尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​ກົດ​ດັນ​ແລະ​ຂວ້ຳ​ບາດ​ກູ​ບາດ້ວ​ຍ​ຂໍ້​ອ້າງ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ

2021-01-13 17:05:43 cri

ໂດຍ​ແນ​ໃສ່​ກໍ​ລະ​ນີທີ່​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ຖະ​ແຫຼງ​ວ່າ: ​ອາ​ເມ​ຣິ​ກາ​ຈະ​ຈັດ​ເອົ​າກູ​ບາ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​​ຜູ້​ສະ​ໜັບ​ສະ​ໜູນ​ລັດ​ທິ​ກໍ່​ການ​ຮ້າຍ​ຄືນ​ໃໝ່, ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 12 ມັງ​ກອນ​ນີ້​ວ່າ: ຈີນ​ໄດ້​ມີ​ຈຸດ​ຢືນ​ມາ​ໂດຍ​ຕະ​ຫຼອດ​ວ່າ: ປະ​ຊາ​ຄົມ​ໂລກ​ຄວນ​ຮ່ວມ​ມືກັນ​​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ, ແຕ່ກໍ​ຄວນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​ທີ່​ກົດ​ດັນທາງ​ການ​ເມືອງ​ແລະຂວ້ຳ​ບາດ​ທາງ​ເສດ​ຖະ​ກິດ​ຕໍ່​ກູ​ບາດ້ວຍ​ຂໍ້​ອ້າງ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ.
 

ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ເນັ້ນ​ວ່າ: ຈີນ​ເຫັນ​ວ່າ, ອາ​ເມ​ຣິ​ກາ​ຄວນ​ພັດ​ທະ​ນາ​ການ​ພົວ​ພັນ​ຢ່າງ​ເປັນ​ປົກ​ກະ​ຕິ​ກັບ​ກູ​ບາ​ບົນ​ພື້ນ​ຖານ​​ຄວາມ​ສະ​ເໝີ​ພາບ​ແລະ​ ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ເຊິ່ງຈະ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ ສອງ​ປະ​ເທດ​ກໍ​ຄື​ປະ​ຊາ​ຊົນ​ສອງ​ຊາດ ​ທັງ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາ​ເມ​ຣິ​ກາ​ລາ​ຕິນ​ອີກ​ດ້ວຍ.

ຄຳ​ເຫັນ

0