊົນ​ຈີນ. ໃນ​ຖາ​ນະ​ເປັນ​ພັກ​ກຳ​ອຳ​ນາດ​ ທີ່​ຍຶດ​ໝັ້ນ​​ແນວ​ທາງ​ທີ່​ຖື​ເອົາປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ ແລະ ຖື​ຄົນ​ເປັນ​ກົກ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຖື​ເອົາ​ການ​ລຶບ​ລ້າງ​ຄ​ວາມ​ທຸກ​ຍາກ​ໄວ້​ໃນ​ຖາ​ນະ​ພົ້ນ​ເດັ່ນ​ໃນ​ການ​ກຳ​ອຳ​ນາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ໂດຍໄດ້​ວາງ​ນະ​ໂຍ​ບາຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຕ່າງໆ​ ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ ແລະ ນຳ​ພາ​ປະ​ຊາ​ຊົນ​ຈີນ​ດຳ​ເນີນ​ການ​ສູ້​ຊົນ​ລຶ​ບ​ລ້າງ​ຄວາມ​ທຸກ​ຍາກ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ ໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ.

ປີ 2012, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຂອງ​ພັກ​ກອມ​ມູ​ນິດ​ຈີນ​​ຄັ້ງ​ທີ 18 ໄດ້​ວາງ​ເປົ້າ​ໝາຍ​ປະ​ຫວັດ​ສາດ ເພື່ອ​ແກ້​ໄຂ​ບັນ​ຫາ​ຄວາມ​ທຸກ​ຍາກກວມ​ລວມ, ໂດຍ​ຜ່ານ​ການ​ສູ້​ຊົນ​ຜ່ານ​ຜ່າ​ທີ່​ຫຍຸ້ງ​ຍາກລຳ​ບາກ​​ເປັນ​ເວ​ລາ 8 ປີ, ຈີນ​ໄດ້​ຊ່ວຍ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ເກືອບ 100 ລ້ານ​ຄົນ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ຄຽງ​ຄູ່​ກັບ​ເມືອງ​ທຸກ​ຍາກ 9 ເມືອງ​ສຸດ​ທ້າຍ​ຂອງ​ແຂວງ​ກຸ້ຍ​ໂຈ່ວ​ຈີນ ​ໄດ້​ປະ​ກາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໄດ້​ທັງ​ໝົດ ​ໃນ​ວັນ​ທີ 23 ພະ​ຈິກ​ຜ່ານ​ມາ​ນີ້, ​ຈຳ​ນວນເມືອງ​ທຸກ​ຍາກ 832 ເມືອງ​ຂອງ​ຈີນ ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ​ທັງໝົດ. ຈີນ​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ເປົ້າ​ໝາຍ​​ ໃນ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໄດ້​ຢ່າງ​ຈົບ​ງາມ. ນີ້​ຖື​ວ່າ​ ເປັນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ໃນ​ປະ​ຫວັດ​ສາດ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ມວນ​ມະ​ນຸດ.

ບັນ​ຫາ​ຄວາ​ມ​ທຸກ​ຍາກເປັນ​ບັນ​ຫາ​ທີ່ຫຼາຍ​ປະ​ເທດ​ໃນ​ໂລກ​ຜະ​ເຊີນ​ຢູ່. ໃນ​ຂະ​ນະ​ທີ່​ພະ​ຍາ​ຍາມ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ປະ​ເທດ​ຕົນ, ຈີນ​ຍັງ​ໄດ້​ແບ່ງ​ປັນ​ບົດ​ຮຽນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຕົນ​ໃຫ້ຫຼາຍ​ປະ​ເທດ​ອາ​ຊຽນ, ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ປີ 2014, ຈີນ​ສະ​ເໜີ​ໃຫ້​ປະ​ຕິ​ບັດ “ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່ອາ​ຊີ​ຕາ​ເວັນ​ອອກ”, ຫຼັງ​ຈາກ​ນັ້ນ, ຈີນ​ໄດ້​ເລືອກ​ເອົາ​ໂຄງ​ການ​ຊ່ວຍ​ເຫຼືອ​ດ້ານ​ເຕັກ​ນິກ​​ເປັນ​ການ​ຮ່ວມ​ມື​ຕົວ​ແບບ ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​​ໃຫ້​ກັບ​ລາວ, ກຳ​ປູ​ເຈຍ ແລະ ມຽນ​ມາ ພ້ອມ​ທັງ​ສົ່ງ​ຜູ້​ຊ່ຽວ​ຊານ​ໄປ​ຮ່ວມ​ມື​ກັບ​ໜ່ວຍ​ຜູ້​ຊ່ຽວ​ຊານ​ຂອງ​ປະ​ເທດ​ເຫຼົ່າ​ນີ້ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ເຕັກ​ນິກໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ບົດ​ຮຽນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ ​ກໍ​ເປັນ​ບົດ​ຮຽນ​ທີ່​ດີ​ສຳ​ລັບ​ປະ​ເທດ​ລາວ​ ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເຊັ່ນ​ກັນ. ໃນຫຼາຍ​ປີ​ມາ​ນີ້, ອັດ​ຕາ​ຄວາມ​ທຸກ​ຍາກ​ຂອງ​ປະ​ເທດ​ລາວ ​ກໍ​ໄດ້ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ, ປີ 1992 ຫາ​ປີ 1993, ອັດ​ຕາ​​ຄວາມ​ທຸກ​ຍາກ​ຂອງ​ລາວ​ແມ່ນ 46%; ປີ 2018 ຫາ​ປີ 2019 ໄດ້ຫຼຸດ​ລົງ​​ຍັງ​ເຫຼືອ 18,3%. ​ຊ່ວຍ​ບ້ານ​ທຸກ​ຍາກ 17 ​ບ້ານ​ໃຫ້ຫຼຸດ​ພົ້ນ​ອອກ​ຈາກ​ຄວມ​ທຸກ​ຍາກ ເຊິ່ງ​ໄດ້​​ເຮັດສຳ​ເລັດ​ເປົ້າ​ໝາຍ​ທີ່​ຊ່ວຍ​ໃຫ້ 220 ບ້ານຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໄດ້​ແລ້ວ 7,73%.

ໃນ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ກົມ​ການ​ເມືອງ​​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່ຈັດ​ຂຶ້ນ​ໃນ​ວັນ​ທີ 3 ທັນ​ວາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ສະຫຼຸບ​ແລະ​ປະ​ເມີນ​ຜົນ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ກ່າວ​ວ່າ: “ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ບໍ່​ແມ່ນ​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ, ​ແຕ່ຫາກ​ແມ່ນ​ຈຸດ​ເລີ່ມ​​ຕົ້ນໃໝ່​ແຫ່ງ​ຊີ​ວິດ​ໃໝ່ ແລະ ການ​ສູ້​ຊົນ​ຜ່ານ​ຜ່າ​ໃໝ່.” ຈີນ​ໄດ້​ຢ່ວງ​ບາດ​ກ້າວ​ທີ່​ໜັກ​ແໜ້ນ ​ໃນ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຕາມ​ເວ​ລາ​ກຳ​ນົດ​ແລ້ວ. ໃນ​ອະ​ນາ​ຄົດ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິ​ດ​ຈີນ, ປະ​ຊາ​ຊົນ​ຈີນຈະ​ຕ້ອງ​ສືບ​ຕໍ່​ສູ້​ຊົນ​ຜ່ານ​ຜ່າ​ຕໍ່​ໄປ, ຂຽນ​​ປະ​ຫວັດ​ສາດ​ໜ້າໃໝ່ ​ແຫ່ງ​ກາ​ນ​ເອົາ​ຊະ​ນະ​ຄວາມ​ທຸກ​ຍາກ ແລະ ມຸ່ງ​ໜ້າ​ໄປ​ສູ່​ຄວາມ​ອີ່ມ​ໜຳ​ສຳ​ລານ ແລະ ຄວາມ​ສີ​ວິ​ໄລຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0