何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້​ນ​ຜິງ​ກ່າວ​ເນັ້ນ​ວ່າ: ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ

2020-12-30 15:26:43 CRI

ແຕ່​ວັນ​ທີ 28-29 ທັນ​ວາ​ນີ້, ກອງ​ປະ​ຊຸມ​ວຽກ​ງານ​ຊົນ​ນະ​ບົດ​ຂັ້ນ​ສູນ​ກາງປະ​ຈຳ​ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວ​ງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ໂດຍ​ກ່າວ​ເນັ້ນ​ວ່າ, ຈະສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ຊຸກ​ຍູ້​ໃຫ້​ກະ​ສິ​ກຳ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ ແລະ ​ມີປະ​ສິດ​ທິ​ພາບ​ສູງ, ທັງ​ເຮັດ​ໃຫ້ຊົນ​ນະ​ບົດ​ເໝາະ​ສົມ​ແກ່​ການ​ດຳ​ລົງ​ຊີ​ວິດ ແລະ ​ການປະ​ກອບ​ອາ​ຊີບ, ຊາວ​ກະ​ສິ​ກອນ​ມີ​ຄວາມ​ຮັ່ງ​ມີ ແລະ ຢູ່​ເຢັນ​ເປັນ​ສຸກ.

ທ່ານ​ສີ​ຈິ້​ນ​ຜິງ​ກ່າວ​ເນັ້ນ​ວ່າ: ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ_fororder_1126923715_16092488482291n

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຍຶດ​ໝັ້ນການ​ຖື​ເອົາ​ການ​ແກ້​ໄຂ​ບັນ​ຫາ “ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ” ເປັນ​ວຽກ​ງານ​ສຳ​ຄັນ​ທີ່​ສຸດ​ໃນ​ວຽກ​ງານ​ຂອງ​ທົ່ວ​ພັກ, ຈັດ​ຕັ້ງ​ປະ​ຕິ​ບັດ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທີ່​ມີ​ຂະ​ໜາດ​ໃຫຍ່​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ມີ​ຄວາມ​ເຂັ້ມ​ແຂງ​ທີ່​ສຸດ ແລະ ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ, ເລີ່ມ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ຊຸກ​ຍູ້​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ໃຫ້ໄດ້​ຮັບ​ຜົນ​ສຳ​ເລັດ​​ເປັນຄັ້ງ​ປະ​ຫວັດ​ສາດ ແລະ​ເກີດ​ມີ​ການປ່ຽນ​ແປງ​ໃໝ່​ຄັ້ງ​ປະ​ຫວັດ​ສາດ.ກຳ​ລັງ​ການ​ຜະ​ລິດ​ສັງ​ລວມ​ດ້ານ​ກະ​ສິ​ກຳ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ, ລາຍ​ຮັບ​ຂອງ​ຊາວ​ກະ​ສິ​ກອນ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 1 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2010, ຊີ​ວິດ​ການ​ເປັນ​ຢູ່​ໃນ​ຊົນ​ນະ​ບົດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ເຂດ​ຊົນ​ນະ​ບົດ​ມີ​ໂສມ​ໜ້າ​ໃໝ່​ອ່ຽມ. ຢູ່​ເຂດ​ທຸກ​ຍາກ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນຫຼັງ​ມື, ການ​ແກ້​ໄຂ​ບັນ​ຫາ​ທຸກ​ຍາກ​ແບບ​ເດັດ​ຖານ​ທີ່​ກີດ​ຂວາງ​ປະ​ຊາ​ຊາດ​ຈີນ​ມາ​ເປັນ​ເວ​ລາຫຼາຍ​ພັນ​ປີ​ແລ້ວ​ນັ້ນ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ເປັນ​ຄັ້ງ​ປະ​ຫວັດ​ສາດ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຖ້າ​ປະ​ຊາ​ຊາດ​ຈີນ​ຢາກ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ກໍ​ຕ້ອງ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ. ຫຼັງ​ຈາກ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ຮັບ​ໄຊ​ຊະ​ນະ​ແລ້ວ, ກໍ​ຕ້ອງສືບ​ຕໍ່​ຊຸກ​ຍູ້​​ການ​ພັດ​ທະ​ນາ​ຊົນ​ນະ​ບົດໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຮອບ​ດ້ານ, ນີ້​ແມ່ນ​ການ​ຍ້າຍ​ຈຸດ​ສຸມ​ໃນ​ວຽການ “ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ”ທີ່​ມີ​ລັກ​ສະ​ນະ​​ປະ​ຫວັດ​ສາດ. ຕ້ອງ​ເຊື່ອມ​ໂຍງການ​ປັ​ບ​ປຸງ ​ການ​ຜັນ​ຂະ​ຫຍາຍ​ຜົນ​ສຳ​ເລັດ​ຂອງ​ບັ້ນ​ລຶບ​ລ້າງ​ຄວ​າມ​ທຸກ​ຍາກ ກັບ ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ໃຫ້​ເຂົ້າ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ປັບ​ປຸງ​ກົນ​ໄກ​​ຕິດ​ຕາມ ແລະ​ຊ່ວຍ​ເຫຼືອ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກັບ​ຄືນ​ສູ່​ສະ​ພາບ​ທຸກ​ຍາກ, ດຳ​ເນີນ​ການ​ຕິດ​ຕາມ​ຢ່າງ​ເປັນ​ປະ​ຈຳ​ຕໍ່​ປະ​ຊາ​ກອນ​ທີ່​ມີ​ຄວາມ​ສ່ຽງ​ສູງ​ໃນ​ການ​ຕົກ​ໃນ​ຄວາມ​ທຸກ​ຍາກ ຫຼື ກັບ​ຄືນ​ສູ່​ສະ​ພາບ​ທຸກ​ຍາກ; ເພີ່ມ​ທະ​ວີ​ການ​ສະ​ໜັ​ບ​ສະ​ໜູນ​ຢ່າງ​ຕໍ່​ເນື່ອງຫຼັງ​ຈາກ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ບ່ອນ​ໃໝ່, ຮັບ​ປະ​ກັນ​ວ່າ ປະ​ຊາ​ຊົນ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຈະ​ສາ​ມາດ​ດຳ​ລົງ​ຊີ​ວິດ​ໄດ້ຢ່າງ​ເປັນ​ໝັ້ນ​ຄົງ ມີ​ວຽກ​ເຮັດ​ງານ​ທຳ ແລະ ສາ​ມາດ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ​ເທື່ອ​ລະ​ກ້າວ. ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຕົກ​ລົງ​ວ່າ, ຫຼັງ​ຈາກ​​ເຮັດສຳ​ເລັດ​ໜ້າ​ທີ່​ເປົ້າ​ໝາຍ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແລ້ວ, ສຳ​ລັບ​ເມືອງ​ທີ່​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ຈະ​ກຳ​ນົດ​ໄລ​ຍະ​ຂ້າມ​ຜ່ານ 5 ປີ ນັບ​ແຕ່​ວັນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ເປັນ​ຕົ້ນ​ໄປ. ໃນ​ໄລ​ຍະ​ຂ້າມ​ຜ່ານ, ຕ້ອງ​ສືບ​ຕໍ່​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ​ໃນ​​ດ້ານນະ​ໂຍ​ບາຍ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕົ້ນ​ຕໍ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຕ້ອງ​ເພີ່ມ​ທະ​ວີ​ການ​ອອກ​ແບບ​ໃນ​ລະ​ດັບ​ສູງ​ສຸດ, ໃຊ້​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນກວ່າ​ເກົ່າ, ສຸມ​ກຳ​ລັງ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຮອບ​ດ້ານ. ຕ້ອງ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໃນ​ຊົນ​ນະ​ບົດ; ເສີມ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ຈິດ​ໃຈ​ສັງ​ຄົມ​ນິ​ຍົມ ແລະ ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ຢູ່​ຊົນ​ນະ​ບົດ; ລົ​ງ​ເລິກ​ການ​ປະ​ຕິ​ຮູ​ບ​ຊົນ​ນະ​ບົດ; ປະ​ຕິ​ບັດ​ການ​ເຄື່ອນ​ໄຫວໃນ​ການ​ສ້າງ​ສາ​ຊົນ​ນະ​ບົດ; ຊຸກ​ຍູ້ການ​ພັດ​ທະ​ນາ​ຕົວ​ເມືອງ ແລະ ຊົນ​ນະ​ບົດ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ​​ໃຫ້​ມີ​ປະ​ສິດ​ທິ​ຜົ​ນ​ຕົວ​ຈິງ; ເພີ່ມ​ທະ​ວີ ແລະ ປັບ​ປຸງ​ການ​ຄຸ້ມ​ຄອງ​ຊົນ​ນະ​ບົດ​ໃຫ້​ດີ​ຂຶ້ນ.

 

ທ່ານ​ຍັງ​ກ່າວ​ຕື່ມ​ວ່າ, ຈີນ​ຕ້ອງ​ກຳ​ແໜ້ນ​ທ່າ​ບຸກ​ໃນ​ການ​ຮັກ​ສາ​ຄວາມ​ໝັ້​ນ​ຄົງ​ດ້າ​ນ​ສະ​ບຽງ​ອາ​ຫານໃຫ້​ໄດ້​ຢ່າງ​ໜັກ​ແໜ້ນ, ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບຽບ​ການ​ປົກ​ປ້ອງ​ດິນ​ປູກ​ຝັງ​ທີ່​ເຂັ້ມ​ງວດ​ທີ່​ສຸດ. ຕ້ອງ​ຍຶດ​ໝັ້ນ​ການ​ເພີ່ງ​ຕົນ​ເອງ​ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໃນ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ດ້ານ​ກະ​ສິ​ກຳ, ເລັ່ງ​ລັດ​​ການຊຸກ​ຍູ້​ການ​ຄົ້ນ​ຄວ້າ​ເຕັກ​ໂນ​ໂລ​ຊີ​ແກນ​ກາງ​ແລະ​ສຳ​ຄັນ​ດ້ານ​ກະ​ສິ​ກຳໃຫ້​ມີ​ຄວາມ​ຄືບ​ໜ້າ.

ຄຳ​ເຫັນ

0