蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2020, ຈີນ​ໄດ້​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ທີ່​ບັນ​ລຸ​ການ​ເຕີບ​ໂຕ​ທາງ​ການ​ຄ້າ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ເປັນຕົວ​ເລກບວກ​ພຽງ​ໜຶ່ງ​ດຽວ​ໃນ​ໂລກ

2021-01-14 16:22:43 CRI

ວັນ​ທີ 14 ມັງ​ກອນ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​​ຂອງຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ ເພື່ອແນະ​ນຳ​​ສະ​ພາບ​ການ​ຂາ​ເຂົ້າ​ຂາ​ອອກ​​ສຳ​ລັບ​ໝົດ​ປີ 2020.

ທ່ານຫຼີ​ຂຸຍ​ເວີນ ໂຄ​ສົກ​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ປີ 2020, ຈີນ​ໄດ້​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ທີ່​ບັນ​ລຸ​ການ​ເຕີບ​ໂຕ​​ດ້ານ​ເສດ​ຖະ​ກິດ​ທີ່ເປັນ​​ຕົວເລກບວກ​ພຽງ​ໜຶ່ງ​ດຽວ​ໃນ​ໂລກ, ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໄດ້​ດີກວ່າ​ຄາດ​ໝາຍຫຼາຍ ແລະ ຂະ​ໜາດ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​​ກໍໄດ້​ສ້າງ​ສະ​ຖິ​ຕິ​ໃໝ່. ຕາມ​ສະ​ຖິ​ຕິ, ປີ 2020, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ບັນ​ລຸ 32.160 ຕື້ຢວນ, ເພີ່ມ​ຂຶ້ນ 1,9% ເມື່ອ​ທຽບ​ໃສ່​ປີ 2019. ໃນ​ນັ້ນ, ການ​ຄ້າ​ສົ່ງ​ອອກ​ບັນ​ລຸ 17.930 ຕື້ຢວນ, ເພີ່ມ​ຂຶ້ນ 4%; ການ​ຄ້າ​ນຳ​ເຂົ້າ​ບັນ​ລຸ 14.230 ຕື້ຢວນ, ຫຼຸດ​ລົງ 0,7%; ການ​ໄດ້​ປຽບ​ດຸນ​ການ​ຄ້າ​ບັນ​ລຸ​ເຖິງ 3.700 ຕື້ຢວນ, ເພີ່ມ​ຂຶ້ນ 27,4%.

ອີງ​ຕາມ​ຕົວ​ເລກ​ຂໍ້​ມູນ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ແລະ​ຂອງ​ປະ​ເທດ​ຕ່າງໆ, 10 ເດືອນ​ຕົ້ນ​ປີ 2020, ​ສ່ວນ​ແບ່ງ​ການ​ຕະຫຼາດ​ສຳ​ລັບ​ການຂາ​ເຂົ້າ​ຂາ​ອອກ, ​ສ່ວນ​ແບ່ງ​ການ​ຕະຫຼາດ​ສຳ​ລັບ​ການ​ສົ່ງ​ອອກ ແລະ ​ສ່ວນ​ແບ່ງ​ການ​ຕະຫຼາດ​ສຳ​ລັບ​ການ​ນຳ​ເຂົ້າ​ຂອງ​ຈີນ​ໃນ​ຕະຫຼາດ​ສາ​ກົນ​ຕ່າງ​ກໍ​ໄດ້​ບັນ​ລຸ 12,8%, 14,2% ແລະ 11,5% ຕາມ​ລຳ​ດັບ, ລ້ວນ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ.

ຄຳ​ເຫັນ

0