黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສົ່ງ​ສານອວຍພອນ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

2021-01-13 17:08:09 cri

ວັນ​ທີ 13 ມັງ​ກອນ​ນີ້, ຄະ​ນະ​ກຳ​ມະ​ການ​ສູນ​ການ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສົ່ງ​ສານອວຍ​ພອນ ​ເຖິງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ເນືອງ​ໃນ​ໂອ​ກາດ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ.

​ໃນສານອວຍ​ພອນ​​ໄດ້​ລະ​ບຸ​ວ່າ:

ພາຍ​ຫຼັງ​​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ເປັນ​ຕົ້ນ​ມາ, ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ທີ່​ນຳ​ໂດຍ​ສະ​ຫາຍ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​​ກໍ່ສ້າງ​ພັກ, ປັບ​ປຸງ​​ແລະ​ເພີ່ມ​ທະ​ວີການ​ນຳ​ພາ​​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ພາ​ທົ່ວ​ພັກ​ແລະ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຊຸກ​ຍູ້​ພາ​ລະ​ກິດ​ການສ້າງ​ສາ​ແລະ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ແລະ​ໄດ້​ຮັບ​ໝາກ​ຜົນ​ສຳ​ຄັນ​ຕ່າງໆ. ໂດຍ​ຜະ​ເຊີນ​ໜ້າ​ກັບ​​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໄດ້​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ເປັນ​ແກນ​ກາງ, ​ວາງ​ແຜນ​ການຊຸກ​ຍູ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຮັບ​ປະ​ກັນ​ໃຫ້​ປະ​ເທດ​ລາວ​ມີ​​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​​ຢ່າງ​ໜັກ​ແໜ້ນ, ເສດ​ຖະ​ກິດ​ໄດ້​ຮັບ​ການ​ພັດ​ທະ​ນາ​, ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ພວກ​ເຮົາ​​ກໍ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນຢ່າງ​ຈິງ​ຈັງ.

​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວແມ່ນກອງ​ປະ​ຊຸມ​ຄັ້ງ​ໜຶ່ງ​ສຳ​ຄັນ​ທີ່​ຈັດ​ຂຶ້ນ​​ພາຍ​ຫຼັງ​​ພາ​ລະ​ກິດ​ຕ່າງໆຂອງ​ພັກ​ແລະ​ລັດ​ຖະ​ບານ​ລາວ​ກ້າວ​ເຂົ້າ​ສູ່​ປະ​ຫວັດ​ສາດ​ຍຸກໃໝ່, ​ເຊິ່ງຈະ​ສ້າງ​ຜົນ​ດີ​ອັນ​ເລິກ​ເຊິ່ງ​ຍາວ​ໄກ​ຕໍ່​​ກັບການ​ຊຸກ​ຍູ້​ພາ​ລະ​ກິດສ້າງ​ສາ​ສັງ​ຄົມນິ​ຍົມ​ຂອງ​ລາວ​ຢ່າງ​ແນ່ນອນ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້​ຈະ​ເປັນ​ການ​ຊີ້​ນຳ​ສຳ​ຄັນ​​​ຄັ້ງໃໝ່ແລະເປັນ​ພະ​ລັງ​ແຮງ​ທີ່​ກ້າວ​ໜ້າ​ໃຫ້​ແກ່​ການ​ຊຸກ​ຍູ້​​ການ​ພັດ​ທະ​ນາ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ຂອງ​ປະ​ເທດ​ລາວ.

ພັກ​ແລະ​ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ພັກ​ແລະ​ລັດ​ຖະ​ບານ​ຂອງສອງ​ປະ​ເທດ, ຍິນ​ດີ​ຮ່ວມ​ກັນ​ກັບ​ປະ​ເທດ​ລາວ, ພາຍ​ໃຕ້​​ທິດ​ຊີ້​ນຳ​ “ມີ​ຄວາມ​ໝັ້ນ​ຄົງ​ຍາວ​ນານ, ​​ມິດ​ຕະ​ພາບ​ການ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຮ່ວມ​ມື​​ກັນຢ່າງ​ຮອບ​ດ້ານ” ແລະ​ນ້ຳ​ໃຈ “ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ທີ່​ດີ, ​ສະ​ຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ”, ພ້ອມ​ກັນປະ​ຕິ​ບັດ​ຄວາມ​ເຫັນ​​ທີ່ເປັນ​ເອ​ກະ​ພາບ​ກັນ​ຂອງ​ຜູ້​ນຳ​ສອງ​ພັກ​, ​ແລະ​ສອງລັດໃຫ້​ດີ, ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​​ຈີນ-ລາວ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ແລະ​ການສ້າງຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-​ລາວ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ກໍ​ຄື​ປະ​ຊາ​ຊົນ​ສອງຊາດ, ແລະປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງກວ່າ​ເກົ່າ​​ເພື່ອ​ສັ​ນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​, ການ​ພັດ​ທະ​ນາແລະ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0