蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ລັດ​ຖະ​ບານ​ໄທ​ໄດ້​ອະ​ນຸ​ມັດ​ງົບ​ປະ​ມານ 1,3 ຕື້​ບາດ​ເພື່ອ​​ຈອງ​ຊື້​ວັກ​ຊິນ​ຈີນ

2021-01-14 16:24:26 CRI

ຫວ່າງ​ມໍ່ໆ​ມາ​ນີ້, ຮອງ​ໂຄ​ສົກ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ: ຄະ​ນະ​ລັດ​ຖະ​ບານ​ໄທ​ໄດ້​ອະ​ນຸ​ມັດງົບ​ປະ​ມານ 1,3 ຕື້​ບາດ​ເພື່ອ​ຈອງ​ຊື້​ວັກ​ຊິນພະ​ຍາດ​ໂຄວິດ-19 ຈຳ​ນວນ 2 ລ້ານຫຼອດ​​ຈາກ​ຈີນ, ວັກ​ຊິນ​ທີ່​ມາ​ຈາກ​ຈີນ​ເຫຼົ່າ​ນີ້​ຈະ​ສັກ​ໃຫ້​ພະ​ນັກ​ງານ​ການ​ແພດ​ແລະ​ພ​ະ​ຍາ​ບານ​ທີ່​ເຝົ້າ​​ປິ່ນ​ປົວຄົນ​ເຈັບ ພ້ອມ​ທັງ​ຜູ້ອາ​ຍຸ​ສູງ​ທີ່​ເປັນ​ພະ​ຍາດ​ຊຳ​ເຮື້ອ​ທີ່​ອາດ​ຈະ​ຕິດ​ເຊື້ອ​ພະ​ຍາດ​ໄດ້​ງ່າຍ.

ກ່ອນ​ໜ້າ​ນີ້, ວັນ​ທີ 7 ມັງ​ກອນ​ນີ້, ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ກົມ​ຄວບ​ຄຸມ​ພະ​ຍາດ​​ຂອງໄທ​ກ່າວ​ວ່າ: ໄທ​ກຽມ​ຈະ​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ໂດຍ​ແບ່ງ​ເປັນ 3 ໄລ​ຍະ: ໄລ​ຍະ​ທີ​ໜຶ່ງ​ແມ່ນ​ແຕ່​ເດືອນ​ກຸມ​ພາ​ຫາ​ເດືອນ​ເມ​ສາ​ປີ​ນີ້, ຈະ​ສັກ​ວັກ​ຊິນ​ໃຫ້​ແກ່ພະ​ນັກ​ງານ​ການ​ແພດ​ແລະ​ພ​ະ​ຍາ​ບານ​ທີ່​ເຝົ້າ​ປິ່ນ​ປົວ​ຄົນ​ເຈັບ ພ້ອມ​ທັງ​ຜູ້ອາ​ຍຸ​ສູງ​​ທີ່​ເປັນ​ພະ​ຍາດ​ຊຳ​ເຮື້ອ​ທີ່​ອາດ​ຈະ​ຕິດ​ເຊື້ອ​ພະ​ຍາດ​ໄດ້​ງ່າຍ ທີ່​ມີ​ຈຳ​ນວນ 1 ລ້ານ​ຄົນ ເຊິ່ງຕ້ອງ​ການ​ວັກ​ຊິນ 2 ລ້ານ​ຫຼອດ ແລະ ສັກ​ສອງ​ເທື່ອ. ໄລ​ຍະ​ທີ​ສອງ​ແມ່ນ​ໃນ​ເດືອນ​ພຶດ​ສະ​ພາ​​ຫາ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ຈະ​ສະ​ໜອງວັກ​ຊິນ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 26 ລ້ານຫຼອດ​ໃຫ້​ກຸ່ມ​ຄົນ​ດ້ອຍ​ໂອ​ກາດ ແລະ ເຂດ​ທີ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ໜັກ​ໜ່ວງ. ໄລ​ຍະ​ທີ​ສາມ​ແມ່ນ​ໃນ​ຫົກ​ເດືອນ​ທ້າຍ​ປີ​ນີ້​ແລະ​ຕົ້ນ​ປີ​ໜ້າ, ຈະ​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່​ປະ​ຊາ​ຊົນ​ທົ່ວ​ໄປ​ຂອງ​ໄທ.

ຄຳ​ເຫັນ

0