黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍຊ່ຽວ​ຊານ​ WHO ເພື່ອສະ​ແຫວງ​ຫາ​ແຫຼ່ງ​ພະ​ຍາດ​ໂຄວິດ-19 ເດີນ​ທາງ​ຢ້ຽມ​ຢາມຈີນ

2021-01-14 16:13:38 CRI

ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ໄດ້​ປະ​ກາດ​ໃນ​ວັນ​ທີ 13 ມັງ​ກອນ​ນີ້​ວ່າ: ທີມ​ນັກ​ວິ​ທະ​ຍາ​ສາດ​ສາ​ກົນ​ທີ່​ປະ​ກອບ​ດ້ວຍ​ຜູ້​ຊ່ຽວ​ຊານ​ທີ່​ດີ​ເດັ່ນ​ຈາກ 10 ປະ​ເທດ ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໄດ້​ເດີນ​ທາງ​ມາ​ເຖິງ​ຈີນ​ແລ້ວ, ​ແລະ​ເລີ່ມ​ແຕ່​ວັນ​ທີ 14 ມັງ​ກອນນີ້​ເປັນ​ຕົ້ນ​ໄປ, ພວກ​ເຂົາ​ເຈົ້າ​ຈະຮ່ວມ​ກັນ​ກັບ​ເພື່ອນ​ຮ່ວມ​ງານ​ຂອງ​ຈີນ ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ແຫຼ່ງ​ພະ​ຍາດ​ໂຄວິດ-19.

ທ່ານ​ນາງ​​ແຮ​ຣິ​ສ ໂຄ​ສົກ​ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ວ່າ: ບັນ​ດາຜູ້​ຊ່ຽວ​ຊານຈະ​ຄົ້ນ​ຄວ້າ​ເພື່ອ​ຊອກ​ຮູ້​ເລື່ອງ​ຕ່າງໆ ເຊັ່ນ: ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ນະ​ຄອນ​ອູ​ຮັ້ນ​ໄດ້​ປະ​ກາດ ເປັນກໍ​ລະ​ນີທຳ​ອິດ, ຊ່ອງ​ທາງ​ແຜ່​ລະ​ບາດ​ທີ່​ອາດ​ເປັນ​ໄປ​ໄດ້, ການ​ຄົ້ນ​ຄວ້າ​ສັດ​ຕ່າງໆ​ທີ່​ອາດ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ ແລະ​ອື່ນໆ. ໃນ​ໄລ​ຍະ​ເຮັດ​ວຽກ​ຢູ່​ຈີນ, ທີມ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ຍັງ​ນຳ​ໃຊ້​ວິ​ທີ​ການ​ຄົ້ນ​ຄວ້າ​ຕ່າງໆ ເພື່ອ​ຄົ້ນ​ຄວ້າ​ຫາ​ແຫຼ່ງ​ພະ​ຍາດ. ທ່ານ​ນາງ ດ​ຣ. ແຮ​ຣິ​ສ ຍັງ​ກ່າວ​ເນັ້ນ​ໜັກ​ວ່າ: ບໍ່​ຄວນຈິນ​ຕະ​ນາ​ການ​ວ່າ ການ​ຄົ້ນ​ຄວ້າ​ຂອງ​ໜ່ວຍ​ຊ່ຽວ​ຊານ​ເທື່ອນີ້ ຈະ​ສາ​ມາດ​ໃຫ້​ຄຳ​ຕອບ​ທີ່​ຖືກ​ຕ້ອງ​ຕໍ່​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ໄດ້ ເພາະ​ວ່າ​ການ​ຄົ້ນ​ຄວ້າ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ຮ້າຍ​ແຮງ​ແລະໜັກ​ໜ່ວງນັ້ນ ຕ້ອງ​ການ​ເວ​ລາ​ຢ່າງ​ພຽງ​ພໍ. ໂຄ​ສົກ​ທ່ານ​ນີ້​ຍັງ​ກ່າວ​ຢ່າງ​ຈະ​ແຈ້ງຕື່ມ​ອີກວ່າ: ການ​ເດີນ​ທາງ​ໄປ​ຈີນ​ເພື່ອ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ທີ່​ກ່ຽວ​ຂ້ອງ​ເທື່ອນີ້ ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ການ​ເມືອງ​ແຕ່​ຢ່າງ​ໃດ.

ຄຳ​ເຫັນ

0