尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາກ່າວ​ວ່າ: ​ຈະ​ບໍ່​ປົດ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ ໂດ​ໂນ ທ​ຣຳ ຕາມມາດຕາ 25 ຂອງກົດໝາຍສະບັບດັດແກ້

2021-01-13 17:05:03 cri

ຕອນ​ຄ່ຳ​ວັນ​ທີ 12 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ​ໄມ​ເພນ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ທ່ານ​ຈະ​ບໍ່​ປະ​ຕິ​ບັດ​ຕາມມາດຕາ 25 ຂອງກົດໝາຍສະບັບດັດແກ້ຂອງລັດຖະທຳມະນູນ​ເພື່ອ​ປົດ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີຂອງ​ທ່ານ ໂດ​ໂນ ທ​ຣຳ.
 

      ​ໂທ​ລະ​ພາບ CNBC ​ອາ​ເມ​ຣິ​ກາໄດ້​ລາຍ​ງານ​ວ່າ: ກ່ອນ​ໜ້າ​ນີ້, ທ່ານນາງ​ ​ແນນ​ຊີ​ ເປ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ​ຂອງ​ອາ​ເມ​ຣິ​ກາ​​ກໍເຄີຍ​ໄດ້ກົດ​ດັນ​ທ່ານ ໄມ ເພນ ໃນ​ບັນ​ຫາ​ວ່າຈະ​ປົດ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຫຼື​ບໍ່. ນາງ​ໄດ້​ຂູ່ວ່າ: ຖ້າ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ຕິ​ບັດ​ຕາມ, ສະ​ພາ​ຕ່ຳ​ຈະ​ປ່ອນ​ບັດ​ໃນ​ວັນ​ທີ 13 ມັງ​ກອນ​ນີ້​ເພື່ອ​ໃຫ້​ທ່ານ ໂດ​ໂນ ທ​ຣຳ ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທຳ​ອິດ​ທີ່​ຖືກຖອດ​ຖອນສອງ​ຄັ້ງ.
 

      ຂ່າວ​ແຈ້ງວ່າ: ໃນ​ຈົດ​ໝາຍ​ຂອງ​ທ່ານ ​ໄມ ເພນ​ທີ່​ສັ່ງ​ເຖິງທ່ານ​ນາງ ​ແນນ​ຊີ ເປ​ໂລ​ຊີ ໄດ້​ກ່າວ​ເຖິງມາດຕາ 25 ຂອງກົດໝາຍສະບັບດັດແກ້ຂອງລັດຖະທຳມະນູນ​ພ້ອມ​ທັງ​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ວ່າ​ການ​ກະ​ທຳ​ແບບ​ນີ້​​ຈະສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ທີ່​ດີ​ທີ່​ສຸດ​ຂອງ​ປະ​ເທດ​ເຮົາ,​ທັງ​ບໍ່​ສອດ​ຄ່ອງ​ກັບລັດຖະທຳມະນູນ​ຂອງ​ພວກ​ເຮົາ.” ແຕ່​ໃນ​ຈົດ​ໝາຍ​ບໍ່​ໄດ້​ກ່າວ​ເຖິງ​ຊື່​ຂອງ​ທ່ານ ໂດ​ໂນ ທ​ຣຳ.

ຄຳ​ເຫັນ

0