尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຍິງ​​ອີ​ຕາ​ລີ​ຄົນ​ໜຶ່ງ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ມາ​ແລ້ວໃນ​ເດືອນ​ພະ​ຈິກ​ປີ 2019

2021-01-13 17:04:13 cri

ສື່ມວນ​ຊົນ​ອີ​ຕາ​ລີ​ຄື:ສຳ​ນັກ​ຂ່າວ​ສານ​ນາ​ຈີ​ໂອ​ເນວໂພສ໌ຫຼື ANSA ແລະ​ສື່​ອື່ນໆ​ໄດ້​ລາຍ​ງານ​ໃນ​ວັນ​ທີ 11 ມັງ​ກອນ​ນີ້​ວ່າ: ທີມ​ງານ​ຄົ້ນ​ຄວ້າ​ສາ​ກົນ​ທີມໜຶ່ງ​ທີ່​ນຳ​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລມິ​ລານຂອງ​ອີ​ຕາ​ລີ​ໄດ້​ຄົ້ນ​ພົບ​ລຳ​ດັບ​ແຊນ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ໃນ​ຮ່າງ​ກາຍ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່ເປັນ​ພະ​ຍາດ​ ​ຜິວ​ໜັງໃນ​ວັນ​ທີ 10 ພະ​ຈິກ​ປີ 2019. ຜົນ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງວ່າ​ເວ​ລາ​ຂອງ​ການ​ເກີດ “ຜູ້​ເປັນ​ພະ​ຍາດ​ຜູ້​ທຳ​ອິດ” ຢູ່​ອີ​ຕາ​ລີ​ແມ່ນ​ໃນ​ເດືອນ​ພະ​ຈິກ​ປີ 2019.
 

ຜົນ​ການ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ໄດ້​ເປີດ​ເຜີຍ​ຢູ່​ “ວາ​ລະ​ສານ​ພະ​ຍາດ​ຜິວ​ໜັງ​ ​ອັງ​ກິດ”. ນັກ​ຄົ້ນ​ຄວ້າ​ໄດ້​ດຳ​ເນີນ​ການ​ກວດ​ກາ​ຕົວ​ຢ່າງຈຸ​ລິນ​ຊີ​ຂອງ​ຜູ້​ເປັນ​ພະ​ຍາດ​​ຜິວ​ຫນັງ​ທີ່ເປັນກໍ​ລະ​ນີ​ພິ​ເສດ​ທີ່​ບໍ່​ໄດ້​ຮັບ​ການ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ໃນ​​ທ້າຍ​ປີ 2019, ແລະ​ໄດ້​ພົບ​ເຫັນ​ວ່າ​ຜູ້​ເປັນ​ພະ​ຍາດ​ດັ່ງ​ກ່າວ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19, ນັກ​ຄົ້ນ​ຄວ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລມິ​ລານເຫັນ​ວ່າ: ຈົນ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ທີ່​​ພົບ​ເຫັນ​ຢູ່​ອີ​ຕາ​​ລີ​ແມ່ນ​ກໍ​ລະ​ນີ​ທີ່​ເກີດ​ຂຶ້ນ​ກ່ອນ​ໝູ່.
 

ກ່ອນ​ໜ້າ​ນີ້, ນັກ​ຄົ້ນ​ຄວ້າ​ໄດ້​ກວດ​ເຫັນ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ຕົວ​ຢ່າງ​ນ້ຳ​ເສຍ​ໃນ​ຕົວ​ເມືອງ​ຢູ່​ເມືອງ​ມິ​ລານ​ແລະຕູ​ຣິນ​ທາງ​ພາກ​ເໜືອ​ຂອງ​ອີ​ຕາ​ລີ​ໃນ​ເດືອນ​ທັນ​ວາ​ປີ 2019.

ຄຳ​ເຫັນ

0