何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງອວຍພອນປີໃໝ່ສາກົນ 2021

2020-12-31 19:39:57 CRI

ທ່ານສີຈິ້ນຜິງອວຍພອນປີໃໝ່ສາກົນ 2021_fororder_1126934359_16094133564351n

ວັນ​ທີ 31 ທັນ​ວາ​ ປີ 2020, ເນື່ອ​ງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ2021​ໃກ້​ຈະ​ໝູນ​ວຽນ​ມ​າ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່2021ຜ່ານ​ຈາກ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ແລະ​ທາງອິນ​ເຕີ​ເນັດ. ເຊິ່ງ​ເນື້ອ​ໃນ​ຄຳ​ອວຍ​ພອນ​ປີ​ໃໝ່​ມີ​ດັ່ງ​ນີ້:

ບັນ​ດາ​ສະ​ຫາຍ, ​ບັນ​ດາເພື່ອນ​ມິດ, ບັນ​ດາທ່ານ​ຍິງ ແລະ ທ່ານ​ຊາຍ:

ສະ​ບາຍ​ດີ! ປີ 2021 ພວມ​ຫຍັບ​ໃກ້​ເຂົ້າ​ມາ, ຂ້າ​ພ​ະ​ເຈົ້າ​ຂໍ​ສະ​ແດງ​ຄວາມອວຍ​ພອນ​ທີ່​ດີ​ງາມ​ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ໄປເຖິງ​ບັນ​ດາ​ທ່ານຈາກນະ​ຄອນຫຼວງ​ປັກ​ກິ່ງ!

ປີ 2020 ແມ່ນ​ປີ​ໜຶ່ງ​ທີ່​ບໍ່​ທຳ​ມະ​ດາ. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ພວກ​ເຮົາ​ໄດ້​ຍຶດ​ໝັ້ນ​ໃນ​ການ​ຖືເອົາປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່ ແລະ ​ຖືເອົາຊີ​ວິດ​ສຳ​ຄັນ​ກວ່າ​ໝູ່ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ຄວາມ​ມີເມດ​ຕາ​ທີ່​ຍິ່ງ​ໃຫຍ່​ໃນ​ໂລກ​ມະ​ນຸດ, ແລະ​ໄດ້​ກາຍເປັນ​ມະ​ຫາ​​ປະ​ຫວັດ​ສາດ​ແຫ່ງການ​ຕ້ານ​ກັບ​ພະ​ຍາດ​ດ້ວຍ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ແລະ​​ມີຈິດ​ໃຈ​ສູ້​ຊົນ​ດ້ວຍ​ຄວາມ​ອົດ​ທົນຢ່າງ​ສູງ. ໃນ​ໄລ​ຍະ​ເວ​ລາ​ທີ່​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ນັ້ນ, ກໍ​ມີ​ຄວາມ​ອົງອາດ​ກ້າຫານ ​ແລະ ສະຫງ່າ​ຜ່າ​ເຜີຍ​ໃນ​ການ​​ອອກ​ເດີນ​ທາງ​ມຸ້ງ​ໜ້າ​ສູ່​ແນວ​ໜ້າ​ໃນ​ບັ້ນຮົບຕ້ານ​ກັບ​ພະ​ຍາດ, ມີ​ການ​ເຝົ້າ​ຮັກ​ສາ​​ເພື່ອປະ​ຕິ​ບັດ​ໜ້າ​ທີ່​ດ້ວຍ​ຈິດ​ໃຈ​ສູ້​ຊົນອົດ​ທົນ​ທີ່ບໍ່ຍອມ​ທໍ້​ຖອຍ, ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ, ມີ​ການຍອມ​ເສຍ​ສະຫຼະ​ທີ່​ອົງ​ອາດ​ກ້າ​ຫານ, ມີ​​ຄວາມ​ຊາບ​ຊື້​ງ​ໃຈ​​ໃນ​ການ​ຊ່ວຍ​​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ. ຈາກ​ນາງ​ຟ້າ​ຊຸດ​ຂາວ​ຮອດ​ທະ​ຫານ​ລູກຫຼານ​ປະ​ຊ​າ​ຊົນ, ຈາກ​ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ ຮອດ​ຜູ້​​ເຮັດ​ວຽກ​ງານ​ເຂດ​ຊຸມ​ຊົນ, ຈາກ​ອາ​ສາ​ສະ​ໝັກ​ຮອດ​ຜູ້​ກໍ່​ສ້າງ​ໂຄງ​ການ, ຈາກ​ຜູ້​​ອາ​ຍຸ​ສູງ​ຮອດ​ລຸ້ນຄົນ​ໄວ​ໜຸ່ມ​ທີ່​ເກີດ​ໃນ​ຊຸມ​ປີ 1990 ແລະ 2000, ປະ​ຊາ​ຊົນ​ໃນ​ຈຳນວນ​ນັບ​ບໍ່​ຖ້ວນ​ໄດ້​ປະ​ຕິ​ບັດ​ພາ​ລະ​ກຳ​ດ້ວຍການ​ສ່ຽງ​ຊີ​ວິດ​ຂອງ​ຕົນ ແລະ ປົກ​ປ້ອງ​ຊີ​ວິດ​ຂອງປະ​ຊາ​ຊົນ​ດ້ວຍ​ຄວາມ​ຮັກ​ແພງ​ຢ່າງ​ສຸດ​ໃຈ, ເຕົ້າ​ໂຮມ​ກຳ​ລັງ​ແຮງຈາກ​ນ້ອຍ​ໃຫ້​ກາຍ​ເປັນ​ກຳ​ລັງ​ແຮງ​​ອັນ​ຍິ່ງ​ໃຫຍ່​ມະ​ຫາ​ສານ, ໄດ້​ສ້າງ​ກຳ​ແພງ​ເພັດ​ເພື່ອ​ປົກ​ປ້ອງ​ຊີ​ວິດ. ການ​ເຄື່ອນ​ໄຫວ​ຂອງ​ທຸກ​ຄົນ​ທີ່​ປະ​ກອບ​ສ່ວນ​ຢ່າງ​ເດັດ​ດ່ຽວ​ແລະ​ກ້າ​ຫານ, ການ​ເຮັດ​ວຽກ​ແບບ​ແລ່ນ​ຕໍ່​ໄມ້​​ທຸກ​ເທື່ອ​​ແມ່ນ​ມີ​ລັກສະນະ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ​ພາບ​​ທີ່​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ທຸກ​ເທື່ອ, ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ຕ້ານ​ພະ​ຍາດ​ທີ່​ຍິ່ງ​ໃຫຍ່​ຢ່າງ​ມີ​ຊີ​ວິດ​ຊີ​ວາ. ຄວາມ​ທຳ​ມະ​ດາ​ສ້າງ​ໃຫ້​ມີຄວາມ​ຍິ່ງ​ໃຫຍ່, ວິ​ລະ​ຊົນມາ​ຈາກ​ປະ​ຊາ​ຊົນ. ທຸກ​ຄົນ​ລ້ວນ​ແຕ່​​ສຸດຍອດອີ່ຫຼີ! ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຄົນ​ເຈັບ​ທຸກ​ຄົນ​ທີ່​ໄດ້​ຕິດ​ເຊື້ອ​ພະ​ຍາດ​! ຂໍ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ສູງ​ຕໍ່​ວິ​ລະ​ຊົນ​ຜູ້​ທຳ​ມະ​ດາ​ທຸກ​ຄົນ! ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພາກ​ພູ​ມ​ໃຈ​ຢ່າງ​ສູງ​ຕໍ່ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ທີ່​ຍິ່ງ​ໃຫຍ່, ແລະ​ຮູ້​ສຶກ​ທະ​ນົງ​ໃຈຕໍ່​​ນ້ຳ​ໃຈ​ຊາດ​ຈີນ​ທີ່​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຢ່າງ​ບໍ່​ລົດ​ລະ!

ເມື່ອ​ພົບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ຈຶ່ງ​ຈະ​ສະ​ແດງ​ອອກ​ເຖິງ​ຄວາມ​ກ້າ​ຫານ, ຕ້ອງ​ຜ່ານ​ການ​ຝຶກ​ຝົນ​ຫຼໍ່ຫຼອມຈຶ່ງ​ຈະ​ປະສົບ​ຜົນສຳ​ເລັດ​ປານ​ຫີນ​ຢົກຕ້ອງ​ຜ່ານ​ການ​ເຈຍລະ​ໃນ​ຈິງ​ຈະ​ສາມາດ​ປະດິດ​ເປັນ​ເຄື່ອງ​ຢົກທີ່​ສວຍ​ງາມ ​ແລະ ປານີດ​ໄດ້. ພວກ​ເຮົາ​ໄດ້​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ປະ​ສານ​ສົມ​ທົບ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ​ໃຫ້​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ໃຫຍ່ຫຼວງ. ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13 ໄດ້​ບັນ​ລຸຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ໄດ້​ວາງ​ແຜນ​ແມ່​ບົດ​ຢ່າງ​ຮອບ​ດ້ານ. ​​ຈີນພວມ​ເລັ່ງ​ລັດ​ການ​ສ້າງສະ​ພາບ​ການ​ພັດ​ທະ​ນາ​ໃໝ່, ແລະ ລົງ​ເລິກການ​ດຳ​ເນີນ​ການ​ພັດ​ທະ​ນາດ້ວຍ​ຄຸນ​ນະ​ພາບ​ສູງ. ຈີນ​ໄດ້​ນຳ​ໜ້າ​ທາງ​ດ້ານເສດ​ຖະ​ກິດທີ່​ເຕີບ​ໂຕ​ເປັນ​ຕົວ​ເລກບວກ​ໃນ​ບັນ​ດາ​ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນ​ໃນ​ໂລກ, ຄາດ​ວ່າປີ 2020 GDPຂອງ​ຈີນ​ຈະ​ບັນ​ລຸ​ເຖິງ 1 ແສນ​ຕື້ຢວນ. ການ​ຜະ​ລິດ​ສະ​ບຽງ​ອາ​ຫານ​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ທີ່​ອຸ​ດົມ​ສົມ​ບູນ​ເປັນ 17 ປີ​ລຽນ​ຕິດ. ການ​​ເຄື່ອນ​ໄຫວສຳຫຼວດ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຕ່າງໆ ເຊັ່ນ ​ຍານສຳ​ຫຼວດດວງ​ອັງຄານ“ທ່ຽນ​ເວີ້ນ 1” ​ຍານ​ສຳຫຼວດດວງ​ຈັນ“ສາງ​ເອີ 5” ​ເຮືອ​ດຳ​ນ້ຳ“​ເຟີ້ນ​ໂຕ​ເຈີ” ​ເປັນ​ຕົ້ນ ໄດ້​ບັນ​ລຸ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ. ການ​ສ້າງທ່າ​ການ​ຄ້າ​ເສ​ລີ​ໄຫຫຼຳ​ໄດ້​ດຳ​ເນີນ​ໄປ​​ຢ່າງ​ຟົດ​ຟື້ນ. ພວກ​ເຮົາ​ຍັງ​ໄດ້​ຕ້ານ​ກັບ​ໄພ​ນ້ຳ​ຖ້ວມ​ຄັ້ງ​ຮ້າຍ​ແຮງ, ທະ​ຫານ ແລະ ປະ​ຊາ​ຊົນ​ອັນ​ໄພ​ສານ​ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ຫ​ຍຸ້ງ​ຍາກ​ລຳ​ບາກ, ​ໄດ້ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຕ້ານ​ໄພ ແລະ ກູ້​ໄພ, ພະ​ຍາ​ຍາມ​ບັນ​ເທົາ​ຜົນ​ເສຍ​ຫາຍ​ໃຫ້​ໜ້ອຍ​ລົງ​ສູ່​ລະ​ດັບ​ຕ່ຳ​ສຸດ. ໃນ​ເວ​ລາ​ເດີນ​ທາງໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່ 13 ແຂວງ ເຂດ​ປົກ​ຄອງ​ຕົນ​ເອງ​ ແລະ​ກຳ​ແພງ​ນະ​ຄອນ, ​ຂ້າ​ພະ​ເຈົ້າຮູ້​ສຶກ​​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ວ່າ, ຄົນ​ທັງຫຼາຍ​ໄດ້​ຕັ້ງ​ໃຈ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ຢ່າງ​​ລະ​ອຽດ​ຮອບ​ຄອບ, ຍາດ​ແຍ່ງ​ທຸກ​ເວ​ລາ​ນາ​ທີ​ເພື່ອ​ຟື້ນ​ຟູ​ການ​ເຮັດ​ວຽກ ແລະ ຟື້ນ​ຟູ​ການ​ຜະ​ລິດ, ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປະ​ດິດ​ສ້າງ​ໃໝ່, ​ປະຊາ​ຊາດ​ຈີນ​​ມີ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ເຕັມ​ໄປ​ດ້ວຍມາ​ນະ​ຈິດ​ອົດ​ທົນ, ​ແລະ​ເຫັນ​ສະ​ພາບ​ການ​ທີ່​ສູ້​ຊົນ​ເຮັດ​ວຽກ​ດ້ວຍ​ການ​ຍາດ​ແຍ່ງ​ທຸກ​ເວ​ລາ​ນາ​ທີ ແລະ​ມີ​ຊີ​ວິດ​ຊີ​ວາ​ຢູ່​ທຸກ​ບ່ອນ.

ປີ 2020, ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ໄດ້​ຮັບ​ຜົນ​ສຳ​ເລັດ​ຍິ່ງ​ໃຫຍ່​ເປັນຄັ້ງ​ປະ​ຫວັດ​ສາດ​ທີ່​ຍິ່ງ​ໃຫຍ່, ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ຮັບ​ໄຊ​ຊະ​ນະ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ. ພວກ​ເຮົາ​ໄດ້​ເປີດ​ບັ້ນຮົບ​ແກ້​ໄຂບັນ​ຫາ​ຄວາມ​​ທຸກຍາກ​ທີ່​ເລິກ​ເຊິ່ງ, ແລະ​ໄດ້​ແກ້​ໄຂບັນ​ຫາ​ຫຍຸ້ງ​ຍາກ​ທີ່​ສຸດ. ​ຜ່ານ​ການ​ພະ​ຍາ​ຍາມ​ມາ​ເປັນ​ເວ​ລາ 8 ປີ, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ພາຍ​ໃຕ້​ມາດ​ຕະ​​ຖານ​ປະ​ຈຸ​ບັນ​ເກືອບ 100 ລ້ານ​ຄົນ​ ໄດ້ຫຼຸດ​ພົ້ນ​ອອກ​ຈາກຄວາມ​ທຸກ​ຍາກ​ທັງ​ໝົດ, 832 ເມືອງ​ທຸກ​ຍາກ​ໄດ້ຫຼຸດ​ພົ້ນອອກ​ຈາກ​ບັນ​ຊີ​ລາຍ​ຊື່​ເມືອງ​ທຸກ​ຍາກ​ທັງ​ໝົດ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​​ເດີນທາງໄປເຂດ​ທຸກ​ຍາກ​ທີ່​ສຸດ​ທີ່​ເປັນ​ຂອ​ບ​ເຂດກວ້າງ​​ທີ່ຕິດ​ຈອດ​ກັນ 14 ​ແຫ່ງ, ​ຄວາມ​ຫ້າວ​ຫັນ​ບຸກ​ບື້ນ​ຂອງ​ພີ່​ນ້ອງ​ປະ​ຊາ​ຊົນປຽບ​ເໝືອນ “​ພໍ່​ເຖົ້າອີ​ກົ່ງ​ຍ້າຍ​ພູ”, ການ​ປະ​ກອບ​ສ່ວນ​​ທຸ້ມ​ເທ​ເຫື່ອ​ແຮງ​​ຢ່າງ​ສຸດ​ຂີດ​ຂອງ​ພະ​ນັກ​ງານ​ລຶບ​ລ້າງຄວາມ​ທຸກ​ຍາກ​ອັນ​ໄພ​ສານ, ​ລ້ວນ​ແຕ່​ໄດ້​ປະ​ກົດ​ຕົວ​ຂຶ້ນ​ຢູ່ໃນ​ສະ​ໝອງຂອງ​ຂ້າ​ພະ​ເຈົ້າ​ເລື້ອຍໆ.  ພວ​ກ​ເຮົາ​ຍັງ​ຕ້ອງ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຢ່າງໜັກ​ແໜ້ນເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ແນ່ນອນ, ​ເຮັດ​ແທ້​ທຳ​ຈິງ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ, ພະ​ຍາ​ຍາມ​ສ້າງ​ພາບ​ທີ່ຍິ່ງ​ໃຫຍ່ສະ​ຫງ່າ​ງາມ​ແຫ່ງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ກ້າວ​ເດີນ​ໄປ​ສູ່​ເປົ້າ​ໝາຍ​ທີ່​ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ​ຢ່າງ​ໜັກ​ແໜ້ນ.

ປີ​ນີ້, ພວກ​ເຮົາ​ໄດ້​ສະ​ເຫຼີມ​ສະຫຼອງ​ການ​ສ້າງ​ຕັ້ງ​​ເຂດ​ເສດ​ຖະ​ກິດ​ພິ​ເສດເສີ່ນ​ເຈີ້ນ ແລະ ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ອື່ນໆ​ຄົບ​ຮອບ 40 ປີ, ສະ​ເຫຼີມສະຫຼອງການ​ພັດ​ທະ​ນາ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ເຂດ​​ຜູ​ຕົ່ງ​ນະ​ຄອ​ນ​ຊຽງ​ໄຮ​ຄົບ​ຮອບ 30 ປີ​ຢ່າງ​​ຍິ່ງ​ໃຫຍ່ຄຶກ​ຄື້ນ. ເມື່ອ​ຢືນ​ຢູ່​ແຄ​ມ​ຝັ່ງ​ທະ​ເລ​ຈີນ​ໃຕ້ທີ່​ມີ​ຊີ​ວິດ​ຊີ​ວາ​​ໃນລະ​ດູ​ບານ​ໃໝ່, ​ແຄມ​ແມ່​ນ້ຳ​ຫວງ​​ຜູ​ທີ່​ມີ​ສີ​ສັນ​ຢ່າງຫຼາກຫຼາຍ, ເຮັ​ດ​ໃຫ້​ຄົນ​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ, ການ​​ກ້າວ​ເດີນ ແລະ ທົດ​ລອງ​ໄປ​ກ່ອນ ໄດ້​ກາຍ​ເປັນແບບ​ຢ່າງ​ທີ່​ນຳ​ໜ້າ, ການ​ຄົ້ນ​ຄວ້າ​ການ​ປະ​ດິດ​ສ້າງ​ໃໝ່ ໄດ້​ກາຍ​ເປັນທິດ​ນຳ​ໜ້າ​ໃນ​ການ​ປະ​ດິດ​ສ້າງ​ໃໝ່. ການ​ປະ​ຕິ​ຮູບ ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້ ​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ດ້ານການ​ພັດ​ທະ​ນາ, ໃນ​ຕໍ່​ໜ້າ​ນີ້​ຍັງ​ຕ້ອງ​ໃຊ້​ຄວາມ​ກ້າ​ຫານຫຼາຍກວ່າ​ເກົ່າ​ເພື່ອ​ລົງ​ເລິກ​ການ​ປະ​ຕິ​ຮູບ​ ແລະ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ສືບ​ຕໍ່​ສ້າງ “ເລື່ອງ​ລາວ​​ໃນ​ລະ​ດູ​ບານ​ໃໝ່” ​ຄື​​ເລື່ອງ​ລາວ​ດ້ານ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກໃຫ້ຫຼາຍກວ່າ​ເກົ່າ.

ຫຼັກ​ການ​ຮ່ວມ​ກັນ​ຄົນ​ເຮົາຈະ​ບໍ່​​ໂດດ​ດ່ຽວ, ທົ່ວ​ໂລກ​ແມ່ນ​ວົງ​ຄະ​ນາ​ຍາດດຽວ​ກັນ. ເມື່ອ​ຜ່ານ​ຟ້າ​ຝົນ​ລົມ​ແດງ​ໃນ 1 ປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ເວ​ລາ​ໃດ​ໝົດ​ກ່ຽວ​ກັບ​​ຄວາມ​ໝາຍ​ຂອງຄຳ​ວ່າປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. ຂ້າ​ພະ​ເຈົ້າ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ເພື່ອນ​ມິດ​ເກົ່າ ແລະ​ເພື່ອນ​ມິດ​ໃໝ່​ໃນ​ສາ​ກົນ​ມາຫຼາຍ​ເທື່ອ, ໄດ້​ເຂົ້າ​ຮ່ວມ “ກອງ​ປະ​ຊຸມ​ທາງ​ອິນ​ເຕີ​ເນັດ” ຫຼາຍ​ຄັ້ງ, ສິ່ງ​ທີ່​ເວົ້າ​ເຖິງຫຼາຍ​ທີ່​ສຸດ​ກໍ​ແມ່ນ ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ແລະ​ສາ​ມັກ​ຄີ​ກັນ​ຕ້ານ​ກັບ​ພະ​ຍາດ. ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຍັງ​ມີ​ໜ້າ​ທີ່​ອັນ​ໜັກ​​ໜ່ວງ ​ແລະ ​ຍາວ​ນານ. ປະ​ຊາ​ຊົນບັນ​ດາ​ປະ​ເທດ​ໃນ​ໂລກ​ຕ້ອງ​ເກາະ​ແຂນ​ຮ່ວມ​ມື​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຜ່ານ​ຜ່າ​ຄວາ​ມ​ຫຍຸ້ງ​ຍາກ, ລຶບ​ລ້າງ​​ເງົາ​ມືດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃຫ້​ໄດ້ໂດຍ​ໄວ, ພະ​ຍາ​ຍາມ​ສ້າງໜ່ວຍ​ໂລກ​ໃຫ້​ເປັນ​ບ້ານ​ເມືອງທີ່​ສວຍ​ງາມກວ່າ​ເກົ່າ.

ປີ 2021 ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ. ຂະ​ບວນ​​ວິ​ວັດ​ປະ​ຫວັດ​ສາດ​ແຫ່ງສູ້​ຊົນ​ຮ້ອຍ​ປີ​ຜ່ານ​ມາ​ມີ​ຄວາມ​​ຍິ່ງ​ໃຫຍ່ ​ແລະ ​ສະ​ຫງ່າ​​ລາ​ສີ, ເຖິງວ່າ ຮ້ອຍ​ປີ​ຜ່ານ​ໄປ​ແລ້ວກໍ​ຕາມ ແຕ່ອຸ​ດົມ​ການ​ແຕ່​ຫົວ​ທີຍັງ​ມີ​ຄວາມ​ໜັກ​ແໜ້ນ​ຍິ່ງ​ຂຶ້ນ. ຈາກ​ຊື​ຄູ້​ເມີນ​ຂອງ​ນະ​ຄອນ​ຊຽງ​ໄຮ​ຮອດ​ໜອງ​ໜານ​ຫູຂອງ​ນະ​ຄອນ​ເຈ່ຍ​ຊິ່ງ, ເຮືອ​ແດງ​ນ້ອຍໆ​ລຳ​ໜຶ່ງ​ໄດ້​ບັນ​ທຸກໜ້າ​ທີ່​ອັນ​ໜັກໜ່ວງ​ທີ່​ປະຊາຊົນມອບ​ໝາຍ​​ໃຫ້ ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ຊົນ​ຊາດຈີນ, ລ່ອງ​ລອຍ​ຜ່ານແກ້ງ​ນ້ຳ​ໄຫຼຢ່າງ​ແຮງ, ຜ່ານ​ຜ່າ​ຄື້ນ​ກະ​ແສ​ຟອງທີ່​ຮ້າຍ​ແຮງ​ໜ້າ​ຕື່ນ​ຕົກ​ໃຈ, ​ແຕ່ໃນ​ທີ່​ສຸດ​​ເຮືອ​ລຳ​ນ້ອຍ​ໄດ້ກາຍ​ເປັນ​ກຳ​ປັ່ນໃຫຍ່​ທີ່​ນຳ​ພາ​ປະ​ເທດ​ຈີນ​ກ້າວ​ເດີນ​ໄປໄກ​ແສນ​ໄກ​ຢ່າງ​ໜັກ​ແໜ້ນ. ໂດຍຍຶດ​​ຖືພາ​ລະ​ກິດ​ອັນຍິ່ງ​ໃຫຍ່​ໃນ​ຮອບ​ພັນ​ປີ, ພໍ​ດີກັບ​ວັນ​ເວລາ​ທີ່​ຕ້ອນ​ຮັບ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ​ຮ້ອຍ​ປີ. ພວກ​ເຮົາ​ໄດ້ປະ​ຕິ​ບັດ​ຕາມຫຼັກ​ການ​ທີ່​ຖື​ເອົາ​ປະ​ຊ​າ​ຊົນ​ເປັນ​ໃຈ​ກາງ, ຮັກ​ສາ​ອຸ​ດົມ​ການ​ແຕ່​ຫົວ​ທີ​ຢ່າງ​ສະ​ເໝີ​ຕົ້ນ​ສ​ະ​ເໝີ​ປາຍ, ​ຈື່​ຈຳ​ພາ​ລະ​ກຳ​ຢ່າງ​ໜັກ​ແໜ້ນ, ຜ່ານ​ຜ່າ​ຟ້າ​ຝົນ​ລົມ​ແດງ, ​ອອກເດີນ​​ທາງໄກ​ຢ່າງ​ກ້າ​ຫານ, ກໍຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ທີ່ຈະ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊ​າ​ຊາດ​ຈີນ​ໄດ້​ຢ່າງ​ແນ່ນອນ.

ເມື່ອ​ຢືນ​ຢູ່​ຈຸດ​​ເຊື່ອມ​ຕໍ່ຂອງ​ໄລຍະ​ປະ​ຫວັດ​ສາດ​ຂອງ​“ເປົ້າ​ໝາຍ​ສູ້​ຊົນສອງ​ເຫດ​ການປະ​ຫວັ​ດ​ສາດສຳຄັນຮ້ອຍ​ປີ”, ຂະ​ບວນ​ການ​ໃໝ່ແຫ່ງ​ການ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ​ໃກ້​ຈະ​ເລີ່ມ​ຕົ້ນ​ຂຶ້ນແລ້ວ. ​ເສັ້ນທາງ​ສູ້​ຊົນ​ຍັງ​ຍາວ​ໄກ, ພວກ​ເຮົາ​ຕ້ອງ​ພະ​ຍາ​ຍາມ​ບຸກ​ບືນ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ. ພວກ​ເຮົາ​ໄດ້ບຸກບືນ​ສູ້​ຊົນ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກແລະ​ອຸ​ປະ​ສັກນາ​ນາ​ປະ​ການ, ຂ້າມ​ຜ່ານ​ພູ​ຜາປ່າ​ໄມ້ ​ແລະ ​ແມ່​ນໍ້າ​ລຳ​ເຊ​ເປັນໄລ​ຍະ​ທາງ​​ຍາວ​ໄກ​ມາ​ແລ້ວ. ພວກ​ເຮົາ​ຍັງ​ຕ້ອງ​ສືບ​ຕໍ່​ບຸກບືນ​ສູ້​ຊົນ​ຕື່ມ​ອີກ, ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ກ້າ​ຫານ, ​ສ້າງ​ຜົນ​ສຳ​ເລັດ​ທີ່​ສະ​ຫງ່າ​ລາ​ສີກວ່າ​ເກົ່າ!

ໃນ​ຂະ​ນະ​ນີ້, ກໍ​ເປັນ​ເວ​ລາ​ຄ້ອຍ​ຄ່ຳລົງ​ແລ້ວ, ທຸກໆ​ຄອບ​ຄົວ​ໄດ້ ​ເຕົ້າ​ໂຮມ​ກັນ​ດ້ວຍ​ຄວາມສາ​ມັກ​ຄີ. ເນື່ອງ​ໃນ​ໂອ​ກາດ​ທີ່​ປີ​ໃໝ່​​ກຳລັງໃກ້​ຈະ​ໝູນວຽນ​ມາ​ເຖິງ​ນີ້, ຂໍ​ອວຍ​ພອນ​ໃຫ້ພູ​ຜາ​ປ່າ​ໄມ້ ​ແລະ ​ແມ່​ນໍ້າ​ລຳ​ເຊ​ຈົ່ງ​ມີ​ຄວາມ​ສວຍ​ງາມ, ປະ​ເທດ​ມີ​ຄວາມ​ໝັ້ນ​ຄົງ ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ! ຂໍ​ອວຍ​ພອນ​ໃຫ້​ທຸກ​ທຸກທ່ານ​ຈົ່ງ​ມີ​ຄວາມ​ສາມັກຄີ​ປອງ​ດອງ ມີ​ຄວາມ​ໂຊກ​ດີ​ເປັນ​ສິລິ​ມຸງຄຸນ,  ຄອບ​ຄົວ​ມີ​ຄວາມ​ຜາ​ສຸກ!

ຂໍ​ຂອບ​ໃຈ!

ຄຳ​ເຫັນ

0